ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ່ທີ່ກອງປະຊຸມສຸດຍອດ ຫົວໜ້າປ້ອງກັນປະເທດຈີນ ຖືກຖາມກ່ຽວກັບ ຄຳເວົ້່າ ທຽບໃສ່ ການກະທຳ


ລັດຖະມົນຕີປ້ອງກັນປະເທດຈີນ ນາຍພົນ ລີ ຊັງຝູ ກ່າວລະຫວ່າງ ກອງປະຊຸມ ສົນທະນາທີ່ ສະຖາບັນສາກົນ ສຶກສາຍຸດທະສາດ ຄັ້ງທີ 20 ຢູ່ Shangri-La ໃນສິງຕະໂປ ວັນທີ 4 ມິຖຸນາ 2023.
ລັດຖະມົນຕີປ້ອງກັນປະເທດຈີນ ນາຍພົນ ລີ ຊັງຝູ ກ່າວລະຫວ່າງ ກອງປະຊຸມ ສົນທະນາທີ່ ສະຖາບັນສາກົນ ສຶກສາຍຸດທະສາດ ຄັ້ງທີ 20 ຢູ່ Shangri-La ໃນສິງຕະໂປ ວັນທີ 4 ມິຖຸນາ 2023.

ຢູ່ທີ່ກອງປະຊຸມສຸດຍອດ ຄວາມປອດໄພຂອງເອເຊຍ ລັດຖະມົນຕີປ້ອງກັນປະ ເທດຈີນ ທ່ານລີ ຊັງຟູ ໄດ້ບັນລະຍາຍ “ການລິເລີ້ມຄວາມປອດໄພໃໝ່” ຂອງປັກກິ່ງ ​ໂດຍໃຊ້ຄຳເວົ້າ ເຊັ່ນວ່າ “ການເປີດກວ້າງ” “ມີ​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມ” “ໂປ່ງ​ໃສ” “ສະ​ເໝີ​ພາບ” “​ການ​ປົກ​ຄອງ ​ດ້ວຍໂຕບົດກົດໝາຍ” “ການສົນທະ ນາ” “ສັນຕິພາບ” ແລະ “ຊະນະກັບຊະນະ.”

ແຕ່​ໃນເວລາຕອບໃນຄຳຖາມ ຫລັງຈາກການກ່າວຄຳປາໄສ​ຢູ່ກອງ​ປະ​ຊຸມຄວາມປອດໄພ Shangri-La ໃນສິງກະໂປ ໃນວັນອາທິດທີ່ຜ່ານມາ ທ່ານລີ ປະເຊີນໜ້າຄໍາຖາມ ຈາກບັນດາຜູ້ເຂົ້າຮ່ວມ ທີ່ປາກົດສະແດງເຖິງຄວາມເຊື່ອຖືຂົງເຂດວ່າ ບັນດາຄຳເວົ້າຂອງປັກກິ່ງ ບໍ່​ໄດ້​ສະ​ທ້ອນ​ເຖິງ ການປະຕິບັດ ຢູ່ໃນການ​ຂັດແຍ້ງທະເລຈີນໃຕ້ ທີ່ມີການສົ່ງກຳລັງອອກໄປຢູ່ໃນ​ເຂດ​ນ່ານນໍ້າ ທີ່ຕົນອ້າງເອົາ​ກຳ​ມະ​ສິດວ່າເປັນຂອງຕົນ.

ທ່ານລີ ບໍ່ຕອບບັນດາຄຳຖາມໂດຍກົງ ​ແຕ່ກ່າວວ່າການເຄື່ອນໄຫວຂອງປະເທດຕ່າງໆ ຢູ່ນອກຂົງເຂດໄດ້ພາ​ໃຫ້​ເກີດຄວາມເຄັ່ງຕືງ​ເພີ້ມ​ຂຶ້ນ. ຢູ່ໃນຖະແ​ຫຼງການຂອງທ່ານ ທ່ານໄດ້ກ່າວຫາ “ບັນດາປະເທດຈຳນວນນຶ່ງ” ​ໄດ້​ເພີ້ມ​ທະ​ວີ​ການແຂ່ງຂັນອາວຸດ ແລະແຊກແຊງເຂົ້າ​ໃນ​ກິດ​ຈະ​ການພາຍໃນຂອງຜູ້ອື່ນ​ຢ່າງ​ເຕັມ​ໃຈ ທີ່ປາກົດວ່າໄດ້ແນ​ເປົ້າ​ໝາຍໃສ່ສະຫະລັດ.

“ແນວຄິດສົງຄາມເຢັນ ບັດນີ້ເກີດຂຶ້ນມາໃໝ່ ສ່ຽງຕໍ່ຄວາມປອດໄພ ຢາງໃຫຍ່​ຫຼວງ” ທີີ່ທ່ານໄດ້ກ່າວ ອ້າງເຖິງຄວາມເຄັ່ງຕືງຫລາຍທົດສະວັດ ລະຫວ່າງສະ ຫະລັດ ແລະບັດນີ້ຮ້ອງວ່າຣັດເຊຍ. “ການໃຫ້ຄວາມນັບຖືກັນ ຄວນພິສູດໃຫ້ເຫັນເໜືອໄປກວ່າການເຍາະເຍີິ້ຍ ແລະການຢາ​ກ​ເປັນ​ເຈົ້າ.

ມື້ກ່ອນນັ້ນ ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ໄດ້ກ່າວຢູ່ກອງປະຊຸມສຸດຍອດ ​ໂດຍ​ຕ້ອງທີ່ຈີນປະຕິເສດ ຈະຈັດການສົນທະນາທາງທະຫານ ປ່ອຍໃຫ້ບັນດາມະຫາອຳນາດ​ຕົກ ​ຢູ່​

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG