ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຜູ້ເສຍຊີວິດ ຢ່າງໜ້ອຍ 32 ຄົນ ຈາກເຫດການໄຟໄໝ້ຢູ່ທາງພາກໃຕ້ຂອງຫວຽດນາມ


ສະມາຊິກຄອບຄົວຂອງຜູ້ເຄາະຮ້າຍ ໃນເຫດການໄຟໄໝ້ຮ້ານຄາຣາໂອເກະ ອັນ ຜູ ກໍາລັງພາກັນລໍຖ້າຢູ່ດ້ານນອກໂຮງໝໍໃຫຍ່ ຖວນ ອັນ ທີ່ຕັ້ງຢູ່ໃນແຂວງບິນ ດວງ, ທາງທິດເໜືອຂອງນະຄອນໂຮຈິມິນ, ປະເທດຫວຽດນາມ, ວັນທີ 7 ກັນຍາ 2022.
ສະມາຊິກຄອບຄົວຂອງຜູ້ເຄາະຮ້າຍ ໃນເຫດການໄຟໄໝ້ຮ້ານຄາຣາໂອເກະ ອັນ ຜູ ກໍາລັງພາກັນລໍຖ້າຢູ່ດ້ານນອກໂຮງໝໍໃຫຍ່ ຖວນ ອັນ ທີ່ຕັ້ງຢູ່ໃນແຂວງບິນ ດວງ, ທາງທິດເໜືອຂອງນະຄອນໂຮຈິມິນ, ປະເທດຫວຽດນາມ, ວັນທີ 7 ກັນຍາ 2022.

ສື່ມວນຊົນຂອງລັດຖະບານລາຍງານວ່າ ຈໍານວນຜູ້ເສຍຊີວິດຈາກເຫດການໄຟ ໄໝ້ຮ້ານຄາຣາໂອເກະ ຢູ່ທາງພາກໃຕ້ຂອງຫວຽດນາມ ເພີ້ມຂຶ້ນເປັນ 32 ຄົນແລ້ວ, ແລະບາງພາກສ່ວນຂອງຕຶກອາຄານກໍຍັງບໍ່ສາມາດເຂົ້າເຖິງໄດ້ ເປັນເວ ລາຫຼາຍກວ່ານຶ່ງມື້ຜ່ານມາ.

ສື່ມວນຊົນຂອງລັດຖະບານເປີດເຜີຍວ່າ ເຫດການໄຟໄໝ້ ທີ່ໄດ້ເລີ້ມຕົ້ນຂຶ້ນໃນຕອນແລງວັນອັງຄານທີ່ຜ່ານມາ ໄດ້ເຮັດໃຫ້ຄົນງານ ແລະລູກຄ້າຕິດຄ້າງຢູ່ໃນອາຄານຫຼາຍຊັ້ນ ທີ່ເປັນແຫຼ່ງສັງສັນກັນ ຢູ່ເມືອງຖວນອັນ ໃນແຂວງບິນດວງ. ເຫດການໄຟໄໝ້ໄດ້ຖືກຄວບຄຸມຢ່າງໄວວາ ແຕ່ໄດ້ມີການຄ່ອຍໆເຜົາໄໝ້ຄືນອີກໃນມື້ຕໍ່ມາ.

ອົງການຂ່າວຂອງຫວຽດນາມລາຍງານວ່າ ມີຜູ້ເສຍຊີວິດ 32 ຄົນຈາກເຫດການໄຟໄໝ້ທີ່ຮຸນແຮງ ໃນຕອນແລງວັນພຸດວານນີ້, ເຊິ່ງມີຢ່າງໜ້ອຍຄາຣາໂອເກະຫ້ອງນຶ່ງ ແລະຫ້ອງເກັບເຄື່ອງຫ້ອງນຶ່ງທີ່ຍັງບໍ່ສາມາດເຂົ້າເຖິງໄດ້ ເນື່ອງຈາກອຸນຫະພູມຍັງຄົງຢູ່ໃນລະດັບສູງ.

ລາຍງານກ່າວວ່າ ມີບາງຄົນໄດ້ຮັບບາດເຈັບຈາກອາການຫາຍໃຈບໍ່ອອກ, ແລະບາງຄົນໄດ້ຮັບບາດເຈັບ ຈາກອາການແຂນຂາຫັກ ໃນເວລາທີ່ພວກເຂົາເຈົ້າພະ ຍາຍາມຫລົບໜີ ຈາກເຫດການໄຟໄໝ້ ໂດຍໂດດລົງມາຈາກຊັ້ນສູງ. ບັນດານັກດັບເພີງພາກັນໃຊ້ຂັ້ນໄດຈາກລົດດັບເພີງ ຂອງພວກເຂົາເຈົ້າ ເພື່ອຫາວິທີຊ່ວຍຊີວິດຜູ້ຄົນທັງຫຼາຍທີ່ຕົກຢູ່ໃນເຫດການ.

ປະທານປະເທດ ຫງຽນ ຊວນ ພຸກ (Nguyen Xuan Phuc) ສະແດງຄວາມເສົ້າເສຍໃຈຕໍ່ຄອບຄົວຂອງຜູ້ເຄາະຮ້າຍ, ແລະໄດ້ຮ້ອງຂໍໃຫ້ເຈົ້າໜ້າທີ່ລັດຖະ ບານໃຫ້ການຊ່ວຍເຫຼືອຄອບຄົວຂອງພວກເຂົາເຈົ້າ, ພ້ອມທັງໃຫ້ຄົ້ນຄວ້າຫາສາ ເຫດຂອງໄຟໄໝ້ທີ່ຮຸນແຮງດັ່ງກ່າວ. ການຄົ້ນພົບໃນເບື້ອງຕົ້ນແຈ້ງໃຫ້ຮູ້ວ່າ ສາ ເຫດຂອງໄຟໄໝ້ ເກີດຈາກໄຟຟ້າຊັອດ, ເຊິ່ງໄດ້ເລີ້ມຕົ້ນຂຶ້ນຢູ່ໃນຊັ້ນທີສອງ ຫຼືຊັ້ນທີສາມ ຂອງຕຶກອາຄານດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG