ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 15 ຄົນເສຍຊີວິດ ຫຼັງຈາກສະພາບອາກາດຮ້າຍແຮງ ໄດ້ສ້າງຄວາມເສຍຫາຍໜັກເປັນເສັ້ນທາງຜ່ານຫຼາຍລັດໃນພາກໃຕ້

ທ່ານ ຮູໂກ ປາຣຣາ ຈາກເມືອງ ຟາມເມີສ໌ ແບຣນຈ໌ (Farmers Branch) ລັດເທັກຊັສ, ກຳລັງເກັບເຄື່ອງຂອງຈາກລົດຂອງລາວ ຫຼັງຈາກພາຍຸລົມໝູນ ທໍນາໂດ ໄດ້ພັດຜ່ານ, ພ້ອມກັບອີກ 40 ຄົນ ທີ່ໄດ້ໄປໃຊ້ຫ້ອງນ້ຳຂອງສະຖານທີ່ຈອດລົດບັນທຸກ ໃນຄືນມື້ກ່ອນ, ວັນທີ 26 ພຶດສະພາ 2024, ໃນເມືອງ Valley View ລັດເທັກຊັສ.

ພາຍຸທີ່ຮ້າຍແຮງຫຼາຍຫົວ ໄດ້ສັງຫານຢ່າງໜ້ອຍ 15 ຄົນ, ອີກຫຼາຍຮ້ອຍຄົນໄດ້ຮັບບາດເຈັບ ແລະປະຮ່ອງຮອຍຂອງຄວາມເສຍຫາຍໄວ້ທົ່ວລັດເທັກຊັສ, ລັດໂອກລາໂຮມາ ແລະລັດອາແຄນຊໍ ອີງຕາມລາຍງານຂອງອົງການຂ່າວເອພີ.

ພາຍຸຫຼາຍຫົວເຫລົ່ານີ້ ໄດ້ພັດເຮັດໃຫ້ບ້ານເຮືອນຫຼາຍຫຼັງພັງພິນາດ ແລະໄດ້ທຳລາຍສະຖານທີ່ຈອດພັກຂອງລົດບັນທຸກແຫ່ງນຶ່ງ ທີ່ພວກຄົນຂັບລົດພາກັນໄປຫລົບໄພ ໃນລະຫວ່າງສະພາບອາກາດທີ່ຮ້າຍແຮງຄັ້ງຫຼ້າສຸດທີ່ໄດ້ກະທົບຕໍ່ພາກກາງຂອງສະຫະລັດ.

ມີລາຍງານຜູ້ເສຍຊີວິດ 7 ຄົນ ຢູ່ໃນ ຄຸກ ເຄົາຕີ (Cooke County) ຂອງລັດເທັກຊັສ, ເຊິ່ງຢູ່ໃກ້ຊາຍແດນກັບລັດໂອກລາໂຮມາ ບ່ອນທີ່ພາຍຸທໍເນໂດ ໄດ້ພັດຜ່ານບໍລິເວນຊານເມືອງໃກ້ກັບສະຖານທີ່ຈອດບ້ານເຄື່ອນທີ່ ໃນຄືນວັນເສົາຜ່ານມານີ້.

ພາຍຸຫຼາຍຫົວ ຍັງໄດ້ສ້າງຄວາມເສຍຫາຍໃນລັດໂອກລາໂຮມາ ບ່ອນທີ່ບັນດາແຂກທີ່ຖືກຮັບເຊີນ ໃນງານແຕ່ງດອງກາງແຈ້ງ ໄດ້ຮັບບາດເຈັບຫຼາຍຄົນ.

ພົນລະເມືອງຫຼາຍສິບພັນຄົນ ບໍ່ມີໄຟຟ້າໃຊ້ໃນທົ່ວຂົງເຂດດັ່ງກ່າວ.

Powerful storms have killed at least 15 people, injured hundreds and left a wide trail of destruction across Texas, Oklahoma and Arkansas.

The storms obliterated homes and destroyed a truck stop where drivers took shelter during the latest deadly weather to strike the central U.S.

Seven deaths were reported in Cooke County, Texas, near the Oklahoma border, where a tornado Saturday night plowed through a rural area near a mobile home park.

Storms also caused damage in Oklahoma, where guests at an outdoor wedding were injured. Tens of thousands of residents were without power across the region.

An employee of a body shop collects tools from near damage the morning after a tornado rolled through, May 26, 2024, in Valley View, Texas.
An employee of a body shop collects tools from near damage the morning after a tornado rolled through, May 26, 2024, in Valley View, Texas.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG