ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 100 ຄົນ ໄດ້ເສຍຊີວິດ ໃນຢີ່ປຸ່ນ ຫຼັງຈາກຝົນຕົກໜັກ ແລະດິນເຈື່ອນ


ພວກກູ້ໄພກຳລັງຊອກຫາຄົນທີ່ຫາຍສາບສູນ ຢູ່ຕາມເຮືອນ ຊານທີ່ຫັກພັງ ຖືກທຳລາຍຈາກຝົນຕົກໜັກ ແລະດິນເຈື່ອນ ທີ່ເມືອງກູມາໂນະ ເຂດເທດສະບານຮີໂຣຊິມາ ທີ 9 ກໍລະກົດ 2018.
ພວກກູ້ໄພກຳລັງຊອກຫາຄົນທີ່ຫາຍສາບສູນ ຢູ່ຕາມເຮືອນ ຊານທີ່ຫັກພັງ ຖືກທຳລາຍຈາກຝົນຕົກໜັກ ແລະດິນເຈື່ອນ ທີ່ເມືອງກູມາໂນະ ເຂດເທດສະບານຮີໂຣຊິມາ ທີ 9 ກໍລະກົດ 2018.

ບັດ​ນີ້ພວກ​ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ ​ກ່າວ​ວ່າ ​ຢ່າງ​ໜ້ອຍ 100 ຄົນ​ໄດ້​ເສຍ​ຊີວິດ​ ຈາກ​ໄພດິນ​
ເຈື່ອນ ທີ່​ເປັນສາ​ເຫດຈາກ​ຝົນຕົກ​ໜັກ​ເປັນ​ເວລາ​ສາມ​ມື້ ​ຢູ່​ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້
ຂອງ​ຍີ່ປຸ່ນ.

ຫຼາຍ​ກວ່າ 65 ຄົນ​ຍັງ​ຫາຍ​ສາບ​ສູນ​ ໃນ​ຂະນະ​ທີ່​ໜ່ວຍກູ້​ໄພດຳ​ເນີນ​ການ​ຊອກ​ຄົ້ນ​ຫາ​ຢ່າງ​
ບໍ່​ຢຸດ​ເຊົາ​ ພວກ​ທີ່​ລອດ​ຊີວິດ ​ແລະ​ບັນດາ​ຜູ້​ເຄາະ​ຮ້າຍ ຜ່ານ​ບ່ອນ​ຫັກ​ພັງ ​ແລະ​ຊິ້ນ​ສ່ວນ ​
ທີ່​ເປັນ​ຜົນ​ກະທົບ​ ຢູ່​ໃນ​ບັນດາ​ໝູ່ບ້ານ​ຢູ່ທົ່ວ​ພາກ​ຕາ​ເວັນ​ຕົກ ​ແລະ​ພາກ​ກາງຂອງ​ຍີ່​ປຸ່ນ.

ອົງການ​ອຸຕຸນິຍົມ​ວິທະຍາ ​ໄດ້​ອອກ​ຖະ​ແຫຼ​ງການ​ທີ່​ບໍ່​ຂ່ອຍ​ມີ“​ເຕືອນ​ສຸ​ກ​ເສີນ” ຫຼັງ​ຈາກ
ຝົນຕົກ​ໜັກ “​ເປັນ​ປະຫວັດ​ການ” ຢູ່​ທົ່ວ​ຂົງ​ເຂດທີ່​ນຳພາ ເຮັດ​ໃຫ້​ແມ່​ນໍ້າ​ສູງ​ຂຶ້ນ ​ແລະ
ເກີດ​ດິນ​ເຈື່ອນ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ​ຊິ​ລ​ໂຊະ ອາ​ເບະ ກ່າວ​ວ່າ ທະຫານ 73,000 ຄົນ ​ແລະ​ບັນດາພວກກູ້​ໄພ ກຳລັງ​ພາກັນ​ຢູ່​ໃນ​ພາກສ່ວນ​ ພະຍາຍາມ​ກູ້​ໄພ. ຄວາມ​ພິນາດ​ໄດ້​ບັງ
ຄັບ​ໃຫ້​ ​ທ່ານລົບ​ລ້າງແຜ​ນ​ເດີ​ນທາງ​ໄປ​ປະ​ເທດ​ແບ​ລຈ້ຽມ ຝຣັ່ງ ຊາ​ອຸ​ດີ ອາ​ຣາ​ເບຍ ​ແລ
​ອີຈິບ ​ໃນ​ທ້າ​ຍອາທິດ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ 26.​3 ກວ່າ​ຊັງ​ຕີ​ແມັດ ​ຂອງ​ນໍ້າ​ຝົນ​ໄດ້​ຕົກລົງ​ມາ​ພາຍ​ໃນ​ສາມ
​ຊົ່ວ​ໂມງ​ໃນ​ເຂດ​ໂກ​ຈີ ທີ່​ຫຼາ​ຍສຸດ​ ນັບ​ແຕ່​ບັນທຶກໄດ້​ເລີ້ມ​ເກັບ​ກຳມາ​ ໃນ​ປີ 1976.

ຫຼາຍ​ກວ່າ 1 ລ້ານ 3 ​ແສນ​ຄົນ ​ໄດ້​ຖືກສັ່ງ​ໃຫ້​ຍົກຍ້າຍ​ອອກຈາກ​ບ້າ​ນ​ເຮືອນ​ຂອງເຂົາ​
ເຈົ້າ. ອີກ 3 ລ້ານ 1 ແສນ​ຄົນ ໄດ້​ຖືກ​ເຕືອນ​ໄພ ​ທີ່​ຮ້າຍ​ແຮງ ທີ່​ຖືກ​ບອກ​ວ່າ ​ເຂົາ​ເຈົ້າ​ອາດ​
ຈະ​ໄດ້​ຖືກ​ຍົກຍ້າຍເຊັ່ນ​ກັນ.

ຮູບ​ພາບ​ທາງ​ໂທລະພາບ​ສະ​ແດງ​ໃຫ້​ເຫັນ​ຂົວ​ໄມ້ ​ຖືກ​ນໍ້າຜັດ​ໄປ​ໂດຍແມ່ນໍ້າສູງຂຶ້ນ​ ໃນ
​ນະຄອນ​ຮີ​ໂຣຊິ​ມາ ​ແລະ​ພວກ​ເຄາະ​ຮ້າຍ​ກຳລັງ​ຖືກ​ຍົກຍ້າຍ​ໂດຍ​ເຮືອບິນ​ເຮ​ລິ​ຄອບ​ເຕີ
​ຈາກ​ເຮືອນ​ຊານ​ຕ່າງໆ​ຢູ່​ໃນ​ເຂດ​ນໍ້າ​ຖ້ວມ.

ພວກ​ຊາວ​ບ້ານ​ພາກັນ​ຊອກ​ຫາ​ບ່ອນ​ລີ້​ໄພ​ຈາກ​ດິນ​ເຈື່​ອນ ອຸດ​ສາ​ຫະກຳ​ໃຫຍ່ໆ​ເຊັ່ນວ່າ Mitsubishi ​ແລະ Mazda ​ໄດ້​ຖືກ​ບັງຄັບ​ໃຫ້​ຢຸດ​ການ​ປະຕິບັດ​ງານ​ຢູ່​ໃນ​ບາ​ງບ່ອນ ​ໃນ​
ຂະນະ​ທີ່​ນໍ້າ​ຖ້ວມ​ຂັດຂວາງ​ການ​ສົ່ງ​ອຸບປະກອນ ​ແລະ​ສ່ຽງ​ຕໍ່​ຄວາມ​ປອດ​ໄພ​ແກ່​ພວກ​ພະນັກງານ.

ເຂດທີ່ຖຶກນໍ້າຖ້ວມທີ່ເມືອງກູຣາຊິກິ ເຂດເທດສະບານ ໂອກາຢາມາ ປະເທດບິ່ປຸ່ນ ທີ 8 ກໍລະກົດ 2018.
ເຂດທີ່ຖຶກນໍ້າຖ້ວມທີ່ເມືອງກູຣາຊິກິ ເຂດເທດສະບານ ໂອກາຢາມາ ປະເທດບິ່ປຸ່ນ ທີ 8 ກໍລະກົດ 2018.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG