ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢ່າງໜ້ອຍ 45 ຄົນໄດ້ຖືກຂ້າຕາຍໃນ ຊີເຣຍ ຍ້ອນເຮືອບິນຮົບ ຂອງ ຣັດເຊຍ ແລະ ຊີເຣຍ


ລະເບີດລູກໜຶ່ງຖືກຖິ້ມລົງຈາກເຮືອບິນຮົບ Su-34 ຂອງຣັດເຊຍ ທີ່ທຳການໂຈມຕີຕໍ່ນັກຮົບໃນ ຊີເຣຍ. 9 ຕຸລາ, 2015.
ລະເບີດລູກໜຶ່ງຖືກຖິ້ມລົງຈາກເຮືອບິນຮົບ Su-34 ຂອງຣັດເຊຍ ທີ່ທຳການໂຈມຕີຕໍ່ນັກຮົບໃນ ຊີເຣຍ. 9 ຕຸລາ, 2015.

ເຮືອບິນຂອງລັດຖະບານ ຣັດເຊຍ ແລະ ຊີເຣຍ ໄດ້ເຮັດໃຫ້ຄົນເສຍຊີວິດຢ່າງ ໜ້ອຍ 45 ຄົນ, ລວມທັງເດັກນ້ອຍ ໃນວັນເສົາວານນີ້ ທີ່ເມືອງແຫ່ງໜຶ່ງ ໃນພາກຕາເວັນອອກຂອງ ຊີເຣຍ, ອີງຕາມການກ່າວຂອງອົງການສິ້ງຊອມ ສິດທິມະນຸດທີ່ມີຫ້ອງການຕັ້ງຢູ່ໃນປະ ເທດ ອັງກິດ.

ກຸ່ມສິ້ງຊອມນີ້ກ່າວວ່າ ການຍິງໂຈມຕີໄດ້ເກີດຂຶ້ນໃນເມືອງ Qourieh ໃນແຂວງ Deir el-Zour, ເຊິ່ງມີຊາຍແດນຕິດກັບ ອີຣັກ ແລະ ສ່ວນໃຫຍ່ຖືກຄວບຄຸມ ໂດຍກຸ່ມຫົວຮຸນແຮງ ລັດອິສລາມ.

ໃນຂະນະດຽວກັນ, ກອງກຳລັງກຸ່ມກະບົດປະຊາທິປະໄຕ ຊີເຣຍ ຫຼື SDF ທີ່ເປັນ ພັນທະມິດກັບກອງກຳລັງຊາວ ເຄີດ ແລະ ກອງກຳລັງ ອາຣັບ ທີ່ໜູນຫຼັງໂດຍ ການໂຈມຕີທາງອາກາດຈາກ ພັນທະມິດນຳໜ້າໂດຍ ສະຫະລັດ, ໄດ້ປະທະກັບ ພວກ IS ຢູ່ໃນເມືອງ Manbij ເຊິ່ງເປັນຖານທີ່ໝັ້ນທີ່ສຳຄັນຂອງກຸ່ມຫົວ ຮຸນແຮງ.

ກຸ່ມ SDF ໄດ້ຜັກດັນເຂົ້າໄປໃນເມືອງຈາກຝັ່ງພາກໃຕ້, ຫຼັງຈາກໄດ້ຍຶດເອົາການ ຄວບຄຸມສູນຖັງເຂົ້າເບລ ຢູ່ເຂດນອກຕົວເມືອງຂອງມັນ.

ເມືອງ Manbij ໄດ້ເປັນບ່ອນຢຸດຈຳໜ່າຍທີ່ສຳຄັນສຳລັບພວກຫົວຮຸນແຮງ IS ຜ່ານເຂດພາກເໜືອຂອງ ຊີເຣຍ ທີ່ພວກເຂົາກຳລັງຄວບຄຸມຢູ່. ພວກນັກ ເຄື່ອນໄຫວໃນທ້ອງຖິ່ນກ່າວວ່າ ການສູນເສຍເມືອງນີ້ຈະເປັນການປະສົບກັບອຸ ປະສັກຢ່າງໃຫຍ່ຫຼວງສຳລັບກຸ່ມກໍ່ການຮ້າຍ.

ຊາວ ເຄີດ ຈຳນວນຫຼາຍຮ້ອຍຄົນໄດ້ຖືກຍິງໂຈມຕີໃນພາກເໜືອຂອງປະເທດ ຊີເຣຍ, ພວກເຂົາເຈົ້າຫຼາຍຄົນໄດ້ຖືກຂ້າຕາຍ ແລະ ໄດ້ຮັບບາດເຈັບ ໃນຂະນະ ທີ່ກຳລັງພະຍາຍາມຫຼົບໜີຈາກການຍິງປະທະກັນຂອງກອງກຳລັງທີ່ຕໍ່ສູ້ກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG