ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 8 ຄົນ ເສຍຊີວິດ ໃນເຫດ ລະເບີດ ຢູ່ວັດຊີໄອ ໃກ້ນະຄອນຫຼວງ ຊີເຣຍ


ລະ​ເບີດ 2 ລູກໄດ້​ແຕກ​ຂຶ້ນທີ່​ວັດ​ແຫ່ງ​ນຶ່ງ​ຂອງ​ສາສະໜາ​ອິສລາມ​ນິກາຍ​ຊີ​ໄອໃນ​ ເຂດ​ຊານເມືອງ​ຂອງ​ນະຄອນຫລວງຊີ​ເຣຍເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 8 ຄົນ​ແລະອີກ ຈຳນວນນຶ່ງ​ໄດ້​ຮັບ​ບາດ​ເຈັບ.

ສື່​ມວນ​ຊົນ​ຂອງ​ທາງ​ການ​ຊີ​ເຣຍລາຍ​ງານ​ວ່າ ລະ​ເບີດ​ລູກ​ທຳ​ອິດຜູ້​ໂຈມ​ຕີ​ສະຫຼະຊີບ ໄດ້ບີບຄະ​ນວນ​ໃຫ້​ແຕກຂຶ້ນ ຢູ່​ປະຕູ​ທາງ​ເຂົ້າ ຂອງວັດ Sayyida Zainab ​ໃນ​ເຂດ ​ໃຈກາງຂ້ອນ​ຂ້າງ​ໄປ​ທາງ​ໃຕ້​ຂອງ​ນະຄອນຫລວງດາ​ມັສກັສ. ສ່ວນລູກ​ທີ​ສອງ​ທີ່​ຫ້າງ ​ໃສ່ລົດ​ໄດ້ແຕກ​ຂຶ້ນ ​ໃນ​ເຂດ​ທີ່​ມີ​ການ​ຍາມ ​ຮັກສາ​ການ​ ຢ່າງ​ເຂັ້ມງວດ​ ຢູ່​ທີ່​ວັດ​ຊຶ່ງ​ມີ​ ຄວາມສຳ​ຄັນ​ເປັນຢ່າງ​ຍິ່ງ​ສຳລັບ​ຊາວ​ຊີ​ໄອໃນ​ທົ່ວ​ໂລກ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃ​ນຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ລາຍ​ງານ​ກ່ຽວ​ກັບ​ຈຳ ນວນ​ຜູ້ເສຍ​ຊີວິດ ​ທີ່​ສູງ​ກວ່າໂຕ​ເລກ​ຂອງ​ເຈົ້າໜ້າ​ທີ່​ຊີ​ເຣຍ ໂດຍ​ກ່າວ​ວ່າ ມີ​ຜູ້​ເສຍຊີວິດຢ່າງ ໜ້ອຍ 12 ຄົນ​ ​ແລະ​ບາດ​ເຈັບ​ອີກ​ຈຳນວນ​ນຶ່ງ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາ​ມຮັບຜິດຊອບ​ເທື່ອ​ໃນ​ການ​ໂຈມ​ຕີ​ທັງ​ສອງ​ ຊຶ່ງ​ມີ​ຂຶ້ນ​ໃນ​ ບໍລິເວນ​ບ່ອນ​ທີ່​ລະ​ເບີດ​ຫລາຍໆ​ລູກ ​ເຄີຍ​ແຕກ​ມາ​ແລ້ວ ​ໃນ​ໄລຍະ​ຜ່ານ​ມາ ​ແລະ​ກໍໄດ້ ​ອ້າງເອົາ​ຄວາມ​ຮັບຜິດຊອບ​ໂດຍ​ກຸ່ມ​ລັດ​ອິສລາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG