ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂົ​ວ​ ທີ່​ປະ​ເທດ​ອິ​ນ​ເດຍ ຫັກ​ລົງ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ບໍ່​ຕ່ຳ​ກວ່າ 132 ຄົນ


ເຈົ້າ​ໜ້າ​ທີ່​ກູ້​ໄພ​ ພວມ​ຊອກ​ຫາ​ຜູ້​ທີ່​ລອດ​ຊິ​ວິດ​ມາ​ໄດ້ ຫຼັງ​ຈາກ​ຂົວ​ແຂວນ ໄດ້​ຫັກ​ລົງ ທີ່​ເມືອງ​ມໍ​ບີ ໃນ​ລັດ​ກຸດ​ຈະ​ຣາດ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດອິນ​ເດຍ ເມື່ອ​ວັນ​ທີ 31 ຕຸ​ລາ 2022.
ເຈົ້າ​ໜ້າ​ທີ່​ກູ້​ໄພ​ ພວມ​ຊອກ​ຫາ​ຜູ້​ທີ່​ລອດ​ຊິ​ວິດ​ມາ​ໄດ້ ຫຼັງ​ຈາກ​ຂົວ​ແຂວນ ໄດ້​ຫັກ​ລົງ ທີ່​ເມືອງ​ມໍ​ບີ ໃນ​ລັດ​ກຸດ​ຈະ​ຣາດ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດອິນ​ເດຍ ເມື່ອ​ວັນ​ທີ 31 ຕຸ​ລາ 2022.

ເຈົ້າ​ໜ້າ​ທີ່​ອິນ​ເດຍກ່າວ​ວ່າ ມີ​ຢ່າງ​ໜ້ອຍ 132 ຄົນ​ເສຍ​ຊີ​ວິດ ລຸນ​ຫຼັງ​ທີ່​ຂົວແຂວນ ຂ້າມ​ແມ່​ນ້ຳ​ມັກ​ຈູ (Macchu) ໃນ​ລັດ​ກຸ​ດຈະ​ຣາດ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ຊຶ່ງມີ​ອາ​ຍຸນຶ່ງ​ສັດ​ຕະ​ວັດກວ່າໆ ​ແລະຫາ​ກໍ​ໄດ້​ຮັບ​ການ​ສ້ອມ​ແປງເມື່ອ​ບໍ່​ດົນ​ມານີ້ ພັງ​ລົງ.

ມີ​ຫຼາຍໆ​ຄົນ​ໄດ້​ຖືກ​ສົ່ງ​ໄປ​ຮັບ​ການ​ປິ່ນ​ປົວ​ທີ່​ໂຮງ​ໝໍ ແລະ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ້ມ​ຂຶ້ນ​ຕື່ມ.

ລາຍ​ງານ​ຂອງ​ສື່ມວ​ນ​ຊົນ​ໃນ​ທ້ອງ​ຖິ່ນກ່າວໃນ​ວັນ​ຈັນ​ມື້ນີ້​ວ່າ ​ຂົວ​ຊຶ່ງ​ມີ​ອາ​ຍຸ​ເກືອບ 150 ປີ ໄດ້​ເປີດ​ໃຊ້​ຄືນ​ເມື່ອ 5 ມື້​ກ່ອນ ຫຼັງ​ຈາກ​ໄດ້​ຮັບ​ “ການສ້ອມ​ແປງ​ໂດຍ​ບໍ​ລິ​ສັດ​ເອກ​ກະ​ຊົນ​ມາ​ໄດ້ 7 ເດືອນ.” ລາຍ​ງານ​ຂ່າວ​ແຈ້ງວ່າ ແນວ​ໃດ​ກໍ​ຕາມຂົວ​ເມືອງ​ມໍ​ບີ (Morbi) ຍັງ​ບໍ່​ທັນ​ໄດ້​ຮັບ​ໃບ​ປະ​ກາດ​ໃນ​ດ້ານ​ຄວາມ​ປອດ​ໄພ​ຈາກ​ລັດ​ຖະ​ບານ​ທ້ອງ​ຖິ່ນ​ເທື່ອ.

ມີ​ຫຼາຍໆ​ຮ້ອຍ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນຢູ່​ເທິງ​ຂົວ ໃນ​ລະ​ຫວ່າງ​ພິ​ທີ​ເປີ​ດ ເພື່ອ​ສະ​ຫຼອງ​ບຸນ​ດີ​ວາ​ລີ ຂອງ​ສາ​ສະ​ໜາ​ຮິນ​ດູ ອີງ​ຕ​າມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່.

​ມີ​ການ​ສົ່ງພວກ​ພະ​ນັກ​ງານ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ແລະ​ທີມ​ງານ​ທະ​ຫານໄປ​ຍັງ​ບ່ອນເກີດ​ເຫດ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ ແລະ​ປະ​ຕິບັດ​ງານ​ກູ້​ໄພ.

ພວກ​ເຈົ້າ​ໜ້​າ​ທີ່​ພວມ​ວາງ​ແຜນ​ທີ່​ຢຸດ​ການ​ສະ​ໜອງ​ນ້ຳ ​ຈາກ​ເຂື່ອນ​ທີ່​ຕັ້ງ​ຢູ່​ໃກ້​ຄຽງ ແລະ​ໃຊ້​ປ້ຳ ​ດູດ​ນ້ຳ​ອອກ​ຈາກແມ່​ນ້ຳ​ດັ່ງ​ກ່າວ ເພື່ອ​ຊ່ວຍ​ເລັ່ງລັດ ໃນ​ການ​ປະ​ຕິ​ບັດກູ້​ໄພ ​ແລະ​ຊອກ​ຄົ້ນ​ຫາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ນາ​ເຣັນ​ດ​ຣາ ໂມ​ດີ ຊຶ່ງ​ພວມ​ຢູ່​ທີ່​ລັດ​ກຸດ​ຈະ​ຣາດ ໃນ​ລະ​ຫວ່າງ​ທີ່​ເກີດ​ເຫດ​ຮ້າຍ ກ່າວ​ວ່າ ທ່ານ​ມີ “​ຄວາມເສົ້າ​ສະ​ຫຼົດ​ໃຈ​ເປັນ​ທີ່​ສຸດ​ຈາກ​ໂສກ​ນາດ​ຕະ​ກຳ​” ທີ່​ເກີດ​ຂຶ້ນ​ຢູ່​ໃນ​ລັດ​ບ້ານ​ເກີ​ດາ​ຂອງ​ທ່ານ ແລະ​ທຳ​ນຽບ​ຂອງ​ທ່ານ​ກໍ​ໄດ້​ປະ​ກາດ ການ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ຕໍ່​ບັນ​ດາ​ຄອບ​ຄົວ​ຂອງ​ຜູ້​ທີ່​ເສຍ​ຊີ​ວິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG