ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກເຄື່ອນໄຫວເພື່ອປະຊາທິປະໄຕ ທີ່ມີຊື່ສຽງຂອງຮົງກົງ ຢ່າງໜ້ອຍ 50 ຄົນ ໄດ້ຖືກຈັບກຸມ ໃນການບຸກກວດຄົ້ນ ເມື່ອຕອນເຊົ້າມືດ


ເບັນ ຈັງ (ດ້ານໜ້າ ກາງ) ຊອງກຸ່ມການເມືອງເພື່ອປະຊາທິປະໄຕ ຖືກຈັບກຸມ ໂດຍຕຳຫຼວດ ໃນຮົງກົງ ເມື່ອວັນທີ 6 ມັງກອນ 2021. ໃນຂະນະທີ່ ພວກຝ່າຍຄ້ານທີ່ມີຊື່ສຽງຂອງຮົງກົງ ຫຼາຍເຖິງ 50 ຄົນ ກໍໄດ້ຖືກຈັບກຸມ ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດສະບັບໃໝ່.
ເບັນ ຈັງ (ດ້ານໜ້າ ກາງ) ຊອງກຸ່ມການເມືອງເພື່ອປະຊາທິປະໄຕ ຖືກຈັບກຸມ ໂດຍຕຳຫຼວດ ໃນຮົງກົງ ເມື່ອວັນທີ 6 ມັງກອນ 2021. ໃນຂະນະທີ່ ພວກຝ່າຍຄ້ານທີ່ມີຊື່ສຽງຂອງຮົງກົງ ຫຼາຍເຖິງ 50 ຄົນ ກໍໄດ້ຖືກຈັບກຸມ ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດສະບັບໃໝ່.

ນັກເຄື່ອນໄຫວເພື່ອປະຊາທິປະໄຕ ຢ່າງໜ້ອຍ 50 ຄົນ ໄດ້ຖືກຈັບກຸມຢູ່ຮົງກົງ ໃນວັນພຸດມື້ນີ້ ໃນການປາບປາມທີ່ໃຫຍ່ສຸດ ຕໍ່ກຸ່ມກຳລັງຝ່າຍຄ້ານຢູ່ໃນເຂດເຄິ່ງ ປົກຄອງຕົນເອງດັ່ງກ່າວ ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດສະບັບໃໝ່.

ອົງການຂ່າວຕ່າງໆຂອງຮົງກົງ ກ່າວວ່າ ຈຳພວກທີ່ໄດ້ຖືກຈັບກຸມ ໃນຕອນເຊົ້າວັນພຸດມື້ນີ້ ໃນການກວດລ້າງນັ້ນ ຈຳນວນນຶ່ງເປັນສະມາຊິກພັກເດໂມແຄຣັດຂອງຮົງກົງ ຜູ້ທີ່ໄດ້ເຂົ້າຮ່ວມໃນການເລືອກຕັ້ງຂັ້ນຕົ້ນ ທີ່ບໍ່ເປັນທາງການ ເມື່ອເດືອນກໍລະກົດປີກາຍນີ້ ເພື່ອເລືອກເອົາພວກຜູ້ສະໝັກ ລົງແຂ່ງຂັນເລືອກຕັ້ງສະມາຊິກສະພາ ທີ່ໃນເບື້ອງຕົ້ນໄດ້ຖືກກຳນົດໃສ່ເດືອນກັນຍາ ຊຶ່ງໄດ້ຖືກເລື່ອນອອກໄປ ຍ້ອນໂຣກລະບາດ ໂຄວິດ-19. ບັນດາຜູ້ສະໝັກ ໄດ້ຫວັງວ່າ ຈະຊະນະບ່ອນນັ່ງໃນສະພາທີ່ເຮັດໃຫ້ມີສຽງສ່ວນຫຼາຍ ທີ່ຈະອຳນວຍໃຫ້ພວກເຂົາເຈົ້າ ລົງຄະແນນສຽງຄັດຄ້ານຕໍ່ງົບປະມານທີ່ຖືກນຳສະເໜີ ແລະຮ່າງກົດໝາຍໃດໆ ທີ່ຖືວ່າສະໜັບສະໜຸນປັກກິ່ງ.

ພັກດັ່ງກ່າວ ໄດ້ກ່າວໃນໜ້າຂອງເຟສບຸກ ວ່າ ບັນດາອະດີດສະມາຊິກສະພາ ແລະນັກເຄືອນໄຫວ ທ່ານເບັນນີ ໄຕ, ທ່ານເຈມສ໌ ໂທ, ທ່ານແລສເຕີ ສຸມ ແລະທ່ານແລມ ເຈິກ-ຕິງ ແມ່ນລວມຢູ່ໃນຈຳພວກທີ່ໄດ້ຖືກຄວບຄຸມໂຕໃນການບຸກກວດຄົ້ນ.

ອົງການຂ່າວຕ່າງໆ ຍັງໄດ້ກ່າວວ່າ ທ່ານຈອນ ແຄລນຊີ ທະນາຍຄວາມຊາວອາເມຣິກັນ ຜູ້ທີ່ເຮັດວຽກໃຫ້ແກ່ບໍລິສັດກົດໝາຍ ໂຮ, ເຊ ໄວ (Tse Wai) ແລະຄູ່ຮ່ວມງານ ທີ່ມີຊື່ສຽງຂອງຮົງກົງ ທີ່ໄດ້ຮັບເອົາຄະດີສິດທິມະນຸດທັງຫຼາຍນັ້ນ ວ່າ ໄດ້ຖືກຈັບກຸມເມື່ອຕຳຫຼວດໄດ້ບຸກກວດຄົ້ນ ຫ້ອງການຂອງບໍລິສັດນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG