ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ກ່າວວ່າ ຢ່າງໜ້ອຍ 55 ຄົນຖືກຂ້າຕາຍ ຢູ່ພາກຕາເວັນອອກຂອງ ສປຄອງໂກ


ແຜນທີ່ຂອງປະເທດສາທາລະລັດ ປະຊາທິປະໄຕ ຄອງໂກ
ແຜນທີ່ຂອງປະເທດສາທາລະລັດ ປະຊາທິປະໄຕ ຄອງໂກ

ມີຢ່າງໜ້ອຍ 55 ຄົນໄດ້ຖືກຂ້າຕາຍ ໃນຕອນຂ້າມຄືນວານນີ້ ໃນການໂຈມຕີ 2 ຄັ້ງຕໍ່ບ້ານຕ່າງ ຢູ່ໃນພາກຕາເວັນອອກຂອງປະເທດຄອງໂກ ນັ້ນຄືຄຳເວົ້າຂອງອົງການສະຫະປະຊາຊາດ ໃນວັນຈັນວານນີ້ ໃນສິ່ງທີ່ເປັນໄປໄດ້ສູງຂອງຄວາມ ຮຸນແຮງທີ່ຮ້າຍແຮງສຸດ ຢູ່ພາກພື້ນດັ່ງກ່າວທີ່ໄດ້ພົບເຫັນ ໃນຮອບສີ່ປີທີ່ຜ່ານມາ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ກອງທັບແລະກຸ່ມປົກປ້ອງສິດທິພົນລະເຮືອຮຂອງທ້ອງຖິ່ນ ໄດ້ຖິ້ມໂທດໃສ່ກອງກຳລັງພັນທະມິດປະຊາທິປະໄຕ ຫຼື ADF ເຊິ່ງເປັນກຸ່ມອິສລາມຫົວຮຸນແຮງຕິດອາວຸດ ໃນການບຸກໂຈມຕີບ້ານທີຈັບບີ (Tchabi) ແລະສູນແຫ່ງນຶ່ງສຳລັບພວກຄົນທີ່ຖືກພັດພາກຈາກຖິ່ນຖານຢູ່ໃກ້ກັບເມືອງໂບກາຢູ່ອີກບ້ານນຶ່ງຕ່າງຫາກ. ທັງສອງແຫ່ງດັ່ງກ່າວ ຕັ້ງຢູ້ໃກ້ເຂດຊາຍແດນຂອງອູການດາ.

ເຮືອນຊານຫຼາຍຫຼັງໄດ້ຖືກເຜົາໄໝ້ ແລະພົນລະເຮືອຫຼາຍຄົນໄດ້ຖືກຈັບກຸມໄປ ອີງຕາມສຳນັກງານຮັບຜິດຊອບດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ ໄດ້ກ່າວໃນຖະແຫລງການສະບັບນຶ່ງ.

ທ່ານອາລເບີດຕ໌ ບາເຊກູ ຫົວໜ້າຂອງກຸ່ມສິດທິພົນລະເຮືອນ ໃນເມືອງໂບກາ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີສ໌ ໂດຍຜ່ານທາງໂທລະສັບວ່າ ທ່ານໄດ້ຮັບການແຈ້ງເຕືອນເຖິງການໂຈມຕີໂດຍສຽງຮ້ອງໂຮທັງຫຼາຍຢູ່ບ້ານໃກ້ຄຽງນັ້ນ.

ທ່ານບາເຊກູ ໄດ້ກ່າວວ່າ “ເມື່ອຂ້າພະເຈົ້າໄປຮອດທີ່ນັ້ນ ຂ້າພະເຈົ້າໄດ້ພົບເຫັນວ່າ ພວກໂຈມຕີໄດ້ສັງຫານຄຸນພໍ່ຂອງອັງກິດແລ້ວ ແລະລູກສາວຂອງເພິ່ນ ກໍຍັງໄດ້ຮັບບາດເຈັບສາຫັດ.”

ອົງການຕິດຕາມຄວາມຮຸນແຮງກີວູ ຫຼື KST ຊຶ່ງໄດ້ວາງຈຸດຕ່າງໆຂອງຄວາມບໍ່ສະຫງົບລົງໃສ່ແຜນທີ່ຢູ່ໃນເຂດທີ່ງຽບສະຫງົບທາງພາກຕາເວັນອອກຂອງຄອງໂກ ນັບຕັ້ງແຕ່ເດືອນມິຖຸນາ 2017 ໄດ້ກ່າວໃນທວິດເຕີ້ ວ່າ ພັນລະຍາຂອງຫົວໜ້າໃນທ້ອງຖິ່ນ ແມ່ນຮວມຢູ່ໃນພວກຄົນທີ່ຖືກຂ້າຕາຍ. ອົງການນີ້ ບໍ່ໄດ້ຖິ້ມໂທດໃສ່ກຸ່ມໃດ ສຳລັບການສັງຫານດັ່ງກ່າວ.

ທ່ານປີແອຣ໌ ບົວເຊີເລັດ ຜູ້ປະສານງານຂອງກຸ່ມຄົ້ນຄວ້ານີ້ ໄດ້ກ່າວວ່າ “ມັນເປັນວັນແຫ່ງການເຂັ່ນຂ້າທີ່ຮ້າຍແຮງທີ່ສຸດ ທີ່ເຄີຍໄດ້ບັນທຶກມາໂດຍອົງການ KST.”

ກອງກຳລັງ ADF ແມ່ນເຊື່ອກັນວ່າ ໄດ້ສັງຫານ ຫຼາຍກວ່າ 850 ຄົນ ໃນປີ 2020 ອີງຕາມອົງການສະຫະປະຊາຊາດ ໃນການໂຈມຕີຕອບໂຕ້ຕໍ່ພົນລະເຮືອນເປັນບາງຄັ້ງບາງຄາວ ຫຼັງຈາກກອງທັບ ໄດ້ເລີ້ມປະຕິບັດການຕໍ່ຕ້ານພວກເຂົາ ໃນປີກ່ອນ.

ໃນເດືອນມີນາ ສະຫະລັດ ໄດ້ລະບຸ ກອງກຳລັງ ADF ໃຫ້ເປັນອົງການກໍ່ການຮ້າຍ. ໃນເມື່ອກ່ອນ ກຸ່ມດັ່ງກ່າວໄດ້ປະກາດຄວາມຈົງຮັກພັກດີຕໍ່ກຸ່ມລັດອິສລາມ ເຖິງຢ່າງໃດກໍຕາມ ອົງການສະຫະປະຊາຊາດ ກ່າວວ່າ ຫຼັກຖານທີ່ເຊື່ອມໂຍງກຸ່ມນີ້ ກັບເຄືອຂ່າຍກຸ່ມຫົວຮຸນແຮງອິສລາມອື່ນໆນັ້ນ ແມ່ນມີໜ້ອຍ.

ປະທານາທິບໍດີ ຟີລິກສ໌ ທີຊີເຊເຄດີ ໄດ້ປະກາດພາວະຂອງການຖືກປິດລ້ອມໃນເຂດກີວີທາງພາກເໜືອຂອງຄອງໂກ ແລະແຂວງອີຕູຣີ ໃນວັນທີ 1 ພຶດສະ ພາໃນຄວາມພະຍາຍາມທີ່ຈະຫລຸດຜ່ອນການໂຈມຕີທີ່ເພີ້ມຂຶ້ນນັບມື້ໂດຍກຸ່ມຫົວ ຮຸນແຮງຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG