ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢ່າງໜ້ອຍ ສາມຄົນເສຍຊີວິດ ຈາກອຸບັດເຫດ ເຮືອຫລົ້ມ ຢູ່ທາງພາກເໜືອປະເທດອິຕາລີ


ຮູບພາບເຮືອບິນເຮລິຄອບເຕີໜ່ວຍດັບເພີງ ຊອກຫາຜູ້ຫາຍສາບສູນ ຫລັງຈາກເຮືອທ່ອງທ່ຽວຫລົ້ມ ຈາກພາຍຸທີ່ຮ້າຍແຮງ ຢູ່ທະເລສາບແມັກກິອໍເຣ ທາງພາກເໜືອປະເທດອີຕາລີ ວັນທີ 28 ພຶດສະພາ 2023
ຮູບພາບເຮືອບິນເຮລິຄອບເຕີໜ່ວຍດັບເພີງ ຊອກຫາຜູ້ຫາຍສາບສູນ ຫລັງຈາກເຮືອທ່ອງທ່ຽວຫລົ້ມ ຈາກພາຍຸທີ່ຮ້າຍແຮງ ຢູ່ທະເລສາບແມັກກິອໍເຣ ທາງພາກເໜືອປະເທດອີຕາລີ ວັນທີ 28 ພຶດສະພາ 2023

ຢ່າງໜ້ອຍສີ່ຄົນໄດ້ເສຍຊີວິດ ແລະນຶ່ງຄົນຫາຍສາບສູນ ຫລັງຈາກເຮືອທ່ອງ ທ່ຽວ ຍາວ 16 ແມັດຫລົ້ມ ແລະຈົມຢູ່ທະເລສາບມັຈ​ຈໍ​ເຣ (Maggiore) ຢູ່ທາງພາກເໜືອ ຂອງປະເທດອີຕາລີ ໃນຕອນແລງວັນອາທິດວານນີ້.

ພວກດຳນໍ້າທີ່​ປະ​ຕິ​ບັດ​ງານໂດຍ​ມີເຮືອບິນເຮລິຄອບເຕີນຶ່ງລໍາຊ່ວຍ ໄດ້ສືບຕໍ່ຊອກ ຫາຜູ້ທີ່ຫາຍສາບສູນ.

ເຮືອບິນນຳ​ສົ່ງ​ຄົນ​ເຈັບລຳ​ນຶ່ງ, ລົດສຸກເສີນຫລາຍຄັນ ແລະພວກດັບເພີງພ້ອມທັງ ໜ່ວຍຍາມຝັ່ງ ໄດ້​ເຂົ້າ​ຮ່ວມ​ໃນ​ການກູ້ໄພ ແລະຊອກຄົ້ນຫາທີ່​ວ່ານີ້.

ໜ່ວຍບໍລິການດ້ານດັບເພີງ ແລະກູ້ໄພແຫ່ງຊາດກ່າວວ່າ 20 ຄົນ ສາ​ມາດພາ​ກັນ ລອຍເຂົ້າມາຫາຕາຝັ່ງໄດ້ ຫລືບໍ່​ກໍໄດ້ຮັບການກູ້ຊີ​ວິດ​ໄວ້ ​ໂດຍເຮືອລຳ​ອື່ນ ແລະຫ້າຄົນ ໄດ້​ຖືກນຳສົ່ງໄປໂຮງໝໍຢູ່ໃນເຂດດັ່ງກ່າວເພື່ອຮັບການປິິ່ນປົວ.

ແຕ່​ຢ່າງ​ໃດ​ກໍ​ຕາມການ​ດຳ​ເນີນຄວາມພະຍາຍາມກູ້ໄພເປັນໄປ​ຢ່າງຊັກຊ້າເນື່ອງ​ຈາກ ຝົນຕົກໜັກ ແລະຄວາມມືດ, ອີງ​ຕາມພວກເຈົ້າໜ້າທີ່ກ່າວ.

ສື່ມວນຊົນອີຕາລີ ໄດ້ລາຍງານວ່າ ເຮືອລຳ​ນັ້ນບັນທຸກ 25 ຄົນ ຊຶ່ງຮວມທັງຜູ້ໂດຍ ສານ ແລະລູກເຮືອ. ພວກຜູ້ໂດຍສານໄດ້ພາກັນສະຫລອງວັນເກີດ ໃນເວລາທີ່ ພາຍຸອັນຮ້າຍແຮງພັດ​ມາໃນທັນ​ທີທັນໃດ ຢູ່ທະເລສາບ ແລະລົມແຮງໄດ້ເຮັດໃຫ້ ເຮືອຫລົ້ມ. ພວກຜູ້ໂດຍສານໃນ​ທີ່​ສຸດກໍໄດ້ພາກັນຈົມ​ຢູ່​ໃນຢູ່ນໍ້າທີ່ໜາວ​ເຢັນຄື​ນ້ຳ​ກ້ອນ​ຂອງທະເລສາບມັຈ​ຈໍ​ເຣ (Maggiore).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG