ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໙ ມີນາ ໒໐໒໕

ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ຈາກການຖະຫຼົ່ມຂອງໂຄງການກໍ່ສ້າງຂົວທາງດ່ວນ


ພາບຖ່າຍມຸມສູງ-ທີໃກູ້ໄພ ກໍາລັງຊອກຄົ້ນຫາພະນັກງານຜູ້ສູນຫາຍ ລຸນຫຼັງຂົວຫັກພັງລົງ ຢູ່ສະຖານທີ່ກໍ່ສ້າງທາງດ່ວນ ໃນເມືອງອັນຊອງ, ວັນທີ 25 ກຸມພາ 2025.
ພາບຖ່າຍມຸມສູງ-ທີໃກູ້ໄພ ກໍາລັງຊອກຄົ້ນຫາພະນັກງານຜູ້ສູນຫາຍ ລຸນຫຼັງຂົວຫັກພັງລົງ ຢູ່ສະຖານທີ່ກໍ່ສ້າງທາງດ່ວນ ໃນເມືອງອັນຊອງ, ວັນທີ 25 ກຸມພາ 2025.

ມີປະຊາຊົນເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ໄດ້ຮັບບາດເຈັບອີກ 6 ຄົນໃນ ວັນອັງຄານມື້ນີ້ ລຸນຫຼັງເກີດອຸບັດຕິເຫດຖະຫຼົ່ມໃນສະຖານທີ່ກໍ່ສ້າງທາງດ່ວນ ແຫ່ງນຶ່ງ ທີ່ຕັ້ງຢູ່ທາງພາກໃຕ້ນະຄອນຫຼວງໂຊລຂອງ ເກົາຫຼີໃຕ້, ຕາມການ ເປີດເຜີຍຂອງເຈົ້າໜ້າທີ່ດັບເພີງ.

ອຸບັດຕິເຫດດັ່ງກ່າວ ເກີດຂຶ້ນເມື່ອ​ຕອນ​ເຊົ້າໃນເວລາ 9 ໂມງ 49 ນາທີ ຕາມເວລາຢູ່ໃນທ້ອງຖິ່ນ, ຢູ່ບໍລິເວນເມືອງ ອັນຊອງ (Anseong), ຫ່າງຈາກ ຈາກນະຄອນຫຼວງໂຊລປະມານ 70 ກິໂລແມັດ, ເມື່ອໂຄງສ້າງຄອນກີດ 50 ແມັດ ທີ່ໃຊ້ສໍາລັບຮອງຮັບຂົວຂອງທາງດ່ວນ ໄດ້ພັງລົງມາ, ແລະພັງລົງອີກ ເບື້ອງນຶ່ງຫຼັງຈາກນັ້ນ, ລຸນຫຼັງຖືກຍົກ​ຂຶ້ນໂດຍລົດເຄຣນ, ອີງຕາມລາຍງານ ຂອງອົງການຂ່າວ ຢອນຮັບ.

ທ່ານ ໂຄ ຄຽງ-ແມນ (Ko Kyung-man), ເຈົ້າໜ້າທີ່ດັບເພີງຂອງເມືອງ ອັນຊອງ ກ່າວວ່າ ມີຜູ້ເສັຍຊີວິດ 4 ຄົນ, ໃນນັ້ນ ມີປະຊາຊົນຊາວຈີນ 2 ຄົນ, ແລະຜູ້ໄດ້ຮັບບາດເຈັບອີກ 6 ຄົນ, ເຊິ່ງ 5 ຄົນ ມີອາການສາຫັດ, ໂດຍທັງ 5 ຄົນ​ນີ້ ມີ​ພົນລະ​ເມືອງຊາວ​ຈີນ 1 ຄົນ.

ທ່ານ ໂຄ ກ່າວຕໍ່ຊ່ອງໂທລະພາບໂດຍຫຍໍ້ວ່າ “ພວກເຂົາເຈົ້າກໍາລັງດໍາເນີນ ການຕິດຕັ້ງພື້ນຢູ່ເທິງຂົວ, ທັງໝົດ 10 ຄົນ ແມ່ນຢູ່ເທິງພື້ນຂອງຂົວ... ແລະ ໄດ້ຕົກລົງຈາກທັງສອງດ້ານ ເມື່ອເວລາທີ່ຂົວຫັກພັງລົງມາ.”

ສະຖານີໂທລະພາບ YTN ໄດ້ເຜີຍແຜ່ພາບເຫດການທີ່ເປັນຕາຢ້ານ ເຊິ່ງໄດ້ ສະແດງໃຫ້ເຫັນຂົວທີ່ສູງຊັນແຫ່ງນຶ່ງພັງລົງຢູ່ບໍລິເວນດັ່ງກ່າວນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ຢູ່​ສະຖານທີ່ເກີດເຫດ ​ໄດ້​ກວດ​ກາ​ເບິ່ງ​ເສັ້ນ​ເຫຼັກທີ່​ບິດບ້ຽວ ​ແລະ​ແຜ່ນ​ຊີ​ມັງ​ທີ່​ແຕກ​ຫັກ​ ຢູ່ດ້ານ​ລຸ່ມເສົາຂອງ​ຂົວທາງດ່ວນ​.

ຮັກສາການ​ປະທານ​າທິບໍດີ ທ່ານ ຊອຍ ຊັງ-ມົກ (Choi Sang-mok) ​ໄດ້​ຮຽກຮ້ອງ​ໃຫ້​ລະດົມ​ກຳລັງ​ແຮງງານ ​ແລະ ແຫຼ່ງຊັບພະຍາກອນ​ທັງ​ໝົດ ​ເພື່ອ​ຊ່ວຍເຫຼືອ​ຜູ້ທີ່ຍັງ​ສູນ​ຫາຍ ​ແລະຮັບປະກັນ​ມາດ​ຕະການ​ດ້ານຄວາມປອດໄພ ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ທີ່ອາດຈະເກີດຂຶ້ນອີກ.

ອົງການດັບເພີງແຫ່ງຊາດກ່າວວ່າ ໄດ້ສົ່ງເຮືອບິນເຮລິຄັອບເຕີ 3 ລໍາ ພ້ອມດ້ວຍເຈົ້າໜ້າທີ່ປະມານ 150 ຄົນ ໄປເພື່ອການປະຕິບັດງານຄົ້ນຫາ ແລະກູ້ໄພ, ສ່ວນກະຊວງຄົມມະນາຄົມຂົນສົ່ງກ່າວວ່າ ຕົນໄດ້ສົ່ງເຈົ້າໜ້າທີ່ ລົງໄປຍັງສະຖານທີ່ເກີດເຫດແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG