ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສະ​ພາ​ຄວາມ​ໝັ້ນ​ຄົງ ໄດ້​ປະ​ຕິ​ເສດ​ຕໍ່​ແຜນ​ການ ​ປະ​ກາດ​ຮວມ​ເອົາ​ດິນ​ແດນ​ຂອງ​ປູ​ຕິ​ນ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພວມ​ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ​ສະ​ຖາ​ນະ​ການ​ ໃນ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 22 ກັນ​ຍາ 2022 ທີ່​ສຳ​ນັກ​ງານ​ໃຫຍ່ ​ສະ​ຫະ​ປະ​ຊາ​ຊາດ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພວມ​ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ​ສະ​ຖາ​ນະ​ການ​ ໃນ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 22 ກັນ​ຍາ 2022 ທີ່​ສຳ​ນັກ​ງານ​ໃຫຍ່ ​ສະ​ຫະ​ປະ​ຊາ​ຊາດ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ນາມ​ຣັດ​ເຊຍ ທີ່​ໄດ້​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ ​ຂອງ​ສົງ​ຄາມ​ໃນ​ຢູ​ເຄ​ຣນ ໂດຍ​ຕ້ອງ​ຕິ​ການ​ລະ​ດົມ​ພົນຂອງ​ປະ​ເທດ​ດັ່ງ​ກ່າວ​ແລະ​ການ​ຂົ່ມ​ຂູ່​ທີ່​ຈະ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ​ຂອງປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັດ​ພິ​ເສດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ທີ່​ຈັດ​ຂຶ້ນ​ໃນ​ວັນ​ພະ​ຫັດ​ວານນີ້ ຢູ່ນອກກອງ​ປະ​ຊຸມ​ມັດ​ຊາ​ໃຫຍ່​ປະ​ຈຳ​ປີ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ກ່າວ​ວ່າ “ສະ​ມາ​ຊິກ​ທຸກໆ​ປະ​ເທດ​ຂອງ​ສະ​ພາ ຄວນ​ສົ່ງຂ່າວ​ຢ່າງ​ຈະ​ແຈ້ງ​ວ່າ ການ​ຂົ່ມ​ຂູ່​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ແບບ​ບໍ່​ໄຕ່​ຕອງ​ເຫຼົ່າ​ນີ້​ຕ້ອງ​ຢຸດ​ຕິ​ໃນ​ທັນ​ທີ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄົນ​ໃໝ່​ຂອງ​ອັງ​ກິດ ທ່ານ​ເຈມ​ສ໌ ຄ​ລີ​ເວີ​ຣີ ກ່າວ​ວ່າ “ນີ້​ແມ່ນ​ສົງ​ຄາມ​ຢຶດ​ເອົາ​ດິນ​ແດນ. ນີ້​ແມ່ນ​ສົງ​ຄາມ​ຮຸກ​ຮານ ຊຶ່ງ​ໃນ​ເວ​ລານີ້​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ຕ້ອງ​ການ​ທີ່​ຈະ​ສົ່ງ​ພວກ​ໜຸ່ມ​ນ້ອຍ​ຊາວ​ຣັດ​ເຊຍ ທັງ​ຊາຍ​ແລະ​ຍິງ ໄປ​ເພີ້ມ ການ​ສ້າງ​ສັນ​ຕິ​ພາບ​ເບິ່ງ​ຄື​ວ່າ​ເປັນ​ໄປ​ໄດ້​ໜ້ອຍ​ລົງ.”

ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ໄດ້​ປະ​ກາດ​ໃນ​ວັນ​ພຸດ​ຜ່ານ​ມານີ້ວ່າ ທ່ານ​ຈະ​ຮຽກ​ທະ​ຫານ​ເຂົ້າ​ປະ​ຈຳ​ການ​ຕື່ມ​ອີກ​ຫຼາຍ​ເຖິງ 300,000 ຄົນ ສຳ​ລັບ “ການ​ປະ​ຕິ​ບັດ​ງານ​ພິ​ເສດ” ຂອງ​ທ່ານ ໃນ​ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ຄູ​ເລ​ບາ ກ່າວ​ວ່າ “ໃນ​ມື້​ວານນີ້ ປູ​ຕິນ​ໄດ້​ປະ​ກາດ​ລະ​ດົມ​ພົນ. ແຕ່​ສິ່ງ​ທີ່​ທ່ານ​ໄດ້​ປະ​ກາດ​ຢ່າງ​ແທ້​ຈິງ​ຕໍ່​ໂລກ​ທັງ​ມວນນັ້ນ ແມ່ນ​ການ​ປ​ະ​ລາ​ໄຊ​ຂອງ​ທ່ານ. ລາວ​ສາ​ມາດ​ເກນ​ທະ​ຫານ 300,000 ຫຼື 500,000 ຄົນ ແຕ່​ລາວ​ຈະ​ບໍ່​ມີ​ໂອ​ກາດ​ໄດ້​ຊະ​ນະ​ສົງ​ຄາມນີ້​ເລີຍ. ເວ​ລານີ້ ຊາວ​ຢູ​ເຄ​ຣນ​ທຸກໆ​ຄົນ ແມ່ນ​ຕິດ​ອາ​ວຸດ​ພ້ອມ​ແລ້ວ ທີ່​ຈະ​ປ້ອງ​ກັນ​ປ​ະ​ເທດ​ຢູ​ເຄ​ຣນ ແລະ​ຫຼັກ​ການ​ທີ່​ໄດ້​ຮັບ​ການ​ເທີດ​ທູນ​ໃນ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ.”

ນອກນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ຍັງ​ໄດ້​ປະ​ກາດ​ກ່ຽວ​ກັບ​ແຜນ​ການ​ທີ່​ຈະ​ຈັດ​ໃຫ້​ມີ​ການ​ລົງ​ປະ​ຊາ​ມະ​ຕິ​ຢູ່​ໃນ 4 ເຂດ​ທີ່​ຖືກ​ຢຶດ​ຄອງຂອງ​ຢູ​ເຄ​ຣນ ໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຈະ​ຮວມ​ເອົາ​ດິນ​ແດນ​ເຫຼົ່າ​ນີ້​ເຂົ້າ​ເປັນ​ຂອງ​ຕົນ.

ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຂອ​ງ​ໄອ​ຣ໌​ແລນ ທ່ານ​ໄຊ​ມອນ ຄໍ​ວີ​ນີ ກ່າວ​ວ່າ “ມັນ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປ່ຽນ​ແປງ​ເຂດ​ຊາຍ​ແດນ​ທີ່​ນາໆ​ຊາດ​ຮັບ​ຮູ້​ດ້ວຍ​ການ​ໃຊ້​ກຳ​ລັງ ແລະບໍ່​ມີ​ແຜນ​ການ​ລົງ​ປະ​ຊາ​ມະ​ຕິ​ແບບ​ຫຼອກ​ລວງ ສາ​ມາດ​ປ່ຽນ​ແປງ​ພື້ນ​ຖານ​ຂອງ​ຄວາມ​ເປັນ​ຈິງ​ໄດ້. ມັນ​ຈະ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ໄປ​ໄດ້.”

ສ່ວນ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ອານ​ໂຕ​ນິ​ໂອ ກູ​ເຕ​ເຣ​ສ ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້​ນ​ຄົງ​ວ່າ ການ​ເຄື່ອນ​ໄຫວ​ຫຼ້າ​ສຸດນີ້ແມ່ນ “ເປັນ​ອັນ​ຕະ​ລາຍ ແລະ​ເປັນ​ທີ່​ໜ້າ​ວິ​ຕົກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG