ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

49 ຄົນເສຍຊີວິດ ໃນເຫດດິນຕົມເຈື່ອນ ທີ່ປະເທດ ຍີ່ປຸ່ນ


ຜູ້ຊາຍຍ່າງຢູ່ຕໍ່ໜ້າເຮືອນ ທີ່ໄດ້ຮັບຄວາມເສຍຫາຍຈາກກະແສນໍ້າ ຫຼັງຈາກ ຝົນຕົກໜັກໃນເມືອງ ອາຊາຄູຣະ, ແຂວງ ຟູຄູໂອກະ, ປະເທດ ຍີ່ປຸ່ນ. 9 ກໍລະກົດ, 2017.
ຜູ້ຊາຍຍ່າງຢູ່ຕໍ່ໜ້າເຮືອນ ທີ່ໄດ້ຮັບຄວາມເສຍຫາຍຈາກກະແສນໍ້າ ຫຼັງຈາກ ຝົນຕົກໜັກໃນເມືອງ ອາຊາຄູຣະ, ແຂວງ ຟູຄູໂອກະ, ປະເທດ ຍີ່ປຸ່ນ. 9 ກໍລະກົດ, 2017.

ປະຊາຊົນຢ່າງໜ້ອຍ 49 ຄົນ ໄດ້ເສຍຊີວິດ ແລະ ຫຼາຍກວ່າ 47 ຄົນ ຫາຍສາບສູນໄປ
ໃນພາກຕາເວັນຕົກສຽງໃຕ້ຂອງ ຍີ່ປຸ່ນ ເມື່ອວັນເສົາວານ ນີ້ ຍ້ອນດິນຕົມເຈື່ອນ ທີ່ເກີດ
ຈາກຝົນຕົກໜັກ, ອີງຕາມອົງການຂ່າວ NHK ຂອງລັດຖະບານ ຍີ່ປຸ່ນ. ອົງການຂ່າວ
ດັ່ງກ່າວຍັງໄດ້ລາຍງານວ່າ ປະຊາຊົນຫຼາຍກວ່າ 1 ລ້ານ 6 ແສນຄົນໄດ້ຖືກບັງຄັບ
ໃຫ້ຫຼົບໜີອອກຈາກບ້ານຂອງເຂົາເຈົ້າ.

ອົງການຄວບຄຸມໄຟໄໝ້ ແລະ ໄພພິບັດຂອງ ຍີ່ປຸ່ນ ໄດ້ເວົ້າວ່າ ຜູ້ອາໄສຢູ່ໃນທ້ອງຖິ່ນ
ອີກ 3 ລ້ານ 1 ແສນຄົນໄດ້ຖືກແນະນຳໃຫ້ອົບພະຍົບອອກຈາກພື້ນທີ່.

ໃນຂະນະທີ່ຝົນໄດ້ຕົກລົງຢ່າງໜັກໃສ່ພາກຕາເວັນຕົກ ແລະ ພາກກາງຂອງ ຍີປຸ່ນ ນັ້ນ,
ກົມອຸຕຸນິຍົມ ຍີ່ປຸ່ນ ໄດ້ອອກຄຳເຕືອນຕ່າງໆ ກ່ຽວກັບ “ຝົນທີ່ຕົກແຮງທີ່ສຸດເປັນຄັ້ງ
ປະຫວັດສາດ”, ດິນເຈື່ອນ ແລະ ແມ່ນໍ້າທີ່ເພີ່ມສູງຂຶ້ນຈາກຫຼາຍພາກສ່ວນໃນແຜ່ນດິນ
ໃຫຍ່ຂອງເກາະ ຮອນຊູ (Honshu). ກົມອຸຕຸນິຍົມດັ່ງກ່າວໄດ້ເວົ້າວ່າ ຝົນທີ່ຕົກໃນເມືອງ
ໂມໂຕຢາມະ ແມ່ນສູງກວ່າ 58 ຊັງຕີແມັດ, ເປັນເມືອງນຶ່ງທີ່ຕັ້ງຢູ່ໃນເກາະຊິໂຄກຸ
(Shikoku) ທາງພາກໃຕ້ຂອງປະເທດ, ເຊິງຕົກພາຍໃນ 24 ຊົ່ວໂມງສິ້ນສຸດລົງໃນ
ຕອນເຊົ້າວັນເສົາວານນີ້.

ອົງການດັ່ງກ່າວເວົ້າວ່າ ລະບົບດິນຟ້າອາກາດແມ່ນຕັ້ງຢູ່ລະຫວ່າງ ພາກຕາເວັນຕົກ
ແລະ ຕາເວັນອອກຂອງ ຍີ່ປຸ່ນ, ແລະ ວ່າຝົນຕົກ ໜັກຕ່າງໆ ແມ່ນຄາດວ່າ ຈະດຳເນີນ
ມາຈົນເຖິງວັນອາທິດມື້ນີ້.

ນັກດັບໄຟປະມານ 48,000 ຄົນ, ເຈົ້າໜ້າທີ່ຕຳຫຼວດ ແລະ ກອງກຳລັງທະຫານໄດ້
ອອກມາຮັບມືກັບເຫດດິນເຈື່ອນ ແລະ ສະຖານະການສຸກເສີນອື່ນໆ, ອີງຕາມຫົວ
ໜ້າເລຂາທິການຫ້ອງການ ທ່ານ ໂຍຊິຮິເດະ ຊູກະ (Yoshihide Suga).

ລັດຖະມົນຕີປ້ອງກັນປະເທດທ່ານ ອິຊຶໂນຣິ ໂອໂນະເດຣະ ໄດ້ກ່າວວ່າ ກຳລັງທະ
ຫານອີກ 21,000 ແມ່ນກຽມພ້ອມຮັບມືຢູ່.

ພາບອອກອາກາດທາງໂທລະພາບ ໄດ້ສະແດງໃຫ້ເຫັນຂົວໄມ້ແຫ່ງນຶ່ງ ໄດ້ຖືກນໍ້າພັດ
ໄປໃນເມືອງ ຮິໂຣຊິມະ ແລະ ຜູ້ເຄາະຮ້າຍທັງຫຼາຍໄດ້ຖືກເຮືອບິນ ເຮລິຄັອບເຕີ ຍົກ
ຍ້າຍອອກຈາກເຮືອນຂອງເຂົາເຈົ້າ ແລະ ຂົງເຂດທີ່ຖືກນໍ້າຖ້ວມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG