ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

9 ຄົນ ເສຍຊີວິດ ຍ້ອນອຸໂມງ ພັງທັບ ທີ່ຍີ່ປຸ່ນ


ຢ່າງໜ້ອຍ 9 ຄົນເສຍຊີວິດ ຍ້ອນແຜ່ນຄອນຄຣີດ ຢູ່ເພດານຂອງອຸ​ໂມງໃນທາງດ່ວນແຫ່ງນຶ່ງ ໃນຍີ່ປຸ່ນ
ຢ່າງໜ້ອຍ 9 ຄົນເສຍຊີວິດ ຍ້ອນແຜ່ນຄອນຄຣີດ ຢູ່ເພດານຂອງອຸ​ໂມງໃນທາງດ່ວນແຫ່ງນຶ່ງ ໃນຍີ່ປຸ່ນ
ເຈົ້າໜ້າທີ່ຍີ່ປຸ່ນ​ກ່າວ​ວ່າ ຢ່າງໜ້ອຍ 9 ຄົນເສຍຊີວິດ ຍ້ອນ
ແຜ່ນຄອນຄຣີດ ຢູ່ເພດານຂອງອຸ​ໂມງໃນທາງດ່ວນແຫ່ງນຶ່ງ
ພັງລົງ ໃນວັນອາທິດວານນີ້ ຢູ່ທາງ ຕາເວັນຕົກຂອງນະຄອນ
ຫຼວງໂຕກຽວ.

ໃນຕອນເຊົ້າໆຂອງວັນຈັນມື້ນີ້ ພວກເຈົ້າໜ້າທີ່ກູ້ໄພ ຕ້ອງໄດ້ງົດການທໍາງານ ຂອງພວກ
ເຂົາເຈົ້າໄວ້ ຈົນກວ່າວ່າ ຈະມີສິ່ງເສີມໃສ່ແຜນເພດານທີ່ຍັງດີຢູ່ ຂອງອຸ​ໂມງ ເພີ້ມຂຶ້ນ.

ຕຳຫລວດເວົ້າວ່າ ພວກເຂົາເຈົ້າເຫັນສົບຂອງຄົນທີ່ຖືກໄໝ້ຈົນເປັນເຖົ່າ ຖ່ານຢູ່ໃນລົດ​ຄັນ​ນຶ່ງ. ຈໍານວນຄົນຕາຍ ອາດ​ຈະເພີ້ມຂຶ້ນສູງກວ່ານີ້ ເພາະ ເຊື່ອກັນວ່າ ຍັງມີຫລາຍຄົນຫາຍ
ສາບສູນຢູ່.

ລາຍງານຂ່າວ​ຂອງໂທລະພາບທີ່ອອກອາກາດໃນເວລາບໍ່ພໍເທົ່າໃດ ຫລັງການພັງລົງຂອງ
ອຸໂມງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ມີຄວັນສີດໍາເປັນແປວ ພຸ່ງອອກຈາກອຸ​ໂມງ Sasago ທີ່ຍາວ 4.7 ກິໂລແມັດ ໃນເທດສະບານ Yamanashi ຊຶ່ງຫ່າງຈາກນະຄອນ
ໂຕກຽວ ໄປທາງທິດຕາເວັນຕົກປະມານ 80 ກິໂລແມັດ.

ພວກດັບເພີງ ດັບມອດໄຟທີ່ລຸກໄໝ້ນັ້ນໄດ້ໃນເວລາ 11 ໂມງເຊົ້າມື້ນີ້ຕາມ ເວລາໃນທ້ອງ
ຖິ່ນ ຊຶ່ງປະມານ 3 ຊົ່ວໂມງ ລຸນຫລັງການເກີດອຸປະຕິເຫດ ແຕ່ວ່າພວກຄົນງານກູ້ໄພ ຕ້ອງ
ໄດ້ງົດການໃຊ້ງານຂອງອຸ​ໂມງໄວ້ ຍ້ອນຢ້ານ ວ່າຈະມີການພັງລົງຕື່ມອີກ.

ພວກເຈົ້າໜ້າທີ່ກ່າວອີກວ່າ ມີສອງຄົນຖືກນໍາສົ່ງໄປໂຮງໝໍ ແຕ່ບໍ່ໄດ້ບາດ ເຈັບສາຫັດເຖິງ
ຂັ້ນສ່ຽງຕໍ່ການເສຍຊີວິດ.

ກ່ຽວຂ້ອງກັນ

XS
SM
MD
LG