ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢູ່ອົງການສະຫະປະຊາຊາດ, ປະເທດທີ່ຢູ່ໃກ້ຄຽງອັຟການິສຖານ ຮຽກຮ້ອງໃຫ້ມີ ສັນຕິພາບ ແລະຄວາມໝັ້ນຄົງ


ກະສັດຂອງ ກາຕ້າ, ເຊກ ຕາມິມ ບິນ ຮາມັດ ອາລ-ທານີ ກ່າວຄຳປາໄສ ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ຢູ່ສຳນັກງານໃຫຍ່ອົງການ ສະຫະປະຊາຊາດ, ນະຄອນ ນິວຢອກ. 21 ກັນຍາ, 2021.
ກະສັດຂອງ ກາຕ້າ, ເຊກ ຕາມິມ ບິນ ຮາມັດ ອາລ-ທານີ ກ່າວຄຳປາໄສ ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ຢູ່ສຳນັກງານໃຫຍ່ອົງການ ສະຫະປະຊາຊາດ, ນະຄອນ ນິວຢອກ. 21 ກັນຍາ, 2021.

ບັນດາປະເທດທີ່ຢູ່ໃກ້ຄຽງຂອງ ອັຟການິສຖານ ໄດ້ສະແດງປະຕິກິລິຍາຕໍ່ການຖອນທະຫານ ສະຫະລັດ ໃນເດືອນທີ່ຜ່ານມາ ແລະການເຂົ້າຄວບຄຸມປະເທດຂອງກຸ່ມຕາລີບານ ຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນວັນອັງຄານວານນີ້, ໂດຍຮຽກຮ້ອງໃຫ້ມີສັນຕິພາບ ແລະສະຖຽນລະພາບໃນພາກພື້ນຂອງເຂົາເຈົ້າ.

ເຊກ ຕາມິມ ບິນ ຮາມັດ ອາລ ທານີ (Sheihk Tamim bin Hamad al Thani), ກະສັດຫຼືອີມຽກ ແຫ່ງປະເທດກາຕ້າໄດ້ກ່າວວ່າ “ການຕັດສິນໃຈຂອງອາເມຣິກາ ເພື່ອຖອນອອກຈາກ ອັຟການິສຖານລຸນຫຼັງການເຈລະຈາຕ່າງໆກັບກຸ່ມຕາລີບານ ໄດ້ກາຍເປັນຈຸດຫັນປ່ຽນທີ່ສຳຄັນສຳລັບປະເທດນີ້.”

ກາຕ້າ ມີສາຍພົວພັນທີ່ດີ ກັບ ວໍຊິງຕັນ ແລະກຸ່ມຕາລີບານ, ໂດຍເປັນເຈົ້າພາບຈັດການເຈລະຈາລະຫວ່າງທັງສອງຝ່າຍນັ້ນ ໃນນະຄອນຫຼວງ ໂດຮາ ຂອງເຂົາເຈົ້າ. ກຸ່ມຕາລີບານ ຍັງມີຫ້ອງການຂອງພວກເຂົາໃນນະຄອນຫຼວງ ໂດຮາ ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ.

ກະສັດຂອງ ກາຕ້າ ໄດ້ເວົ້າວ່າ ເຂົາເຈົ້າຈະສືບຕໍ່ປະສານງານກັບບັນດາຄູ່ຮ່ວມ ເພື່ອຮັບປະກັນຜົນປະໂຫຍດທີ່ໄດ້ມາໃນລະຫວ່າງການເຈລະຈາທີ່ວ່ານັ້ນຈະຖືກຮັກສາໄວ້ ແລະ ປະຕິບັດຕາມຄຳໝັ້ນສັນຍາຕ່າງໆ.

ກະສັດກາຕ້າ ໄດ້ກ່າວວ່າ “ພວກເຮົາຍັງຈະກ່າວຢໍ້າເຖິງຄວາມຈຳເປັນຂອງການສືບຕໍ່ການສົນທະ ນາກັບກຸ່ມຕາລີບານ ເພາະວ່າການປິດລ້ອມມີແຕ່ຈະນຳໄປສູ່ການຂັດແຍ້ງ ແລະ ປະຕິກິລິຍາສະທ້ອນ, ເຊິ່ງການສົນທະນາຈະນຳມາຜົນທີ່ເປັນແງ່ບວກ. ບັນຫາໃນ ອັຟການິສຖານ ບໍ່ແມ່ນເລື່ອງຂອງໄຊຊະນະ ຫຼື ການຜ່າຍແພ້ ແຕ່ເປັນບັນຫາຂອງຄວາມລົ້ມແຫຼວທີ່ຈະກຳນົດລະບົບການເມືອງຈາກທາງນອກ.”

ກາຕ້າ ຍັງໄດ້ເປັນນຶ່ງໃນບັນດາປະເທດທີ່ໄດ້ຊ່ວຍຍົກຍ້າຍຄົນຕ່າງປະເທດຫຼາຍພັນຄົນ ແລະ ຄົນ ອັຟການິສຖານ ອອກຈາກປະເທດດັ່ງກ່າວ, ລຸນຫຼັງການເຂົ້າຄວບຄຸມຂອງກຸ່ມຕາລີບານ ໃນວັນທີ 15 ສິງຫາ.

ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ໄດ້ກ່າວໃນກອງປະຊຸມວ່າ “ໂດຍບໍ່ຄຳນຶງເຖິງ ຂັ້ນຕອນທາງການເມືອງ, ອັຟການິສຖານ ຕ້ອງການຄວາມຊ່ວຍເຫຼືອ ແລະ ຄວາມສາມັກຄີຂອງປະຊາຄົມນານາຊາດ. ພວກເຮົາຫວັງວ່າສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຈະຖືກສ້າງຂຶ້ນໃນປະເທດດັ່ງກ່າວໄວເທົ່າທີ່ຈະໄວໄດ້, ແລະ ວ່າປະຊາຊົນ ອັຟການິສຖານ ຈະໄດ້ຮັບການຊ່ວຍໃຫ້ພົ້ນໄພ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG