ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູ່ທີ່ກອງປະຊຸມຂອງ ສ​ປ​ຊ ໃນວັນແມ່ຍິງສາກົນ ໄດ້ມີການໂອ້ລົມ ກ່ຽວກັບສິດທິຂອງແມ່ຍິງ ແຕ່ມີການປະຕິບັດພຽງເລັກໜ້ອຍ

ບັນດານັກເຄື່ອນໄຫວແມ່ຍິງ ພາກັນຮ້ອງອອກມາ ໃນລະຫວ່າງການຊຸມນຸມ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ວັນທີ 8 ມີນາ 2023.
ບັນດານັກເຄື່ອນໄຫວແມ່ຍິງ ພາກັນຮ້ອງອອກມາ ໃນລະຫວ່າງການຊຸມນຸມ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ວັນທີ 8 ມີນາ 2023.

ຢູ່ທີ່ກອງປະຊຸມສໍາລັບວັນແມ່ຍິງສາກົນ ຂອງອົງການສະຫະປະຊາຊາດໃນວັນພຸດວານນີ້, ໄດ້ມີການໂອລົມກັນຫຼາຍ​ຢ່າງ ແຕ່ບໍ່ສາມາດມອງເຫັນການດໍາເນີນງານກ່ຽວກັບຄວາມກ້າວໜ້າ ແລະການປົກປ້ອງສິດທິຕ່າງໆຂອງແມ່ຍິງ.

ແມ່ຍິງອົບພະຍົບຊາວອັຟການິສຖານຄົນນຶ່ງ ໂຮມຊຸມນຸມໃນວັນແມ່ຍິງສາກົນ, ໃນນະຄອນຫຼວງອິສລາມາບັດ, ປາກິສຖານ, ວັນທີ 8 ມີນາ 2023. ເປັນມື້ທີ່ມີການປະກາດຢ່າງເປັນທາງການ ໂດຍອົງການສະຫະປະຊາຊາດ ໃນປີ 1977, ເຊິ່ງໄດ້ມີການສະຫຼອງຢູ່ທົ່ວໂລກ ໃນວັນທີ 8 ມີນາ.

ທີ່ກອງປະຊຸມສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ກ່ຽວກັບອັຟການິສຖານ ໄດ້ມີການກ່າວສະເໜີ​ໃຫ້ການສະໜະໜັບສະໜຸນຕໍ່ບັນດາແມ່ຍິງຢູ່ທີ່ນັ້ນ, ເຊິ່ງພວກເຂົາເຈົ້າໄດ້ຖືກກົດຂີ່​ຮ້າຍ​ແຮງທີ່ສຸດໃນໂລກ ພາຍໃຕ້ການປົກ ຄອງຂອງລັດຖະບານຕາລິບານ. ແຕ່ບໍ່ມີການສະເໜີມາດຕະການໃໝ່ໃດໆເພື່ອ ກົດດັນກຸ່ມຕາລິບານ ໃຫ້ຍົກເລີກກົດເກນຫຼາຍກວ່າ 30 ຂໍ້ ທີ່ຫ້າມບໍ່ໃຫ້ບັນດາແມ່ຍິງ ຈາກຊີວິດຢູ່ໃນສັງຄົມທົ່ວໄປ ນັບຕັ້ງແຕ່ພວກຕາລິບານເຂົ້າຢຶດອໍານາດໃນເດືອນສິງຫາ ປີ 2021 ທີ່ຜ່ານມາ. ທ່ານນາງຊູບາຍດາ ອັກບາ (Zubaida Akbar) ເຊິ່ງເປັນນັກເຄື່ອນໄຫວຂອງແມ່ຍິງອັຟການິສຖານ Freedom Now ບອກກັບສະມາຊິກສະພາວ່າ “ການກ່າວປະນາມຈາກສາກົນນັ້ນ ແມ່ນມີຄວາມສໍາຄັນຢ່າງຫຼວງຫຼາຍ, ແຕ່ຍັງບໍ່ພຽງພໍເທື່ອ.”

ແມ່ຍິງຄົນນຶ່ງ ຮ້ອງໂຮອອກມາ ໃນລະຫວ່າງການສະເຫຼີມສະຫຼອງວັນແມ່ຍິງສາກົນ ຢູ່ທີ່ສະໜາມກິລາ Mobolaji Johnson ໃນເມືອງລາໂກສ, ປະເທດໄນຈີເຣຍ, ວັນທີ 8 ມີນາ 2023.
ແມ່ຍິງຄົນນຶ່ງ ຮ້ອງໂຮອອກມາ ໃນລະຫວ່າງການສະເຫຼີມສະຫຼອງວັນແມ່ຍິງສາກົນ ຢູ່ທີ່ສະໜາມກິລາ Mobolaji Johnson ໃນເມືອງລາໂກສ, ປະເທດໄນຈີເຣຍ, ວັນທີ 8 ມີນາ 2023.

ທ່ານນາງຮຽກຮ້ອງໃຫ້ພວກເຂົາເຈົ້າ ຈົ່ງດໍາເນີນການຢ່າງມີຄວາມໝາຍໃນທັນທີ ລວມທັງບໍ່ໃຫ້ມີຂໍ້ຍົກເວັ້ນໃດໆຈາກການເດີນທາງໄປຕ່າງປະເທດເພື່ອອະນຸຍາດ ໃຫ້ບັນດາຜູ້ນໍາຂອງກຸ່ມຕາລິບານ ເດີນທາງໄປປະຊຸມຢູ່ຕ່າງປະເທດໄດ້ ໃນຂະ ນະທີ່ບັນດາແມ່ຍິງ ຊໍ້າພັດຖືກກັກໃຫ້ຢູ່ແຕ່ເຮືອນຂອງພວກເຂົາເຈົ້າ ຫຼືມີຜູ້ຊາຍເປັນຜູ້ຕິດຕາມເບິ່ງແຍງ ໃນເວລາອອກໄປນອກ.

ຜູ້ປະທ້ວງຄົນນຶ່ງ ທັ່ງສຽງໃສ່ຕໍາຫຼວດ ຢູ່ໃກ້ທໍານຽບປະທານາທິບໍດີ Malacanang ໃນນະຄອນຫຼວງມະນິລາ, ຟີລິບປິນ, ໃນຂະນະທີ່ຜູ້ປະທ້ວງ ກໍານົດເອົາວັນທີ 8 ມີນາ ປີ 2023.
ຜູ້ປະທ້ວງຄົນນຶ່ງ ທັ່ງສຽງໃສ່ຕໍາຫຼວດ ຢູ່ໃກ້ທໍານຽບປະທານາທິບໍດີ Malacanang ໃນນະຄອນຫຼວງມະນິລາ, ຟີລິບປິນ, ໃນຂະນະທີ່ຜູ້ປະທ້ວງ ກໍານົດເອົາວັນທີ 8 ມີນາ ປີ 2023.

ທ່ານນາງເຕືອນວ່າ “ຖ້າພວກທ່ານຫາກບໍ່ຄຸ້ມຄອງສິດທິຂອງບັນດາແມ່ຍິງຢູ່ທີ່ນີ້, ທ່ານ ກໍບໍ່ມີຄວາມໜ້າເຊື່ອຖືໃດໆ ໃນການດໍາເນີນງານ ຢູ່ບ່ອນອື່ນໆໄດ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG