ກະຊວງສາທາລະນະສຸກຂອງອີຈິບ ກ່າວວ່າ ມີ 41 ຄົນ ເສຍຊີວິດ ເວລາໄຟລຸກໄໝ້ ທີ່ວັດຂອງສາສະໜາຄຣິສ ນິກາຍຄັອບຕິກ ໃນເຂດຊານເມືອງຂອງນະຄອນຫຼວງໄຄໂຣ ຊຶ່ງມີປະຊາຊົນ ອາໄສຢູ່ຢ່າງໜາແໜ້ນ ທີ່ຄຸ້ມອິມບາບາ (Imbaba.) ພວກທີ່ເຫັນເຫດການກ່າວວ່າ ໄຟເລີ້ມລຸກໄໝ້ຫຼັງຈາກໄຟຟ້າຂອງລະບົບປັດອາກາດ ລັດວົງຈອນ.
ຜູ້ຄົນໄດ້ພາກັນຮ້ອງສຽງດັງ ເວລາໄຟໄໝ້ລາມຂຶ້ນໄປຊັ້ນເທິງ ຂອງວັດມໍລະນະສັກຂີ ອາບູເຊຟີນ (Marty Abu Sefein.) ພວກທີ່ເຫັນເຫດການເວົ້າວ່າ ໜ່ວຍດັບໄຟ ໃຊ້ເວລາ 3 ຊົ່ວໂມງກ່ອນຈະໄປຮອດບ່ອນເກີດເຫດ.
ສື່ມວນຊົນຂອງອີຈິບ ອ້າງຄຳເວົ້າຂອງພວກທີ່ເຫັນເຫດການ ລາຍງານວ່າ ໄຟເລີ້ມລຸກໄໝ້ ຫຼັງຈາກໄຟຟ້າຢູ່ທີ່ວັດໄດ້ເກີດບັນຫາ ຍ້ອນເຄື່ອງປັ່ນໄຟໄດ້ເປີດໄຟແລະລະບົບເຮັດຄວາມເຢັນ ຊຶ່ງໄດ້ພາໃຫ້ເກີດໄຟຟ້າລັດວົງຈອນ.
ນາຍົກລັດຖະມົນຕີມຸສຕາຟາ ມາດບູລີ ພ້ອມກັບນາຍພົນອາເມັດ ຣາເຊດ ເຈົ້າແຂວງ ແຂວງກີຊາ (Giza) ບ່ອນທີ່ວັດດັ່ງກ່າວຕັ້ງຢູ່ນັ້ນ ໄດ້ໄປຍັງບ່ອນເກີດເຫດ. ພວກທ່ານໄດ້ນຳສະເໜີການສະແດງຄວາມເສົ້າສະຫຼົດໃຈຂອງລັດຖະບານ ພ້ອມກັບການໃຫ້ຄຳໝັ້ນສັນຍາຕໍ່ບັນດາຄອບຄົວຂອງພວກເຄາະຮ້າຍ.
ທ່ານມຸສຕາຟາ ມາດບູລີ ກ່າວວ່າ ທ່ານແລະສະມາຊິກຂອງຄະນະລັດຖະບານໄດ້ໄປກວດເບິ່ງສະຖານທີ່ ທີ່ເກີດໄຟໄໝ້ແລະກະກຽມທີ່ຈະຈ່າຍເງິນ 100,000 ປອນຂອງອີຈິບ ໃຫ້ແກ່ບັນດາຄອບຄົວຂອງຜູ້ທີ່ເສຍຊີວິດ ແລະ 20,000 ປອນ ສຳລັບຄອບຄົວຂອງຜູ້ບາດເຈັບ ແລະນອກນັ້ນແລ້ວ ຍັງຈະໃຫ້ການປິ່ນປົວແກ່ຜູ້ເຄາະຮ້າຍທີ່ເຂົ້າຮັບການປິ່ນປົວຢູ່ໂຮງໝໍ.
ເງິນ 100,000 ປອນຂອງອີຈິບ ແມ່ນປະມານ 5,214 ໂດລາ ແລະ 20,000 ປອນແມ່ນປະມານ 1,000 ໂດລາໜ້ອຍນຶ່ງ.
ເຈົ້າໜ້າທີ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງຕັ້ງຄະນະກຳມະການ ທາງດ້ານເຕັກນິກແລະວິສາວະກຳ ເພື່ອສືບສວນເບິ່ງສາເຫດທີ່ພາໃຫ້ເກີດໄຟໄໝ້ໃນເທື່ອນີ້.
ທ່ານຊາອີດ ຊາເດັກ ນັກສັງຄົມວິທະຍາດດ້ານການເມືອງ ກ່າວວ່າ ວັດດັ່ງກ່າວນີ້ ຕັ້ງຢູ່ໃນຄຸ້ມທີ່ແອອັດ ມີແຕ່ທາງນ້ອຍໆແລະຮ່ອມຕ່າງໆ. ເຂດທີ່ວ່ານີ້ ແມ່ນສະໜາມລົບລະຫວ່າງກຳລັງລັດຖະບານ ແລະກຸ່ມຫົວຮຸນແຮງ ໃນຊຸມປີ 1990.