ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຢູ​ເຄ​ຣນ​ພົບ​ວ່າ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຂງ​ຂັນ ນຶ່ງ​ປີ​ຫຼັງ​ຈາກ​​ການ​ຮຸກ​ຮານ

ທ່ານ​ດະ​ມີ​ໂຕ​ຣ ຄູ​ເລ​ບາ ລັດ​ຖະ​ມົນ​ຕີ​​ຕ່າງ​ປະ​ເທດ​ຂອງ​ຢູ​ເຄ​ຣນ (ຂວາ) ແລະ​ທ່ານ​ເຊີ​ກີ ກິ​ສ​ລິ​ສ​ຢາ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຢູ​ເຄ​ຣນ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ພວມ​ໂອ້​ລົມ​ກັນ ຫຼັງ​ຈາກ​ສະ​ມັດ​ຊາ​ໃຫຍ່ ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ ກັບ​ມະ​ຕິ​ສະ​ໜັບ​ສະ​ໜຸນ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 23 ກຸມ​ພາ 2023.

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ດ້ວຍ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນ​ໃນ​ວັນ​ພະ​ຫັດ​ວານນີ້ ຕໍ່​ມະ​ຕິ​ທີ່​ຮຽກ​ຮ້ອງ​ໃຫ້ “ມີ​ການ​ສ້າງ​ສັນ​ຕິ​ພາບຢ່າງ​ສົມ​ບູນ ເປັນ​ທຳ ແລະ​ຍືນ​ຍົງ” ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ໃນ​ປະ​ເທດ​ຢູ​ເຄ​ຣນ ​ໃຫ້​ສອດ​ຄ່ອງ​ກັບ​ຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ.

ຄະ​ນະ​ຜູ້​ແທນ​ພາ​ກັນ​ຕົບ​ມື​ຊົມ​ເຊີຍ ຫຼັງ​ຈາກ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ກັບ​ມະ​ຕິ​ສະ​ໜັບ​ສະ​ໜຸນ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຢູ​ເຄ​ຣນ ແລະ​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ການ​ເປ​ັນ​ປໍ​ລະ​ປັກ ຫຼັງ​ຈາກ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 23 ກຸມ​ພາ 2023 ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ.

ມີ 141 ປະ​ເທດລົງ​ຄະ​ແນນ​ສຽງເຫັນ​ພ້ອມ 7 ປະ​ເທດ​ຄັດ​ຄ້ານ ແລະ 32 ປະ​ເທດ​ບໍ່​ອອກ​ສຽງ ຊຶ່ງ​ປະ​ເທດ​ສ່ວນ​ໃຫຍ່​ແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຮ່າງ​ຍັດ​ຕິ​ທີ່​ນຳ​ສະ​ເໜີ​ໂດຍ​ຢູ​ເຄ​ຣ​ນ ຊຶ່ງ​ໄດ້​ເນັ້ນເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ຊອກ​ສະ​ແຫວງ​ຫາ​ສັນ​ຕິ​ພາບ. ນອກນັ້​ນ ​ມະ​ຕິ​ດັ່ງ​ກ່າວ​ຍັງ​ໄດ້​ຢ້ຳເຖິງ​ຄວາມ​ຮຽກ​ຮ້ອງ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊ​າດເພື່ອ​ໃຫ້​ຣັດ​ເຊຍ “ຖອນ​ກຳ​ລັງ​ທະ​ຫານ​ຂອງ​ຕົນ​ທັງໝົດ ອອກ​ໄປ​ ຈາກ​ດິນ​ແດນ​ຂອງ​ຢູ​ເຄ​ຣນທີ່​ນາໆ​ຊາດ​ຮັບ​ຮູ້ໃນ​ທັນ​ທີ ຢ່າງ​ຄົບ​ຖ້ວນ ແລະ​ບໍ່​ມີ​ເງື່ອນ​ໄຂ​ໃດໆ​ທັງ​ສິ້ນ ແລະ​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ ການ​ເປັນ​ປໍ​ລະ​ປັກ ກັນ.”

“ການ​ລົງ​ຄະ​ແນນ​ສຽງ​ໃນ​ມື້ນີ້ ແມ່ນ​ຫຼັກ​ຖານ​ອີກ​ອັນ​ນຶ່ງທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ມີ​ພຽງ​ແຕ່​ປະ​ເທດ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ ທີ່ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຢູ​ເຄ​ຣນ ການ​ສະໜັບ​ສະ​ໜຸນ​ແມ່ນ​ມາ​ຈາກວົງ​ກວ້າງແລະ​ມີ​ແຕ່​ຈະ​ສືບ​ຕໍ່ມີ​ຄວາມເຂັ້ມ​ແຂງ​ແລະ​ເພີ້ມ​ທະ​ວີ​ຂຶ້ນ​ນຳ​ນັບ​ມື້” ນັ້ນ​ຄື​ຄຳ​ເວົ້າ​ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ຄູ​ເລ​ບາ ກ່າວ​ຕໍ່​ພວກ​ນັກ​ຂ່າວຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ.

ຜົນ​ການ​ລົງ​ຄະ​ແນນ​ສຽງ ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທີ່​ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ມະ​ຕິ​ຂອງ​ຢູ​ເຄ​ຣນ​ ຫຼັງ​ຈາກ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 23 ກຸມ​ພາ 2023 ທີ່​ຕຶກ​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ.

ກອງ​ປະ​ຊຸມ​ນັດ​ພິ​ເສດ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊ​າດ ຊຶ່ງ​ເລີ້ມ​ຂຶ້ນ​ໃນ​ມື້ວັ​ນ​ພຸດ ​ດຳ​ເນີນ​ຢູ່​ຕໍ່​ມາ​ຈົນ​ຮອດ​ວັນ​ພະ​ຫັດແລະ​ສິ້ນ​ສຸດລົງ​ດ້ວຍການ​ລົງ​ຄະ​ແນນ​ສຽງ ເພື່ອ​ເປັນ​ຂີດ​ໝາຍ​ຂອງວັນ​ຄົບ​ຮອບ​ໃນ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ. ທ່ານ​ຄູ​ເລ​ບາ​ໄດ້​ຮ້ອງ​ຂໍ​ໃຫ້​ປະ​ຊາ​ຄົມ​ນາໆ​ຊາດ ກຽມ​ພ້ອມ​ເພື່ອ​ຊ່ວຍ​ປະ​ເທດ​ຂອງ​ທ່ານ.

“ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ສົ່ງ​ສານ ​ດ້ວຍ​ຄຳ​ເວົ້າ​ທີ່​ແຮງ​ແລະ​ຈະ​ແຈ້ງວ່າ ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ຮວມ​ທັງ​ຫຼັກ​ການ​ຂອງ​ຄວາມ​ສະ​ເໝີ​ພາບ​ໃນ​ດ້ານ​ອະ​ທິ​ປະ​ໄຕ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດຄວນ​ໃຊ້​ເປັນ​ພື້ນ​ຖານ​ສຳ​ລັບ​ຂັ້ນ​ຕອນ ໃນ​ການ​ແກ້​ໄຂ​ດ້ວຍ​ສັນ​ຕິ​ວິ​ທີ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG