ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມືປືນ ຢູ່ແອັດແລນຕ້າ ກ່າວວ່າ ການຍິງກັນ ເປັນຍ້ອນລາວຕິດການມີເພດສຳພັນ ບໍ່ແມ່ນການຈຳແນກຜິວພັນ


ພວກນັກເຄື່ອນໄຫວ ພາກັນເດີນປະທ້ວງຕ້ານການກໍ່ຄວາມຮຸນແຮງຕໍ່ແມ່ຍິງເອເຊຍ ຈາກການຍິງກັນໃນວັນທີ 18 ມີນາ 2021 ໃນນະຄອນແອັດແລນຕ້າ ລັດຈໍເຈຍ.
ພວກນັກເຄື່ອນໄຫວ ພາກັນເດີນປະທ້ວງຕ້ານການກໍ່ຄວາມຮຸນແຮງຕໍ່ແມ່ຍິງເອເຊຍ ຈາກການຍິງກັນໃນວັນທີ 18 ມີນາ 2021 ໃນນະຄອນແອັດແລນຕ້າ ລັດຈໍເຈຍ.

ພວກເຈົ້າໜ້າທີ່ໃນຈໍເຈຍລັດ ທາງພາກໃຕ້ຂອງສະຫະລັດ ກ່າວວ່າ ຜູ້ຕ້ອງສົງໄສ ທ້າວໂຣເບີດ ແອຣອນ ລອງ ກ່າວອ້າງວ່າ ການຍິງສັງຫານ ຢູ່ທີ່ຮ້ານອາບອົບ ນວດສາມແຫ່ງໃນວັນອັງຄານຜ່ານມາ ຢູ່ເຂດນະຄອນແອັດແລນຕ້າ ບໍ່ໄດ້ມີແຮງຈູງໃຈທີ່ມາຈາກການຈຳແນກເຊື້ອຊາດຜິວພັນ ແຕ່ໄດ້ເກີດຈາກບັນຫາ “ການຕິດ ໃນການມີເພດສຳພັນ.” ຜູ້ເຄາະຮ້າຍເຈັດຄົນຂອງຈຳນວນແປດຄົນ ແມ່ນແມ່ຍິງ

ຜູ້ຊາຍອາຍຸ 21 ປິຄົນນີ້ ໄດ້ຖືກຈັບບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກການຍິງສັງຫານ ແບບບໍ່ເລືອກໜ້າ. ຮອງຜູ້ບັນຊາການຕຳຫຼວດນະຄອນແອັດແລນຕ້າ ທ່ານຊາຣ໌ລແຮມຕັນ ຈູເນຍ ກ່າວວ່າ ທ້າວລອງ “ມັກໄປເປັນປະຈຳ” ຢູ່ບ່ອນອາບອົບນວດ ສອງບ່ອນ ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງນະຄອນແອັດແລນຕ້າ.

ທ້າວລອງຄາດວ່າ ຖືກນໍາໂຕຂຶ້ນສານໃນຕອນບ່າຍວັນພະຫັດວານນີ້ ແຕ່ໜັງສືພິມ ວໍຊິງຕັນໂພສທ໌ ໄດ້ກ່າວອ້າງ ອີງຕາມຫ້ອງການຍຸຕິທຳໃນເຂດເມືອງເຊີໂຣກີ ເວົ້າວ່າ ທ້າວລອງ ໄດ້ຂໍຍົກເວັ້ນການໄປປາກົດໂຕ ໂດຍການຂຽນຄຳຮ້ອ ງຜ່ານທາງ ທະນາຍຄວາມຂອງລາວ.

ນອກຈາກຜູ້ເຄາະຮ້າຍຫົກຄົນ ທີ່ມີເຊື້ອສາຍເອເຊຍແລ້ວ ຍັງມີຜູ້ຊາຍຜີວຂາວຄົນ ນຶ່ງ ແລະແມ່ຍິງຜິວຂາວຄົນນຶ່ງ ໄດ້ຖືກຂ້າຕາຍເຊັ່ນກັນ. ຜູ້ທີ່ເກົ້າຍັງນອນຢູ່ໃນ ໂຮງໝໍ ຍ້ອນໄດ້ຮັບບາດເຈັບ ອີງຕາມຄຳເວົ້າຂອງຕຳຫຼວດ.

ພວກເຈົ້າໜ້າທີ່ໄດ້ລະບຸວ່າຜູ້ເຄາະຮ້າຍສີ່ຄົນ ແມ່ນນາງດີເລນນາ ອາສລີ ຢວນ ອາຍຸ 33 ປີ ຢູ່ເມືືອງອັກເວີດ ທ້າວພອລ ອັນເດຣ ມີແຊລ 54 ປີ ຢູ່ນະຄອນ ແອັດແລນຕ້າ ນາງຊຽວຈີ ຢານ 49 ປີຢູ່ເມືອງແຄນເນຊໍ ແລະນາງຊຽວຈີ ຢານ 44 ປີ ຍັງບໍ່ຊາບທີ່ຢູ່.

ນາງແອລເຊຍ ເຮີນັນເດສ-ໂອຕິສ ອາຍຸ 30 ປີ ຢູ່ເມືອງອັກເວີດ ໄດ້ຮັບບາດ ເຈັບ.

ຊື່ຜູ້ເຄາະຮ້າຍຄົນອື່ນໆ ຍັງບໍ່ທັນໄດ້ເປີດເຜີຍໃຫ້ຊາບເທື່ອ ວ່າແມ່ນໃຜ.

ບັນດາໄອຍະການໃນວັນພຸດຜ່ານມານີ້ ໄດ້ກ່າວຫາ ທ້າວລອງ ອາຍຸ 21 ປີ ຈາກເມືອງວູດສະຕັອກ ໃນລັດຈໍເຈຍ 8 ກະທົງໃນການສັງຫານ ແລະອີກນຶ່ງກະທົງໃນ ພະຍາຍາມທຳຮ້າຍຮ່າງກາຍ. ລາວໄດ້ຖືກຈັບໃນຕອນແລງວັນອັງຄານ ທີ່ຜ່ານມາ ແລະໄດ້ຖືກກັກຂັງໄວ້ ຢູ່ສູນກັກຂັງຜູ້ໃຫຍ່ ໃນເມືອງເຊີໂຣກີ.

ອາຊະຍາກຳດັ່ງກ່າວໄດ້ພາໃຫ້ເກີດຄື້ນຟອງແຫ່ງຄວາມຢ້ານກົວ ຢູ່ໃນປະຊາຄົມຊາວເອເຊຍອາເມຣິກັນ ທີ່ໄດ້ມີຄວາມຮູ້ສຶກກ່ຽວກັບການໂຈມຕີທີ່ໄດ້ເກີດຂຶ້ນນັບ ແຕ່ເລີ້ມມີການແຜ່ລະບາດຂອງໄວຣັສໂຄໂຣນາເມື່ອນຶ່ງປີກ່ອນ. ໄວຣັສດັ່ງກ່າວ ໄດ້ເລີ້ມຂຶ້ນຢູ່ໃນປະເທດຈີນ ໃນເດືອນທັນວາ 2019.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG