ບັນດາເຈົ້າໜ້າທີ່ໃນເຂດພາກຕາເວັນຕົກສຽງເໜືອຂອງປາກີສຖານ ເວົ້າວ່າ ລະເບີດລູກນຶ່ງທີ່ໄດ້ແຕກຂຶ້ນ ໄດ້ສັງຫານຢ່າງໜ້ອຍ 33 ຄົນ ແລະ ບາດເຈັບອີກ 70 ຄົນ ໃນເຂດໃຈ ກາງເມືອງ Peshawar.
ຕໍາຫຼວດເວົ້າວ່າ ລະເບີດ ທີ່ບັງຄັບຈາກໄລຍະໄກ ໄດ້ຫ້າງໄວໃນລົດຄັນນຶ່ງ ທີ່ຈອດຢູ່ຄຸ້ມຕະຫຼາດເກົ່າໆຂອງເມືອງດັ່ງກ່າວ.
ເວລານີ້ຍັງບໍ່ມີຝ່າຍໃດອ້າງເອົາຄວາມຮັບຜິດຊອບໃນເຫດລະເບີດນີ້ເທື່ອ.
ເຈົ້າໜ້າທີ່ເວົ້າວ່າ ລົດລະເບີດດັ່ງກ່າວໄດ້ແຕກຂຶ້ນເມື່ອວັນອາທິດມື້ນີ້ ຢູ່ໃກ້ປ້ອມຕໍາຫຼວດແຫ່ງນຶ່ງ ທີ່ບໍ່ໄກຈາກວັດຄຣີສຕຽນປານໃດ ຊຶ່ງເປັນວັດທີ່ໄດ້ຖືກໂຈມຕີໂດຍມືລະເບີດສະ ຫຼະຊີບສອງບັ້ນຕິດກັນເມື່ອນຶ່ງອາທິດຜ່ານມາ. ເຫດລະເບີດຄັ້ງນັ້ນ ໄດ້ສັງຫານ ຫຼາຍກວ່າ 80 ຄົນ ແລະບາດເຈັບອີກ 120 ຄົນ. ເຫດລະເບີດບັ້ນລ່າສຸດ ແມ່ນຮູ້ສຶກສະເທືອນໄປຈົນຮອດຂ້າງ ໃນວັດ ທີ່ສ້າງຄວາມຢ້ານກົວໃຫ້ແກ່ພວກໄປສວດມົນພາວະນານັ້ນ.