ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ Boko Haram ສັງຫານ 87 ຄົນ ຢູ່ ໄນຈີເຣຍ


ພວກ​ຫົວ​ຮຸນ​ແຮງ ອິສລາມ Boko Haram ໄດ້​ສັງຫານ​ຢ່າງ
ໜ້ອຍ 87 ຄົນໃນລະຫວ່າງ ການໂຈມ​ຕີ ​ໃນ​ຕົ້ນ​ອາທິດ​ນີ້.
ພວກ​ຫົວ​ຮຸນ​ແຮງ ອິສລາມ Boko Haram ໄດ້​ສັງຫານ​ຢ່າງ ໜ້ອຍ 87 ຄົນໃນລະຫວ່າງ ການໂຈມ​ຕີ ​ໃນ​ຕົ້ນ​ອາທິດ​ນີ້.
ບັນດາ​ເຈົ້າໜ້າ​ທີ່ໄນ​ຈີ​ເຣຍ ​ໄດ້​ໃຊ້​ເວລາ​ໃນ​ວັນ​ພະຫັດ​ວານ​ນີ້
ມ້ຽນ​ຊາກ​ສົບ​ຢູ່​ພາກຕາ​ເວັນ​ອອກສຽງ​ເໜືອ​ຂອງປະ​ເທດບ່ອນ
​ທີ່​ພວກ​ຫົວ​ຮຸນ​ແຮງ ອິສລາມ Boko Haram ໄດ້​ສັງຫານ​ຢ່າງ
ໜ້ອຍ 87 ຄົນໃນລະຫວ່າງ ການໂຈມ​ຕີ ​ໃນ​ຕົ້ນ​ອາທິດ​ນີ້.

ພວກ​ກະບົດ​ທີ່​ປອມ​ໂຕ ​ໃສ່ເຄື່ອງ​ແບບທະຫານ ​ໄດ້ຈູດ​ເຜົາ
​ເຮືອນ​ຊານ​ຫລາຍ​ຫລັງ​ແລະ​ຕຶກອາຄານ​ຕ່າງໆ​ ໃນ​ລະຫວ່າງທີ່​
ມີ​ການບຸກ​ໂຈມຕີ​ ​ໃນ​ຕອນ​ແລງ​ວັນ​ອັງຄານຜ່ານ​ມາ.

ທ່ານ Saidu Yakuba ​ແຫ່ງ​ອົງການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອ​ມຢູ່​
ໃນ​ລັດ Borno ກ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ ມາ​ຈົນ​ຮອດ​ເວ
ລາ​ນີ້ ມີ​ການ​ພົບ​ເຫັນ​ແລ້ວ 87 ​ສົບແລະ​ເຈົ້າ​ໜ້າ​ທີ່​ຍັງຊອກ​ຫາ​
ພວກ​ທີ່​ເສຍ​ຊີວິດ​ຕື່ມ​ອີກ. ​ສ່ວນເຈົ້າ​ໜ້າ​ທີ່​ອີກ​ຄົນ​ນຶ່ງ ຂອງອົງ
ການດັ່ງກ່າວ​ເວົ້າວ່າ ​ໄດ້​ມີ​ການ​ພົບ ​ເຫັນ​ແລ້ວ 143 ສົບ​.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ Boko Haram ​
ໄດ້​ຕັ້ງ​ດ່ານ​ກວດ ​ແລະ​ຍິງພວກ​ພົນລະ​ເຮືອນ​ທີ່​ພະຍາຍາ​ມ
ຫລົບໜີໄປ​ສູ່​ຄວາມ​ປອດ​ໄພ.

ກຸ່ມ Boko Haram ກ່າວ​ວ່າ ຕົນ​ທໍາ​ການ​ຕໍ່ສູ້​ ​ເພື່ອ​ໃຫ້​ມີ​ການ​ນຳ​ໃຊ້ ກົດໝາຍ​ອິສລາມ​ທີ່​
ເຄັ່ງ​ຄັດ ຢູ່​ໃນ​ເຂດ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ ບ່ອນທີ່​ປະຊາຊົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາ​
ອິສລາມ​. ມີ​ການຖິ້ມ​ໂທດ​ໃສ່​ວ່າ ກຸ່ມ​ດັ່ງກ່າວ​ນີ້ ເຮັດ​ໃຫ້​ຫລາຍ​ພັນ​ຄົນ​ເສຍ​ຊີວິດ ນັບ​ຕັ້ງ​ແຕ່​
ໄດ້​ເລີ້ມ​ການ​ລຸກ​ຮື​ຂື້ນຕໍ່​ຕ້ານລັດຖະບານ​ ​ໃນ​ປີ 2009.

Borno ​ແມ່ນ​ນຶ່ງ​ໃນ​ຈຳນວນ​ສາມ​ລັດຢູ່ໃນພາກຕາ​ເວັນ​ອອກ​ເໜືອຂອງ ປະ​ເທດ ບ່ອນ​ທີ່
ປະທາ​ນາ​ທິບໍດີ Goodluck Jonathan ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ແລະ​ສົ່ງ​ທະຫານ​
ເພີ້​ມ​ເຕີມ ​ໃນ​ເດືອນ​ພຶດສະພາຜ່ານ​ມາ ​ເພື່ອ ຕໍ່ສູ້​ກັບກຸ່ມ​ຫົ​ວຮຸນ​ແຮງ Boko Haram.
ບັນດາ​ກຸ່ມ​ປົກ​ປ້ອງ​ສິດ ທິມະ​ນຸດໄດ້​ຕິຕຽນ​ທະຫານ​ວ່າ ​ປະຕິບັດ​ງານ​ແບບເຂັ້ມງວດ​ເກີນ
ໄປຊຶ່ງ ​ເຂົາ​ເຈົ້າ​ກ່າວ​ວ່າ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ຮ້ອຍ​ຄົນຕື່ມ​ອີກ​ນັ້ນ.
XS
SM
MD
LG