ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

44 ຄົນເສຍຊີວິດ ໃນເຫດລົດເມ ຕຳກັບລົດສອງຄັນ ຢູ່ຈີນ


ແຜນທີ່ເຂດທິເບດ ຂອງຈີນ
ແຜນທີ່ເຂດທິເບດ ຂອງຈີນ

ທີ່​ປະ​ເທດ​ຈີນນັ້ນ ມີ 44 ຄົນ​ເສຍ​ຊີວິດ ​ແລະ 11 ຄົນ​ໄດ້​ຮັບ​
ບາດ​ເຈັບ ​ໃນ​ວັນ​ເສົາ​ວານ​ນີ້ ເວລາລົດ​ເມ​ນຳ​ທ່ຽວ​ຄັນ​ນຶ່ງ
ຕຳ​ກັນກັບ​ລົດ 2 ຄັນ​ ​ແລ້ວຕົກລົງ​ໜ້າຜາ ຈາກ​ທາງ​ຫລວງ
ສາຍ​ນຶ່ງ ​ໃນ​ເຂດ​ທິ​ເບ​ດ.

​ອົງການ​ຂ່າວ​ຊິ​ນຫົວ​ຂອງທາງ​ການຈີນ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້
​ວ່າ ອຸບັດ​ເຫດ​ລົດ 3 ຄັນ​ຕຳ​ກັນ​ນັ້ນ ​ເກີດ​ຂຶ້ນ​ເມື່ອ​ຕອນ​ບ່າຍ
ວັນ​ເສົາວານ​ນີ້ ຢູ່​ໃນ​ ພາກ​ໃຕ້​ຂອງເຂດ​ທິ​ເບ​ດ ທີ່​ເປັນພູເປັນ
​ຜາ​ນັ້ນ.

​ຊິນຫົວກ່າວ​ອີກ​ວ່າ ລົດ​ເມຄັນ​ນັ້ນບັນທຸກ​ຜູ້​ໂດຍສານ 50 ຄົນ
ສ່ວນຫຼາຍ​ແມ່ນ​ນັກ​ທ່ອງທ່ຽວ ຈາກ 4 ​ແຂວງ​ຂອງ​ຈີນ. ສ່ວນ​ລົດ​ຄັນ​ອື່ນໆ​ນັ້ນ ​ແມ່ນ​ລົດ
ກິລາສາລະປະ​ໂຍດ ຫຼື SUV ທີ່​ມີ​ 4 ຄົນ​ ຢູ່​ໃນ​ລົດ ​ແລະ ລົດ​ກະບະ ​ທີ່​ມີ​ແຕ່​ຄົນ​ຂັບ​ພຽງ
ຄົນ​ດຽວ. ອາການ​ຂອງ​ພວກ​ເຂົາ​ເຈົ້າຍັງ​ບໍ່​ຈະ​ແຈ້ງເທື່ອ.

ອົງການ​ຂ່າວຊິນ​ຫົວ ​ເວົ້າ​ວ່າ ຕຳຫລວດ​ໄດ້​ກັກ​ຕົວບັນດາ​ຜູ້​ຈັດການ ບໍລິສັດ​ທ່ອງ​ທ່ຽວ
Feixing ​ແລະບໍລິສັດລົດ​ທົວ Shengdi ​ໄວ້ ​ໃນ​ຂະນະ​ທີ່​ລໍຖ້າ​ການສືບສວນ​ສອບ​ສວນ.

XS
SM
MD
LG