ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

33 ຄົນ ເສຍຊີວິດ ໃນການໂຈມຕີດ້ວຍມີດ ຢູ່ສະຖານີລົດໄຟ ໃນຈີນ ( ວີດີໂອ)


China Stabbing
please wait
Embed

No media source currently available

0:00 0:00:30 0:00

ບ່ອນເກີດເຫດເອົາມີດ ໄລ່ແທງຄົນ ຢູ່ເມືອງຄຸນໝິງ, ຄືນວັນທີ 1 ມີນາ 2014.

ຢ່າງ​ໜ້ອຍ 33 ຄົນ​ ທີ່​ຮວມທັງ​ພວກ​ເຄາະ​ຮ້າຍ 29 ຄົນ ​
ແລະ​ພວກ​ທຳ​ການ​ໂຈມ​ຕີ 4 ຄົນ ເສຍ​ຊີວິດ ​ແລະອີກ 1​30
ກວ່າຄົນໄດ້​ຮັບ​ບາດ​ເຈັບ ຫຼັງ​ຈາກເກີດ​ເຫດ​ການ​ໂຈມ​ຕີ​
ປະຊາຊົນ ດ້ວຍ​ການ​ເອົາມີດໄລ່ແທງ​ ​ຢູ່ໃນ​ຈີນ.

​ຊາຍ​ຄົນ​ຮ້າຍໃສ່​ເຄື່ອງນຸ່ງ​ຊຸດ​ສີດຳ ຈຳນວນ​ 10 ຄົນ ​ທີ່​ບໍ່​
ຈັກ​ວ່າ​ແມ່ນ​ພວກ​ໃດ ​ໄດ້​ເປີດ​ສາກທຳການໂຈມ​ຕີດັ່ງກ່າວ
ຢູ່​ສະຖານີ​ລົດ​ໄຟແຫ່ງນຶ່ງ​ໃນ​ເມືອງ​ຄຸນ​ໝິງ ​ທາງ​ພາກ​ໃຕ້​
ຂອງ​ຈີນ ​ໃນຄ ໍ່ າ ຄືນວັນເສົາວານນີ້.

ຕຳຫຼວດ​ກ່າວ​ວ່າ ເຂົາ​ເຈົ້າ​ຍິງ​ພວກ​ໂຈມ​ຕີ ​ຕາຍ 4 ຄົນ ​ແລະ​
ຈັບ​ໄດ້​ຄົນ​ນຶ່ງ. ​ແລະ​ເວລາ​ນີ້​ ກໍ​ກຳລັງຊອກ​ຫາ​ພວກ​ທຳ​ການ​ໂຈມ​ຕີ​ຄົນ​ອື່ນໆ​ຢູ່. ​ຮູບພາບ​
ຈາກ​ບ່ອນ​ເກີດ​ເຫດ ສະ​ແດງ​ໃຫ້ເຫັນ​ສົບ​ທີ່​ອາບ​ເລືອດ ຢາຍ​ເຕັມ​ຢູ່​ໃນ​ພື້ນ​ທີ່.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ​ຄົນ​ຮ້າຍພາກັນ​ແລ່ນ​ເຂົ້າ​ໄປ​ໃນ​ສະຖານີ​ລົດ​ໄຟ ​ແລ້ວກໍ​
ເລີ້​ມເອົາ​ມີດ ໄລ່​ແທງ​ຜູ້​ຄົນ​ໂລດ.

ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີ​ນີ້​ເທື່ອ ​ແລະ​ຍັງ​ບໍ່​ຮູ້ຈັກ​ສາ​ເຫດ​
ເຊັ່ນ​ກັນ.

​ຜ່ານ​ມາ ຈີນ​ໄດ້ຖິ້ມ​ໂທດ​ການ​ໂຈມ​ຕີ​ດັ່ງກ່າວ ໃສ່​ພວກ​ທີ່​ຕົນ​ເອີ້ນ​ວ່າ ພວກຢາກ​ແບ່ງ​ແຍກ​ດິນ​ແດນ​ຊາວມຸສລິ​ມຫົວ​ຮຸນ​ແຮງ​ຈັດ​ ຈາກ​ແຂວງ​ຊິນ​ຈຽງ​ ທີ່ຢູ່​ທາງ​ພາກ​ຕາ​ເວັນ​ຕົກສຸດ​ຂອງ​ຈີນ​ນັ້ນ.
XS
SM
MD
LG