ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ​ສອງ​ຄົນ ​ຖືກ​ລາງວັນ​ທີ​ນຶ່ງ ຫ​ວຍພ​າວ​ເວີບອ​ລ


ປ້າຍ​ໂຄ​ສະ​ນາ​ລາງວັນ​ທີ​ນຶ່ງ​ຫວຍ ພາວ​ເວີບອ​ລ ແລະ ຫວຍ ເມ​ກາ ມິ​ລ​ລຽນ ຢູ່​ຮ້ານ KC Mart ເມືອງ ຊິມ​ຊັນ​ວິ​ລ (Simpsonville,) ລັດ ຄາ​ໂຣ​ໄລ​ນາ​ໃຕ້. 24 ຕຸ​ລາ, 2018.
ປ້າຍ​ໂຄ​ສະ​ນາ​ລາງວັນ​ທີ​ນຶ່ງ​ຫວຍ ພາວ​ເວີບອ​ລ ແລະ ຫວຍ ເມ​ກາ ມິ​ລ​ລຽນ ຢູ່​ຮ້ານ KC Mart ເມືອງ ຊິມ​ຊັນ​ວິ​ລ (Simpsonville,) ລັດ ຄາ​ໂຣ​ໄລ​ນາ​ໃຕ້. 24 ຕຸ​ລາ, 2018.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຫວຍ​ລັອດ​ເຕີ​ຣີ ສະ​ຫະ​ລັດ ກ່າວ​ວ່າ ມີ​ຜູ້​ຊະ​ນະ​ລາງວັນ​ທີ​ນຶ່ງ 750
ລ້ານໂດລາຂອງຫວຍ ພາວເວີບອລ (Powerball)

ຫວຍ​ສອງ​ໃບ​ດັ່ງ​ກ່າວ ທີ່​ໄດ້​ຂາຍ​ຢູ່​ໃນ​ລັດ ນິວຢອກ ແລະ ໄອ​ໂອ​ວາ, ໄດ້​ອອກ​ເລກ 8,
12, 13, 19, 27 ແລະ ເລກພາວເວີບອລ 4 ໃນການອອກຫວຍຂອງວັນເສົາວານນີ້.

ລາງວັນ​ທີ​ນຶ່ງ​ຂອງ​ຫວຍ ພາວ​ເວີບອ​ລ ແມ່ນ​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສີ່​ ໃນ​ປະ​ຫວັດ​ສາດ​
ຂອງ ສະຫະລັດ.

ຫວຍ​ພາວ​ເວີບອ​ລ​ໃບ​ນຶ່ງ​ມີ​ລາ​ຄາ 2 ໂດ​ລາ. ຫວຍ​ດັ່ງ​ກ່າວ ​ໄດ້​ມີ​ໃຫ້ຫຼິ້ນ​ຢູ່ 44 ລັດ, ນະ
ຄອນຫຼວງ ວໍຊິງຕັນ, ເກາະເປີໂຕຣີໂກ ແລະ ເກາະ ເວີຈິນ ສະຫະລັດ.

ໃນ​ອາ​ທິດ​ແລ້ວນີ້, ມີ​ບາງ​ຄົນ​ໄດ້​ຊະ​ນະ​ລາງວັນ​ທີ​ນຶ່ງ​ຂອງ​ຫວຍ ເມ​ກາ ມິ​ລ​ລຽນ ມູນ​ຄ່າ
1.5 ຕື້ໂດລາ. ຫວຍດັ່ງກ່າວໄດ້ມີຄົນຊື້ຢູ່ລັດ ຄາໂຣໄລນາໃຕ້, ແຕ່ຜູ້ຖືກຫວຍດັ່ງກ່າວ
ຍັງບໍ່ທັນໄດ້ອອກມາຮັບເອົາລາງວັນເທື່ອ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG