ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພາຍຸເຮີຣິເຄນ ຟລໍເຣັນສ໌ ກໍ່ໃຫ້ເກີດ 'ນ້ຳຖ້ວມ ທີ່ເປັນໄພ ຫາຍະນະ' ໃນ ລັດຄາໂລໄລນາ

ດ້ວຍລົມພັດແຮງ ແລະນ້ຳຖ້ວມອ້ອມເຮືອນ ໃນຂະນະທີ່ ພາຍຸເຮີຣິເຄນ ຟລໍເຣັນສ໌ ເຄື້ອນຕົວຂຶ້ນຝັ່ງ, ມາບັດນີ້ ໄດ້ຖືກຫລຸດລະດັບລົງເປັນ ພາຍຸເຂດຮ້ອນ, ຢູ່ຖະໜົນ ຟຣັ້ນ ໃນເມືອງ ສວານສໂບໂຣ (Swansboro) ຂອງລັດຄາໂລໄລນາເໜືອ, ວັນທີ 14 ສິງຫາ 2018.

ເຮືອນຊານເກືອບ 1 ລ້ານຫລັງ ແລະ ທຸລະກິດຕ່າງໆ ແມ່ນບໍ່ມີໄຟຟ້າໃຊ້ໃນວັນເສົາມື້ນີ້
ໃນຂະນະທີ່ ພາຍຸເຂດຮ້ອນ ຟລໍເຣັນສ໌ ເຄື່ອນຕົວຊ້າໆ ໄປທົ່ວເຂດພາກໃຕ້ຂອງ
ສະຫະລັດ.

ສູນກາງເຮີຣິເຄນແຫ່ງຊາດ ໄດ້ກ່າວວ່າ ພາຍຸຫົວນີ້ ໄດ້ກໍ່ໃຫ້ເກີດ “ນ້ຳຖ້ວມທີ່ເປັນໄພ
ຫາຍະນະ”
ໃນລັດຄາໂລໄລນາ ເໜືອ ແລະ ໃຕ້. ນອກຈາກນັ້ນແລ້ວ ສູນກາງນີ້ ຍັງໄດ້
ກ່າວອີກວ່າ ອາດເປັນໄປໄດ້ ທີ່ຈະເກີດພາຍຸທໍເນໂດ ຫຼື ລົມພາຍຸຫົວກຸດໃຫຍ່ ຢູ່ໃນພາກ
ຕາເວັນອອກສຽງໃຕ້ ຂອງລັດຄາໂລໄລນາ ເໜືອ ແລະພາກຕາເວັນອອກສຽງເໜືອ
ຂອງ ລັດຄາໂລໄລນາ ໃຕ້ ໃນວັນເສົາມື້ນີ້.

ເຮືອນຫລັງນີ້ ຖືກຕົ້ນໄມ້ລົ້ມທັບ ໃນລະຫວ່າງ ທີ່ພາຍຸເຮີຣິເຄນ ຟລໍເຣັນສ໌ ພັດຂຶ້ນຝັ່ງຜ່ານເມືອງ ວີລສັນ ຂອງລັດຄາໂລໄລນາ ເໜື້ອ, ວັນທີ 14 ກັນຍາ 2018.
ເຮືອນຫລັງນີ້ ຖືກຕົ້ນໄມ້ລົ້ມທັບ ໃນລະຫວ່າງ ທີ່ພາຍຸເຮີຣິເຄນ ຟລໍເຣັນສ໌ ພັດຂຶ້ນຝັ່ງຜ່ານເມືອງ ວີລສັນ ຂອງລັດຄາໂລໄລນາ ເໜື້ອ, ວັນທີ 14 ກັນຍາ 2018.

ຜູ້ປົກຄອງລັດ ລັດຄາໂລໄລນາ ເໜືອ ທ່ານ ຣອຍ ຄຸບເປີ ໄດ້ກ່າວວ່າ ພາຍຸ ຟລໍເຣັນສ໌
ແມ່ນ “ຄວາມໂຫດຮ້າຍທີ່ບໍ່ໄດ້ຖືກເຊື້ອເຊີນ” ເຊິ່ງອາດໄດ້ທຳລາຍຊຸມຊົນທັງໝົດຈົນ
ສິ້ນຊາກ.

ພາຍຸເຮີຣິເຄນ ຟລໍເຣັນສ໌ ໄດ້ຖືກຫລຸດລະດັບລົງ ເປັນພາຍຸເຂດຮ້ອນ ຫຼັງຈາກທີ່ໄດ້ພັດ
ເຂົ້າຖະຫລົ່ມ ລັດຄາໂລໄລນາເໜືອ ໃນຖານະພາຍຸເຮີຣິເຄນ ປະເພດ 1 ດ້ວຍລົມແຮງ
ທີ່ເປັນອັນຕະລາຍ ແລະ ຝົນຕົກລົງມາຢ່າງໜັກ ຊຶ່ງໄດ້ເຮັດໃຫ້ມີຢ່າງໜ້ອຍ 5 ຄົນ ເສຍ
ຊີວິດແລ້ວ.

ຕຳຫຼວງເມືອງວີລມິງຕັນ ກ່າວວ່າ ແມ່ລູກອ່ອນຄົນນຶ່ງ ແລະລູກນ້ອຍ ໄດ້ເສຍຊີວິດ ເມື່ອ
ຕົ້ນໄມ້ໄດ້ລົ້ມທັບເຮືອນ ຂອງພວກເຂົາເຈົ້າ. ສ່ວນແມ່ຍິງອີກຄົນນຶ່ງ ໄດ້ເສຍຊີວິດ ຍ້ອນ
ຫົວໃຈວາຍ ຫຼັງຈາກທີ່ໄດ້ໂທລະສັບ ຫາໜ່ວຍກູ້ໄພສຸກເສີນ ໃນຂະນະທີ່ ພວກແພດ
ສຸກເສີນ ບໍ່ສາມາດເຂົ້າໄປຫານາງໄດ້ ຍ້ອນຖືກກີດຂວາງ ໂດຍພວກຕົ້ນໄມ້ທີ່ລົ້ມຕັນ
ທາງ. ຜູ້ຊາຍອາຍຸ 78 ປີ ໄດ້ຖືກໄຟຟ້າຊັອດ ໃນຂະນະທີ່ພະຍາຍາມຈະສຽບສາຍໄຟຕໍ່
ໃນລະຫວ່າງທີ່ຝົນກຳລັງຕົກ. ຜູ້ຊາຍອີກຄົນນຶ່ງ ໄດ້ເສຍຊີວິດ ໃນເວລາ ທີ່ຜູ້ກ່ຽວຖືກລົມ
ແຮງພັດຈົນລົ້ມລົງ ໃນຂະນະທີ່ອອກໄປຊອກຫາໝາຂອງລາວ.

ຕົ້ນໄມ້ລົ້ມທັບຫລັງຄາຂອງຮ້ານອາຫານໄວທັນໃຈ ຫຼັງຈາກ ພາຍຸເຮີຣິເຄນ ຟລໍເຣັນສ໌ ໄດ້ເຄື່ອນຕົວ ເຂົ້າມາຮອດເມືອງ ວີລມິງຕັນ ຂອງລັດຄາໂລໄລນາເໜືອ, ວັນທີ 14 ກັນຍາ 2018.
ຕົ້ນໄມ້ລົ້ມທັບຫລັງຄາຂອງຮ້ານອາຫານໄວທັນໃຈ ຫຼັງຈາກ ພາຍຸເຮີຣິເຄນ ຟລໍເຣັນສ໌ ໄດ້ເຄື່ອນຕົວ ເຂົ້າມາຮອດເມືອງ ວີລມິງຕັນ ຂອງລັດຄາໂລໄລນາເໜືອ, ວັນທີ 14 ກັນຍາ 2018.

ສູນກາງເຮີຣິເຄນແຫ່ງຊາດ ໄດ້ກ່າວວ່າ ພາຍຸ ຟລໍເຣັນສ໌ ກຳລັງເຄື່ອນຕົວຊ້າໆ ເລິກເຂົ້າ
ໄປໃນປະເທດ ໂດຍຈະມີລົມພັດແຮງ ເຖິງ 80 ກິໂລແມັດຕໍ່ຊົ່ວໂມງຢ່າງຕໍ່ເນື່ອງ ແລະ
ຈະມີລົມແຮງເປັນບາງຄັ້ງບາງຄາວ. ພາຍໃນຕອນແລງວັນສຸກວານນີ້ ຕາຂອງພາຍຸ
ດັ່ງກ່າວ ໄດ້ເຄື່ອນຕົວເຂົ້າໄປໃນ ລັດຄາໂລໄລນາໃຕ້.

ການເຄື່ອນຕົວຊ້າຂອງພາຍຸນັ້ນ ບໍ່ແມ່ນຄວາມແຮງຂອງມັນ ເປັນສິ່ງທີ່ໜ້າເປັນຫ່ວງ
ຂອງພວກພະຍາກອນອາກາດ ແລະ ບັນດາເຈົ້າໜ້າທີ່.

ພາຍຸ ຟລໍເຣັນສ໌ ກຳລັງເຄື່ອນຕົວ 8 ກິໂລແມັດຕໍ່ຊົ່ວໂມງ ເລິກເຂົ້າໄປໃນປະເທດ ເຊິ່ງ
ເຮັດໃຫ້ພາຍຸຫົວນີ້ ມີເວລາຫຼາຍຂຶ້ນ ທີ່ຈະນຳເອົາຝົນ ໃນປະລິມານມະຫາສານ ເຂົ້າໄປ
ໃນເຂດດັ່ງກ່າວນຳດ້ວຍ.

Hurricane Florence Comes Ashore
please wait

No media source currently available

0:00 0:02:14 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG