ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູ່ທີ່ສະຫະປະຊາຊາດ ມີການຮຽກຮ້ອງໃຫ້ນຳເອົາພວກທີ່ຮັບຜິດຊອບ ຕໍ່ຄວາມໂຫດຮ້າຍຕ່າງໆ ໃນຢູເຄຣນ ມາລົງໂທດ


ແຟ້ມພາບ - ຊາຍຄົນນຶ່ງນັ່ງຢູ່ບໍລິເວນເດີ່ນຫຍ້າ ໃກ້ຕຶງແຫ່ງນຶ່ງທີ່ໄດ້ຖືກທຳລາຍ ໃນລະຫວ່າງ ບັນຫາຂັດແຍ້ງຂອງຣັດເຊຍແລະຢູເຄຣນ ໃນເມືອງທ່າເຮືອ ມາຣີອູໂປລ ທາງພາກໃຕ້ຂອງຢູເຄຣນ, ວັນທີ 25 ເມສາ 2022.
ແຟ້ມພາບ - ຊາຍຄົນນຶ່ງນັ່ງຢູ່ບໍລິເວນເດີ່ນຫຍ້າ ໃກ້ຕຶງແຫ່ງນຶ່ງທີ່ໄດ້ຖືກທຳລາຍ ໃນລະຫວ່າງ ບັນຫາຂັດແຍ້ງຂອງຣັດເຊຍແລະຢູເຄຣນ ໃນເມືອງທ່າເຮືອ ມາຣີອູໂປລ ທາງພາກໃຕ້ຂອງຢູເຄຣນ, ວັນທີ 25 ເມສາ 2022.

ຮອງລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ໄດ້ກ່າວໃນວັນພຸດວານນີ້ ວ່າ ບັນຊີຂອງການກໍ່ອາຊະຍາກຳສົງຄາມໂດຍພວກທະຫານຣັດເຊຍ ຢູ່ໃນປະເທດຂອງທ່ານນາງ ເພີ້ມສູງຂຶ້ນທຸກວັນ ແລະການຮັບຜິດຊອບຕໍ່ກົດໝາຍເປັນສິ່ງທີ່ສຳຄັນຍິ່ງ.

“ເມືອງມາຣີອູໂປລ ໄດ້ຖືກຖະ​ຫລົ່ມກາຍເປັນຝຸ່ນ” ທ່ານນາງເອມີເນ ດີຊາປາໂຣວາ (Emine Dzhaparova) ໄດ້ກ່າວຕໍ່ກອງປະຊຸມທີ່ບໍ່ເປັນທາງການຂອງສະ ພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານນາງກ່າວອີກວ່າ “ພົນລະເຮືອນຫຼາຍພັນຄົນ ອາໄສຢູ່ໃນພາວະການປິດລ້ອມ ໂດຍປາດສະຈາກນ້ຳ ໄຟຟ້າ ການສື່ ສານ ແລະເຄື່ອງ​ໃຊ້ຂັ້ນພື້ນຖານຕ່າງໆ ທີ່ປະຊາຊົນທັງໝົດຕ້ອງການ.”

ທ່ານນາງໄດ້ກ່າວວ່າ ຂຸມຝັງສົບໝູ່ໃໝ່ຫຼາຍແຫ່ງ ແລະສົບທີ່ໄດ້ຖືກຝັງ ໄດ້ພົບເຫັນຢູ່ໃນເມືອງຕ່າງໆຂອງຢູເຄຣນ ໃນແຕ່ລະວັນ ແລະພວກທະຫານຂອງຣັດເຊຍ ພາກັນກໍ່ອາຊະຍາກຳຕໍ່ພົນລະເຮືອນ ລວມທັງການທໍລະມານ ການຂົ່ມ ຂືນ ແລະການຄາດຕະກຳ.

ແຟ້ມພາບ - ຮອງລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ຜູ້ທີນຶ່ງ ທ່ານນາງເອມີເນ ດີຊາປາໂຣວາ (Emine Dzhaparova) ກ່າວໃນລະຫວ່າງໃຫ້ສຳພາດກັບອົງການຂ່າວເອພີ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 11 ສິງຫາ 2021.
ແຟ້ມພາບ - ຮອງລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ຜູ້ທີນຶ່ງ ທ່ານນາງເອມີເນ ດີຊາປາໂຣວາ (Emine Dzhaparova) ກ່າວໃນລະຫວ່າງໃຫ້ສຳພາດກັບອົງການຂ່າວເອພີ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 11 ສິງຫາ 2021.

ທ່ານນາງເວົ້າວ່າ “ຣັດເຊຍ ຕ້ອງນຳມາຮັບຜິດຊອບສຳລັບອາຊະຍາກຳຂອງຕົນໃນຖານະເປັນປະເທດ” ໂດຍກ່າວຕື່ມວ່າ ບຸກຄົນໃດໆຜູ້ທີ່ໄດ້ກໍ່ອາຊະຍາກຳ ຕ້ອງຖືກດຳເນີນຄະດີ ເຊັ່ນກັນ.

ທ່ານນາງຊາປາໂຣວາໄດ້ເວົ້າອີກວ່າ “ຜູ້ທີ່ໄດ້ທຳການຂົ່ມຂືນແມ່ຍິງຄົນນຶ່ງ ​ເຕະ ແຂ້ວຂອງລາວຫັກອອກ, ຜູ້ທີ່ໄດ້ສັງຫານຊາຍ ຄົນທີ່ຂີ່ລົດຖີບ, ຜູ້ທີ່ໄດ້ໂຈມຕີພວກຄົນທີ່ລຽນແຖວລໍຖ້າຂໍເຂົ້າຈີ່, ຜູ້ທີ່ໄດ້ຍິງໃສ່ຂະບວນລົດຂົນເຄື່ອງດ້ານມະ ນຸດສະທຳ, ໂຮງໝໍແມ່ແລະເດັກ ລົດສຸກເສີນ ລົດຍົນ ທັງຫຼາຍເຫຼົ່ານັ້ນ. ພວກຄົນເຫຼົ່ານັ້ນ ມີນາມ ແລະໜ້າຕາ ແລະພວກເຂົາຈະຖືກນຳມາຮັບຜິດຊອບ ໃນ​ການ​ກໍ່ອາຊະຍາກຳ.”

ລັດຖະມົນຕີກະຊວງຍຸຕິທຳຂອງຢູເຄຣນ ທ່ານນາງເອີຣີນາ ເວີເນດິກໂຕວາ (Iryna Venediktova) ໄດ້ກ່າວຈາກນະຄອນຫຼວງກີຢິບວ່າ ສຳນັກງານຂອງທ່ານນາງ ໄດ້ເປີດ 8,000 ຄະດີ ເພືຶ່ອສືບສວນຂໍ້ກ່າວຫາຂອງການລະເມີດຕ່າງໆ ແລະບັນຊີສືບຕໍ່ເພີ້ມຂຶ້ນເລື້ອຍໆ.

ແຟ້ມພາບ - ມຸມມອງນຶ່ງ ສະແດງໃຫ້ເຫັນສະຖານີລົດໄຟ ໄດ້ຖືກທຳລາຍ ໃນລະຫວ່າງບັນຫາຂັດແຍ້ງຂອງຣັດເຊຍແລະຢູເຄຣນ ໃນເມືອງທ່າເຮືອ ມາຣີອູໂປລ ທາງພາກໃຕ້ຂອງຢູເຄຣນ, ວັນທີ 26 ເມສາ 2022.
ແຟ້ມພາບ - ມຸມມອງນຶ່ງ ສະແດງໃຫ້ເຫັນສະຖານີລົດໄຟ ໄດ້ຖືກທຳລາຍ ໃນລະຫວ່າງບັນຫາຂັດແຍ້ງຂອງຣັດເຊຍແລະຢູເຄຣນ ໃນເມືອງທ່າເຮືອ ມາຣີອູໂປລ ທາງພາກໃຕ້ຂອງຢູເຄຣນ, ວັນທີ 26 ເມສາ 2022.

ລັດຖະບານຈຳນວນນຶ່ງໄດ້ສະເໜີໃຫ້ການຊ່ອຍເຫຼືອແກ່ຢູເຄຣນໃນການດຳເນີນການສືບສວນສອບສວນ ແລະບັນທຶກການລ່ວງລະເມີດທັງຫຼາຍ.

ໃນການເຄື່ອນໄຫວທີ່ບໍ່ເຄີຍມີມາກ່ອນນີ້ ຫຼາຍກວ່າ 40 ປະເທດ ໄດ້ນຳສະເໜີ​ໃຫ້ສົ່ງສະຖານະການໃນຢູເຄຣນ ໄປໃຫ້ສານອາຍາສາກົນ ໃນນະຄອນເຮກ.

ຫົວໜ້າໄອຍະການທ່ານຄາຣີມ ຄານ (Karim Khan) ໄດ້ເດີນທາງໄປຢູເຄຣນ ສອງຄັ້ງແລ້ວ ແລະໄດ້ມີທີມງານສືບສວນສອບສວນຢູ່ພາກພື້ນດິນ ທີ່ປະກອບດ້ວຍບັນດາ ນັກຊ່ຽວຊານ ທະນາຍຄວາມ ແລະນັກວິຊາການດ້ານມະນຸດສາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG