ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈຳນວນຜູ້ເສຍຊີວິດ ໃນການໂຈມຕີທາງອາກາດ ຂອງຣັດເຊຍ ຕໍ່ອາຄານທີ່ພັກອາໄສ ໃນຢູເຄຣນ ໄດ້ເພີ້ມຂຶ້ນເປັນ 40 ຄົນ

ນັກຊ່ຽວຊານດ້ານພາວະສຸກເສີນ ຍ່າງພາຍໃນຊາກຫັກພັງ ຢູ່ສະຖານທີ່ເກີດເຫດ ອາຄານທີ່ຢູ່ອາໄສ ໄດ້ຮັບຄວາມເສຍຫາຍຢ່າງໜັກ ໃນການຖືກຍິງຖະລົ່ມດ້ວຍລູກປືນໃຫຍ່ ເມື່ອມໍ່ໆມານີ້ ໃນລະຫວ່າງບັນຫາຂັດແຍ້ງຂອງຣັດເຊຍ ກັບຢູເຄຣນ ໃນຂົງເຂດໂດເນສ ຂອງຢູເຄຣນ ທີ່ຄວບຄຸມໂດຍຣັດເຊຍ, ວັນທີ 16 ມັງກອນ 2023.

ເຈົ້າໜ້າທີ່ຢູເຄຣນ ໄດ້ກ່າວໃນວັນຈັນວານນີ້ ວ່າ ຈຳນວນຜູ້ເສຍຊີວິດ ຈາກການໂຈມຕີທາງອາກາດດ້ວຍລູກສອນໄຟຂອງຣັດເຊຍ ຕໍ່ອາຄານບ້ານພັກໃນເມືອງນິບໂປຣ ໄດ້ເພີ້ມສູງຂຶ້ນເຖິງຢ່າງໜ້ອຍ 40 ຄົນ ໂດຍທີ່ພວກໜ່ວຍກູ້ໄພ ຍັງຊອກຫາພວກທີ່ອາດລອດຊີວິດມາ​ໄດ້ ຢູ່ໃນຊາກຫັກພັງ.

ຜູ້ປົກຄອງຂົງເຂດນິບໂປຣເປໂທຣສ (Dnipropetrovsk) ທ່ານວາເລນທີນ ເຣສນິເຊັງໂກ ໄດ້ກ່າວໃນສື່ສັງຄົມວ່າ ການໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ 75 ຄົນບາດເຈັບ ແລະວ່າ ຊະຕາກຳຂອງອີກ 30 ຄົນແມ່ນບໍ່ຮູ້ຈັກເລີຍ. ສາມສິບເກົ້າຄົນໄດ້ຖືກຊ່ອຍຊີວິດ.

ພວກພະນັກງານກູ້ໄພ ໄດ້ໃຊ້ຊ້ວນແລະລົດຍົກ ເພື່ອເຄື່ອນຍ້າຍຊິ້ນສ່ວນຂອງອາຄານໃນວັນຈັນວານນີ້ ໂດຍເຮັດວຽກຢ່າງຕໍ່ເນື່ອງໃນຄວາມຫວັງວ່າ ຈະຊອກເຫັນພວກທີ່ລອດຊີວິດ ແລະພວກຜູ້ເຄາະຮ້າຍທັງຫຼາຍ.

ພະນັກງານກູ້ໄພສຸກເສີນກຳລັງປະຕິບັດງານ ຢູ່ສະຖານທີ່ບ່ອນທີ່ອາຄານທີ່ຢູ່ອາໄສ ຫຼື ອາພາດເມັ້ນ ບໍລິເວນນຶ່ງ ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈາກການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ທ່າມກາງການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ ໃນເມືອງນິບໂປຣ ຂອງຢູເຄຣນ, ວັນທີ 15 ມັງກອນ 2023ໍ.

ການໂຈມຕີດ້ວຍລູກສອນໄຟ ເກີດຂຶ້ນໃນວັນເສົາຜ່ານມານີ້ ໂດຍທີ່ກອງບັນຊາການທາງອາກາດຂອງຢູເຄຣນ ໄດ້ກ່າວວ່າ ເປັນລູກສອນໄຟ Kh-22 ທີ່ໄດ້ຖືກຍິງອອກມາຈາກຂົງເຂດ ເຄີຣສ ຂອງຣັດເຊຍ. ເຈົ້າໜ້າທີ່ທະຫານ ໄດ້ກ່າວວ່າ ກອງກຳລັງຂອງຢູເຄຣນ ໄດ້ຍິງລູກສອນໄຟຂອງຣັດເຊຍທີ່ຍິງເຂົ້າມາໃນມື້ນັ້ນ ຕົກ 22 ລູກ ໃນຈຳນວນທັງໝົດ 33 ລູກ ແຕ່ວ່າ ຢູເຄຣນ ກໍບໍ່ມີລະບົບທີ່ສາມາດສະກັດກັ້ນ ລູກສອນໄຟ Kh-22.

ທ່ານໂຈເຊັບ ໂບແຣລ ຫົວໜ້າດ້ານນະໂຍບາຍການ​ຕ່າງ​ປະ​ເທດ ຂອງສະຫະ ພາບຢູໂຣບໄດ້ຮ້ອງການໂຈມຕີທາງອາກາດແລະອື່ນໆທີ່ຄ້າຍຄືກັນຕໍ່ເປົ້າໝາຍ ທີ່ເປັນພົນລະເຮືອນນັ້ນ “ການຮຸກຮານທີ່ໄຮ້ມະນຸດສະທຳ.”

ທ່ານໄດ້ກ່າວໃນທວີດເຕີ ໃນວັນອາທິດວ່າ “ຈະບໍ່ມີການຍົກເວັນໂທດສຳລັບອາຊະຍາກຳເຫຼົ່ານັ້ນ.” ກອງກຳລັງຂອງຣັດເຊຍ ໄດ້ແນເປົ້າໝາຍໃສ່ພົນລະເຮືອນຊ້ຳແລ້ວຊ້ຳອີກ ນັບຕັ້ງແຕ່ໄດ້ບຸກລຸກຢູເຄຣນ ໃນເດືອນກຸມພາ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ຍັງໄດ້ປະນາມການໂຈມຕີນັ້ນ ໂດຍກ່າວວ່າ ມັນແມ່ນ “ແບບຢ່າງອີກອັນນຶ່ງຂອງການລະເມີດຕໍ່ກົດໝາຍຂອງສົງຄາມທີ່ໜ້າສົງໄສ” ອີງຕາມໂຄສົກຂອງສະຫະປະຊາຊາດ ທ່ານນາງສະແຕັບຟານນີ ເທຣມເລບ (Stephanie Tremblay).

ລັດຖະມົນຕີການຕ່າງປະເທດຂອງເຢຍຣະມັນ ທ່ານນາງ ແອນນາລີນາ ແບຣບອກຄ໌ ໄດ້ຮຽກຮ້ອງໃຫ້ຕັ້ງ ສານອາຍາສາກົນພິເສດ ເພື່ອດຳເນີນຄະດີພວກຜູ້ນຳຂອງຣັດເຊຍ ໃນຂໍ້ຫາການກໍ່ອາຊະຍາກຳສົງຄາມ.

ເຈົ້າໜ້າທີ່ຣັດເຊຍ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກ ຕໍ່ການແນເປົ້າໝາຍໃສ່ພົນລະເຮືອນໃນຢູເຄຣນ ພ້ອມກັນນັ້ນ ອີກເທື່ອນຶ່ງ ໃນວັນຈັນວານນີ້ ຂະນະທີ່ ໂຄສົກຂອງວັງເຄຣມລິນ ທ່ານເດີມິທຣີ ເປສຄອບ ໄດ້ກ່າວວ່າ ກອງກຳລັງຂອງຣັດເຊຍ “ບໍ່ໄດ້ໂຈມຕີທາງອາກາດ ໃສ່ອາຄານທີ່ຢູ່ອາໄສ ຫຼື ພື້ນຖານໂຄງລາງສາທາລະນຸປະໂພກ. ພວກເຂົາໂຈມຕີເປົ້າໝາຍທະຫານ.” ທ່ານເປສຄອບ ໄດ້ກ່າວວ່າ ສິ່ງທີ່ໄດ້ເກີດຂຶ້ນໃນນິບໂປຣ ແມ່ນເປັນຍ້ອນລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG