ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງ​ໜ້ອຍ 35 ຄົນ​ເສຍ​ຊີ​ວິດ ຫຼັງ​ຈາກ​ລູກ​ສອນ​ໄຟ ຣັດ​ເຊຍ ຍິງ​ຖືກ​ຕຶກ​ທີ່​ພັກ​ອາ​ໄສ​ຂອງ ຢູ​ເຄ​ຣນ


ເຈົ້າ​ໜ້າ​ທີ່​ສຸກ​ເສີນ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່​ຕຶກ​ອາ​ພາດ​ເມັ້ນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຍ້ອນ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ເມືອງ ນິບ​ໂປ​ຣ, ຢູ​ເຄ​ຣນ,15 ມັງ​ກອນ 2023.
ເຈົ້າ​ໜ້າ​ທີ່​ສຸກ​ເສີນ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່​ຕຶກ​ອາ​ພາດ​ເມັ້ນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຍ້ອນ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ, ເມືອງ ນິບ​ໂປ​ຣ, ຢູ​ເຄ​ຣນ,15 ມັງ​ກອນ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ຈັ​ນມື້ນີ້​ວ່າ ຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໃສ່​ຕຶກ​ອາ​ພາດ​ເມັ້ນ​ໃນ​ເມືອງ ນິບ​ໂປ​ຣ ໄດ້​ເພີ່ມ​ຂຶ້ນ​ເປັນ 35 ຄົນ, ດ້ວຍ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ຍັງ​ຄົ້ນ​ຫາ​ຜູ້​ລອດ​ຊີ​ວິດ​ໃນ​ຊາກ​ຫັກ​ພັງ.

ຜູ້​ປົກ​ຄອງ​ພ​າກ​ພື້ນ ນິບ​ໂປ​ຣ​ເປ​ຕ​ຣອບ​ສ໌ ທ່ານ ວາ​ເລັນ​ຕິນ ເຣ​ສ​ນິ​ເຊັນ​ໂກ ໄດ້​ກ່າວ​ໃນ​ສື່​ສັງ​ຄົມ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ 75 ຄົນ​ບາດ​ເຈັບ ແລະ ຊະ​ຕາ​ກຳ​ຂອງອີກ 35 ຄົນ​ແມ່ນບໍ່​ເປັນ​ທີ່ຮູ້​ຈັກ.

ກາ​ນ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ດ້ວຍ​ສິ່ງ​ທີ່ກອງ​ບັນ​ຊາ​ການ​ທະ​ຫານ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ເປັນ​ລູກ​ສອນ​ໄຟ Kh-22 ທີ່​ຍິງ​ມາ​ຈາກ​ພາກ​ພື້ນ ເຄີ​ສ໌ ຂອງ ຣັດ​ເຊຍ. ບັນ​ດາ​ເຈົ້າ​ໜ້າ​ທີ່ກອງ​ທັບ​ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ຍິງ​ລູ​ກ​ສອນ​ໄຟ​ຕົກ 21 ລູກ ຈາກ 33 ລູກ ທີ່ ຣັດ​ເຊຍ ໄດ້​ຍິງ​ໃນ​ວັນ​ນັ້ນ, ແຕ່ ຢູ​ເຄ​ຣນ ບໍ່​ໄດ້​ມີ​ລະ​ບົບ​ທີ່​ສາ​ມາດ​ສະ​ກັດ​ກັ້ນ​ລູກ​ສອນ​ໄຟ Kh-22.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ອ້າງ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທົ່ວ ຢູ​ເຄ​ຣນ ແຕ່ບໍ່​ໄດ້​ກ່າວ​ເຖິງ​ການ​ໂຈມ​ຕີ​ໃສ່​ຕຶກ​ທີ່​ພັກ​ອາ​ໄສ​ໃນ​ເມືອງ ນິບ​ໂປ​ຣ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ເມື່ອ​ວັນ​ອາ​ທິດ​ວານນີ້​ວ່າ ທ່ານ​ຮູ້​ສຶກ​ຂອບ​ໃຈ​ສຳ​ລັບ​ຄຳ​ເວົ້າ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ທົ່ວ​ໂລກຫຼັງ​ຈາ​ກ​ການ​ໂຈມ​ຕີ​ດັ່ງ​ກ່າວ, ໂດຍ​ເວົ້າ​ຕື່ມ​ວ່າ​ມັນ “ສຳ​ຄັນຫຼາຍ​ທີ່​ປະ​ຊາ​ຊົນ​ປົກ​ກະ​ຕິ​ສາ​ມັກ​ຄີ​ກັນ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ກໍ່​ການ​ຮ້າຍ.”

ທ່ານ​ໄດ້​ຖິ້​ມ​ໂທດ​ໃສ່​ຄົນ​ທີ່​ຢູ່​ໃນ ຣັດ​ເຊຍ “ຜູ້​ທີ່​ມາ​ຮອດ​ປັດ​ຈຸ​ບັນ​ນີ້ບໍ່​ສາ​ມາດ​ທີ່​ຈະ​ເວົ້າ​ຈັກ​ສອງ​ສາມ​ຄຳ​ເພື່ອ​ກ່າວ​ປະ​ນາມ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ພວກ​ທີ່​ຊົ່ວ​ຮ້າຍ​ແມ່ນ​ອ່ອ​ນ​ໄຫວຫຼາຍ​ຕໍ່​ຄວາມ​ຂີ້​ຂາດ​ຕາ​ຂາວ. ພວກ​ທີ່​ຊົ່ວ​ຮ້າຍ​ມັກ​ຈະ​ຈື່​ຜູ້​ທີ່​ຢ້ານ​ມັນ ຫຼື ພະ​ຍາ​ຍາມ​ທີ່​ຈະ​ທຳ​ການ​ຕໍ່​ລອງ​ກັບ​ມັນ. ແລະ ເວ​ລາ​ມັນ​ໄລ່​ຕາມ​ເຈົ້າ, ມັນ​ຈະ​ບໍ່​ມີ​ຄົນ​ຜູ້​ໃດ​ເພື່ອ​ປົກ​ປ້ອງ​ເຈົ້າ.”

ປະ​ເທດ ເບ​ລາ​ຣຸ​ສ, ເຊິ່ງ​ແມ່ນ​ເພື່ອນ​ບ້ານ​ທາງ​ພາກ​ເໜືອ​ຂອງ ຢູ​ເຄ​ຣນ ນັ້ນ, ໄດ້​ເລີ່ມ​ການ​ຮ່ວມ​ຊ້ອມ​ລົບ​ກັບ ຣັດ​ເຊຍ ໃນ​ວັນ​ຈັນ​ມື້ນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG