ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທີ່ກອງປະຊຸມ ສຸດຍອດ ນິວເດລີ ອິນເດຍ ແລະອາຊ່ຽນ ຫາທາງ ສ້າງຄວາມສຳພັນ ທີ່ໃກ້ຊິດ ທາງທະເລ


ຄົນຂີ່ລົດຖີບຜູ້ນຶ່ງ ກຳລັງຜ່ານປ້າຍ ກອງປະຊຸມສຸດຍອດ ຕິດຢູ່ ຂ້າງຖະໜົນ ໃນນະຄອນນິວເດລີ ປະເທດອິນເດຍ ທີ 23 ມັງກອນ 2018.
ຄົນຂີ່ລົດຖີບຜູ້ນຶ່ງ ກຳລັງຜ່ານປ້າຍ ກອງປະຊຸມສຸດຍອດ ຕິດຢູ່ ຂ້າງຖະໜົນ ໃນນະຄອນນິວເດລີ ປະເທດອິນເດຍ ທີ 23 ມັງກອນ 2018.

ດ້ວຍການແນສາຍຕາໃສ່ຈີນ ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ແລະບັນດາຜູ້ນຳຂອງປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ຕົກລົງກັນ
ໃນລະຫວ່າງກອງປະຊຸມສຸດຍອດ ທີ່ນະຄອນຫລວງນິວເດລີ ເພື່ອເສີມຂະຫຍາຍ
ສາຍສຳພັນທາງທະເລ.

ທ່ານໂມດີ ໃຫ້ຄວາມເຫັນດັ່ງກ່າວ ໃນວັນພະຫັດວານນີ້ ລະຫວ່າງການກ່າວຄຳ
ປາໄສຕໍ່ສະມາຊິກ 10 ປະເທດຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍ
ຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ໂດຍເວົ້າວ່າ “ອິນເດຍ ມີວິໄສທັດຮ່ວມ ກັບສະ
ມາຄົມອາຊ່ຽນ ທີ່ຢາກໃຫ້ມີສັນຕິພາບ ແລະຄວາມອຸດົມຮັ່ງມີ ໂດຍຜ່ານກົດລະ ບຽບກ່ຽວກັບມະຫາສະມຸດ ແລະທະເລ.”

ໂດຍການຮຽກຮ້ອງໃຫ້ມີການຮ່ວມມືກັນຕື່ມຂຶ້ນກັບສະມາຄົມອາຊ່ຽນ ທ່ານໄດ້
ກ່າວຢ້ຳວ່າ ອິດສະຫຼະພາບໃນການເດີນເຮືອ ຈະແມ່ນຈຸດເພັ່ງເລັງທີ່ສຳຄັນ.

ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ (ຊ້າຍ) ແລະສາຍົກອິນເດຍ ທ່ານນາເຣນດຣາ ໂມດີ ທີ່ກອງປະຊຸມໃນນະຄອນນິວເດລີ.
ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ (ຊ້າຍ) ແລະສາຍົກອິນເດຍ ທ່ານນາເຣນດຣາ ໂມດີ ທີ່ກອງປະຊຸມໃນນະຄອນນິວເດລີ.

ກອງປະຊຸມສຸດຍອດດັ່ງກ່າວ ມີຂຶ້ນນຶ່ງມື້ ກ່ອນພິທີເດີນສວນສະໜາມປະຈຳປີໃນໂອ
ກາດການສະເຫລີມສະຫຼອງວັນສ້າງຕັ້ງສາທາລະນະລັດຂອງອິນເດຍຊຶ່ງພວກຜູ້ນຳ
ຂອງ 10 ປະເທດສະມາຊິກອາຊ່ຽນ ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມ. ນີ້ແມ່ນເປັນເທື່ອ
ທຳອິດ ທີ່ອິນເດຍໄດ້ເປັນເຈົ້າພາບຕ້ອນຮັບ ຜູ້ນຳຂອງຫຼາຍໆປະເທດ ເຂົ້າຮ່ວມໃນ
ພິທີສວນສະໜາມປະຈຳປີ ທີ່ໄດ້ສະແດງແສນຍານຸພາບທາງທະຫານຂອງຕົນ.

ຮູບພາບການກໍ່ສ້າງຂອງຈີນ ທີ່ເຫັນຢູ່ເກາະ ສະແປຣດລີ ທະເລຈີນໃຕ້ ວັນທີ 21 ເມສາ 2017.
ຮູບພາບການກໍ່ສ້າງຂອງຈີນ ທີ່ເຫັນຢູ່ເກາະ ສະແປຣດລີ ທະເລຈີນໃຕ້ ວັນທີ 21 ເມສາ 2017.

ການເຊື້ອເຊີນດັ່ງກ່າວຂອງນິວເດລີ ແມ່ນເປັນສັນຍານສະແດງໃຫ້ເຫັນວ່າ ທັງສອງ
ຝ່າຍຕ້ອງການຢາກເສີມຂະຫຍາຍຄວາມສຳພັນເພື່ອສ້າງຄວາມກ້ຳເກິ່ງ​ຕໍ່ອິດທິພົນ
ແລະການຄອບງຳທີ່ມີເພີ້ມຂຶ້ນຂອງຈີນຢູ່ໃນຂົງເຂດ ອີງຕາມພວກນັກສັງເກດການ.

ກອງທັບເຮືອອິນເດຍ ທີເຫັນຢູ່ນ່ານນໍ້າ ທາງພາກໃຕ້ອິນເດຍ.
ກອງທັບເຮືອອິນເດຍ ທີເຫັນຢູ່ນ່ານນໍ້າ ທາງພາກໃຕ້ອິນເດຍ.

ນອກນັ້ນ ການຮ່ວມມືທາງທະເລ ຍັງເປັນຈຸດເພັ່ງເລັງທີ່ສຳຄັນ ໃນກອງປະຊຸມສອງ
ຝ່າຍລະຫວ່າງທ່ານໂມດີ ທີ່ມີຂຶ້ນກັບພວກຜູ້ນຳ ຈາກເຂດເອເຊຍຕາເວັນອອກສຽງ
ໃຕ້ ອີງຕາມ ທ່ານນາງປຣີຕີ ຊາຣານ ເຈົ້າໜ້າທີ່ກະຊວງການຕ່າງປະເທດ ຂອງອິນ
ເດຍ. ໂດຍບໍ່ໄດ້ໃຫ້ການອະທິບາຍຫຍັງເພີ້ມຕື່ມຊຶ່ງທ່ານນາງຊາຣານເວົ້າວ່າ ພວກ
ທ່ານໄດ້ແກ້ໄຂບັນຫາທ້າທາຍ ທີ່ມີມາ ຕາມປົກກະຕິ ແລະບໍ່ປົກກະຕິທີ່ພວກເຮົາທັງ
ໝົດຕ່າງກໍປະເຊີນຮ່ວມກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG