ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢ່າງໜ້ອຍ ໄດ້ມີ 77 ຄົນ ເສຍຊີວິດ ຈາກໄພ ແຜ່ນດິນໄຫວ ໃນປະເທດ ເອກົວດໍ


ພະນັກງານກູ້ໄພ ກຳລັງພະຍາຍາມດຶງເອົາ ພວກລອດຊີວິດ ທີ່ຄ້າງຄາ ອອກມາຈາກ ອາຄານທີ່ພັງທະລາຍລົງ ຫຼັງຈາກ ແຜ່ນດິນໄຫວຂະໜາດໃຫຍ່ ໄດ້ກະທົບເມືອງ Manta, ວັນທີ 17 ເມສາ 2016.
ພະນັກງານກູ້ໄພ ກຳລັງພະຍາຍາມດຶງເອົາ ພວກລອດຊີວິດ ທີ່ຄ້າງຄາ ອອກມາຈາກ ອາຄານທີ່ພັງທະລາຍລົງ ຫຼັງຈາກ ແຜ່ນດິນໄຫວຂະໜາດໃຫຍ່ ໄດ້ກະທົບເມືອງ Manta, ວັນທີ 17 ເມສາ 2016.

ຈຳນວນຂອງຜູ້ທີ່ເສຍຊີວິດທັງໝົດ ຈາກແຜ່ນດິນໄຫວຂະໜາດແຮງ ໃນປະເທດ Ecuador ໄດ້ເພີ້ມສູງຂຶ້ນ ເປັນ 77 ຄົນແລ້ວ. ຫຼາຍຮ້ອຍຄົນ ແມ່ນໄດ້ຮັບບາດເຈັບ.

ຮອງປະທານາທິບໍດີ ທ່ານ Jorge Glas ກ່າວວ່າ ຈຳນວນນັ້ນ ແມ່ນອາດຈະເພີ້ມສູງຂຶ້ນ ໃນຂະນະທີ່ລາຍງານຂອງສະພາບການ ຈາກທົ່ວປະເທດ ສືບຕໍ່ສົ່ງເຂົ້າມາ.

ພວກທີມກູ້ໄພ ແມ່ນດີ້ນຮົນເພື່ອຈະໄປໃຫ້ເຖິງ ພວກພົນລະເມືອງ ທ່າເຮືອປະມົງ ທີ່ຢູ່ກະ ແຈກ ກະຈາຍອອກໄປ ແລະ ຫາດຊາຍຕ່າງໆ ຂອງພວກນັກທ່ອງທ່ຽວ ບ່ອນທີ່ເກີດແຜ່ນ ດິນໄຫວ ໃນຕອນຄ່ຳຄືນ ວັນເສົາວານນີ້.

ທ່ານ Glas ກ່າວວ່າ “ມັນມີຄວາມສຳຄັນຫຼາຍ ທີ່ຊາວ Ecuador ທັງຫຼາຍ ຈະຢູ່ໃນສະ ພາບງຽບສະຫງົບ ໃນລະຫວ່າງ ພາວະສຸກເສີນນີ້.”

ຈຸດສູນກາງ ຂອງແຜ່ນດິນໄຫວ

ກົມສຳຫຼວດທໍລະນີສາດ ສະຫະລັດ ກ່າວວ່າ ແຜ່ນດິນໄຫວ ຢູ່ລະດັບຕື້ນໆ ຄວາມແຮງ ຂະນາດ 7.8 ເກີດຂຶ້ນໃນຕອນເດີກ ຂອງວັນເສົາວານນີ້ ຢູ່ຕາມແຄມຝັ່ງຂອງປະເທດ ໃນທະວີບອາເມຣິກາໃຕ້.

ມັນຮູ້ສຶກໄດ້ ຫ່າງອອກໄປເຖິງ 170 ກິໂລແມັດ ຢູ່ໃນນະຄອນຫຼວງ Quito ບ່ອນທີ່ມັນໄດ້ ສັ່ນສະເທືອນ ເຮັດໃຫ້ໄຟຟ້າມອດ ແລະ ຕັດການສື່ສານຂອງໂທລະສັບມືຖື ໃນຫຼາຍ ຄຸ້ມບ້ານ. ອາຄານຕ່າງໆຂອງນະຄອນຫຼວງ Quito ໄກວໄປໄກວມາ ເປັນເວລາ ປະມານ 40 ວິນາທີ ເຮັດໃຫ້ປະຊາຊົນ ພາກັນຟ້າວຫຼົບໜີອອກໄປຢູ່ຖະໜົນຫົນທາງ.

Ecuador Earthquake
please wait
Embed

No media source currently available

0:00 0:00:54 0:00

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG