ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພົບຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ ຢູ່ໃນລົດບັນທຸກ ໃນລັດເທັກຊັສ

ເຈົ້າໜ້າທີ່ຕໍາຫຼວດ ແລະຜູ້ຮັບຜິດຊອບຊຸດທໍາອິດ ກໍາລັງປະຕິບັດງານຢູ່ໃນສະຖານທີເກີດເຫດ, ເຊິ່ງເຈົ້າໜ້າທີ່ກ່າວວ່າ ພົບຈໍານວນຜູ້ເສຍຊີວິດຫຼາຍສິບຄົນ ແລະອີກຈໍານວນນຶ່ງໄດ້ຖືກນໍາສົ່ງ ໄປຮັກສາອາການບາດເຈັບຈາກຄວາມຮ້ອນສູງ, ລຸນຫຼັງທີ່ລົດບັນທຸກທີ່ຕ້ອງສົງໄສຂົນຜູ້ລັກລອບເຂົ້າເມືອງ ຖືກພົບ ທີ 27 ມິຖຸນາ 2022.

ເຈົ້າໜ້າທີ່ ໃນລັດເທັກຊັສ ທາງທິດໃຕ້ຂອງສະຫະລັດ ພົບພວກລັກ​ລອບ​ເຂົ້າ​ເມືອງຜິດ​ກົດ​ໝາຍທີ່ເສຍຊີວິດຈໍານວນ 46 ຄົນຢູ່ໃນ​ລົດ​ບັນ​ທຸກແກ່ຂອງຄັນນຶ່ງໃນມື້ວັນຈັນວານນີ້.

ຫົວໜ້າໜ່ວຍດັບໄຟ ຂອງເມືອງແຊນ ແອນໂຕນິໂອ (San Antonio) ທ່ານ ຊາ​ລສ ຮູດ (Charles Hood) ກ່າວກັບບັນດານັກຂ່າວວ່າ 16 ຄົນ ແມ່ນຖືກນໍາໂຕສົ່ງໄປໂຮງໝໍເພື່ອຮັບ​ການ​ປິ່ນ​ປົວ​ຍ້ອນອາການບາດເຈັບຈາກຄວາມຮ້ອນສູງ ລວມມີເດັກນ້ອຍອີກ 4 ຄົນ.

ລົດບັນທຸກດັ່ງກ່າວ ຖືກພົບເຫັນຢູ່ບໍລິເວນໃກ້ໆກັບລາງລົດໄຟໃນບໍລິເວນທີ່ສອກ ຫຼີກຫ່າງໄກ ຂອງຂົງເຂດຊານເມືອງ​ດ້ານ​ໃຕ້​ຂອງແຊນ ແອນໂຕນິໂອ. ອຸນຫະ ພູມຢູ່ໃນເມືອງແຫ່ງນີ້ສູງເຖິງ 39 ອົງສາເຊລຊຽສ ຫຼືປະມານ 103 ອົງສາຟາເຣັນຮາຍ ໃນມື້ວັນຈັນວານນີ້ ບວກກັບອາກາດທີ່ຮ້ອນອົບເອົ້າ.

ເຈົ້າໜ້າທີ່ຕໍາຫຼວດຂອງເມືອງແຊນ ແອນໂຕນີໂອ ກ່າວວ່າ ເຂົາເຈົ້າຍັງເວົ້າບໍ່ທັນໄດ້ເທື່ອວ່າ ຜູ້ຄົນທີ່ພົບຢູ່ໃນລົດບັນທຸກນັ້ນມາຈາກໃສ. ຂະນະນີ້ ບັນດາເຈົ້າໜ້າທີ່ຂອງລັດຖະບານກາງ ເຂົ້າມາດໍາເນີນການສືບສວນກ່ຽວກັບກໍລະນີດັ່ງກ່າວແລ້ວ.

ຜູ້ທີ່ມາເບິ່ງໃນສະຖານທີ່ເກີດເຫດ ຖືກແສງໄຟສ່ອງໃສ່ໂດຍໄຟຂອງເຈົ້າໜ້າທີ່ຕໍາຫຼວດໃນສະຖານທີ່ເກີດເຫດ, ເຊິ່ງເຈົ້າໜ້າທີ່ໄດ້ກ່າວວ່າ ພົບຈໍານວນຜູ້ເສຍຊີວິດຫຼາຍສິບຄົນໃນລົດບັນທຸກແກ່ຂອງຄັນນຶ່ງ ທີ່ຖືກສົງໄສວ່າ ຂົນພວກເລັກລອບເຂົ້າມເມືອງຜິດກົດໝາຍ, ເມື່ອວັນທີ 27 ມິຖຸນາ 2022.

ລັດຖະມົນຕີການຕ່າງປະເທດຂອງເມັກຊິໂກ ທ່ານມາເຊີໂລ ເອບຣາດ (Marcelo Ebrard) ໄດ້ຂຽນຂໍ້ຄວາມ​ລົງ​ໃນ​ທວີດ​ເຕີ້ວ່າ ອີງຕາມເຈົ້າໜ້າທີ່ກົງສຸນທີ່ໄດ້ໄປໃນບໍລິເວນທີ່ເກີດເຫດ, ມີປະຊາຊົນຊາວກົວເຕມາລາສອງຄົນ
ທີ່ຖືກນໍາໂຕສົ່ງໄປຮັກສາຢູ່ໂຮງໝໍ.

ທ່ານ ເອບຣາດ ກ່າວວ່າ ລົດບັນທຸກຄັນດັ່ງກ່າວນັ້ນ ມີປ້າຍທະບຽນລົດຂອງສະຫະລັດ, ແລະເຫດຮ້າຍ​ທີ່​ວ່ານັ້ນ ເບິ່ງລັກສະນະຄືວ່າເປັນການດໍາເນີນງານຂອງພວກຄ້າມະນຸດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG