ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດນະຄອນ St. Louis ຈັບກຸມຄົນເຖິງ 80 ຄັ້ງຫຼັງຈາກ ການປະທ້ວງ ຄໍ່າຄືນທີ ສາມ


ຜູ້ຊາຍຄົນໜຶ່ງຮ້ອງໃສ່ຕໍາຫຼວດທີ່ນຸ່ງຊຸດປາບປາມຈະລາຈົນ ກ່ອນຝູງຄົນເລີ່ມໃຊ້ຄວາມຮຸນແຮງຕໍ່ກັນ. ນະຄອນ St. Louis, ລັດ Missouri. 16 ກັນຍາ, 2017.
ຜູ້ຊາຍຄົນໜຶ່ງຮ້ອງໃສ່ຕໍາຫຼວດທີ່ນຸ່ງຊຸດປາບປາມຈະລາຈົນ ກ່ອນຝູງຄົນເລີ່ມໃຊ້ຄວາມຮຸນແຮງຕໍ່ກັນ. ນະຄອນ St. Louis, ລັດ Missouri. 16 ກັນຍາ, 2017.

ຕຳຫຼວດໃນນະຄອນ St. Louis ລັດ Missouri ກ່າວວ່າ ເຂົາເຈົ້າໄດ້ທຳການຈັບກຸມ
ຫຼາຍກວ່າ 80 ຄັ້ງ ໃນວັນອາທິດວານນີ້ ຫຼັງຈາກປະຊາຊົນບາງຄົນ ໄດ້ທຸບປ່ອງຢ້ຽມ
ຂອງຮ້ານຂາຍເຄື່ອງບາງແຫ່ງ ຫຼັງຈາກການປະທ້ວງທີ່ສະຫງົບ ຕໍ່ການຕັດສິນພົ້ນ
ໂທດຂອງອະດີດເຈົ້າໜ້າທີ່ ຜູ້ທີ່ໄດ້ຍິງຜູ້ຊາຍຜິວດຳຄົນນຶ່ງຕາຍ.

ຫົວໜ້າຕຳຫຼວດ ທ່ານ Larry O’Toole ໄດ້ກ່າວຕໍ່ບັນດານັກຂ່າວ ໃນຕອນເຊົ້າຂອງ
ວັນຈັນມື້ນີ້ວ່າ ປະຊາຊົນບາງຄົນ ໄດ້ທຳຮ້າຍຮ່າງກາຍຕຳຫຼວດຫຼາຍຄົນ ແລະ ໄດ້ດຶກ
ກ້ອນຫີນໃສ່ເຂົາເຈົ້າ.

ທ່ານ O’Toole ໄດ້ກ່າວວ່າ “ພວກເຮົາສາມາດຄວບຄຸມສະຖານະການໄດ້ແລ້ວ, ນີ້
ແມ່ນເມືອງຂອງພວກເຮົາ ແລະ ພວກເຮົາຈະປົກປ້ອງມັນ.”

ເຈົ້າເມືອງ St. Louis ທ່ານນາງ Lyda Krewson ໄດ້ກ່າວ ກ່ຽວກັບ ຄວາມແຕກຕ່າງ
ລະຫວ່າງ ພວກຜູ້ທີ່ໄດ້ສ້າງຄວາມເສຍຫາຍໃນຕອນກາງຄືນ ແລະ ພວກຜູ້ປະທ້ວງ
ໃນຕອນກາງເວັນ ຜູ້ທີ່ໄດ້ປະທ້ວງອີກຄັ້ງໜຶ່ງຢ່າງສະຫງົບ ໃນການຕອບໂຕ້ຕໍ່ການຕັດ
ສິນຄະດີຂອງອະດີຕຳຫຼວດ ທ່ານ Jason Stockley ໃນວັນສຸກທີ່ຜ່ານມາ.

ທ່ານນາງ Krewson ກ່າວວ່າ “ມື້ນີ້ພວກເຮົາໄດ້ເຫັນພວກຜູ້ປະທ້ວງຈຳນວນຫຼວງຫຼາຍ
ທີ່ບໍ່ໄດ້ໃຊ້ຄວາມຮຸນແຮງອີກຄັ້ງໜຶ່ງ, ແຕ່ເປັນວັນທີສາມລຽນຕິດ ທີ່ມັນໄດ້ມີຄວາມສະ
ຫງົບໃນຍາມກາງເວັນ ແລະ ອັນຕະລາຍໃນຍາມກາງຄືນ. ຫຼັງຈາກການປະທ້ວງແລ້ວ,
ພວກຜູ້ຈັດງານກໍໄດ້ປະກາດວ່າ ການປະທ້ວງຍາມກາງເວັນໄດ້ສິ້ນສຸດແລ້ວ, ແຕ່ກຸ່ມ
ຂອງຜູ້ກໍ່ຈະລາຈົນຍັງບໍ່ໄດ້ໄປໃສ, ເຊິ່ງເຫັນໄດ້ຊັດວ່າ ມີເຈຕະນາທີ່ຈະທຸບແກ້ວປ່ອງ
ຢ້ຽມ ແລະ ທຳລາຍຊັບສິນຕ່າງໆ.”

ທ່ານ Stockley ໄດ້ຖືກຕັ້ງຂໍ້ຫາກ່ຽວກັບ ການຂ້າທ້າວ Anthony Lamar Smith ຫຼັງ
ຈາກຂັບລົດໄລ່ກັນໃນປີ 2011. ບັນດາໄອຍະການໄດ້ກ່າວວ່າ ທ່ານ Stockley ຍັງ
ໄດ້ວາງປືນໄວ້ ຢູ່ເທິງສົບຂອງທ້າວ Smith, ແລະ ວິດີໂອຈາກລົດຂອງລາວກໍໄດ້ຈັບ
ຄຳເວົ້າຂອງເຈົ້າໜ້າທີ່ໃນລະຫວ່າງການຂັບລົດໄລ່ວ່າ ລາວຈະຂ້າທ້າວ Smith.

ຜູ້ພິພາກສາຄະດີກ່າວວ່າ ການຟ້ອງຮ້ອງໄດ້ລົ້ມແຫຼວ ບໍ່ສາມາດທີ່ຈະພິສູດໄດ້ກ່ຽວກັບ
ການຍິງດັ່ງກ່າວ ວ່າບໍ່ໄດ້ສະແດງເຫດຜົນອັນສົມຄວນໃນການໃຊ້ກຳລັງເພື່ອການ
ປ້ອງກັນຕົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG