ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສະຫລອງບຸນຂອບຄຸນພະເຈົ້າ ນໍາເອົາໂຄວິດ ມາໃຫ້ຢ່າງໜ້ອຍ 3 ຄອບຄົວຄົນລາວ ໃນລັດໂຣດໄອແລນ


ລົດລຽນແຖວກັນເພື່ອເຂົ້າກວດຫາພະຍາດໂຄວິດ-19 ຢູ່ໃນສະຖານທີ່ບໍລິການກວດຫາໄວຣັສໂຄໂຣນາແບບຄົນນັ່ງຢູ່ໃນລົດ ໃນເມືອງໂພຣວີເດັນສ໌, ລັດໂຣດ ໄອແລນ
ລົດລຽນແຖວກັນເພື່ອເຂົ້າກວດຫາພະຍາດໂຄວິດ-19 ຢູ່ໃນສະຖານທີ່ບໍລິການກວດຫາໄວຣັສໂຄໂຣນາແບບຄົນນັ່ງຢູ່ໃນລົດ ໃນເມືອງໂພຣວີເດັນສ໌, ລັດໂຣດ ໄອແລນ

ການລະບາດຢ່າງໜັກຂອງພະຍາດໂຄວິດ-19 ແບບບໍ່ຢຸດບໍ່ຢ່ອນມາໄດ້ເກືອບປີນຶ່ງແລ້ວນັ້ນ ເຮັດໃຫ້ການໄປເຕົ້າໂຮມກັນສະຫລອງບຸນຂອບຄຸນພະເຈົ້ານອກຈາກຈະນໍາເອົາຄວາມຮູ້ສຶກມ່ວນຊືື່ນແລະອົບອຸ່ນບໍ່ຫລາຍກໍ່ໜ້ອຍມາສູ່ຄອບຄົວ ແລະຍາດຕິພີ່ນ້ອງ ທີ່ໄດ້ໄປຮ່ວມສັງສັນກັນນັ້ນແລ້ວ ມັນຍັງໄດ້ນໍາຄວາມເຈັບປ່ວຍທີ່ເກີດຈາກພະຍາດໂຄວິດ-19 ມາໃຫ້ຫລາຍຄອບຄົວໃນສະຫະລັດໃນເວລາຕໍ່ມາ. ຄອບຄົວຂອງທ່ານອາລຸນ, ນັກວິຊາການດ້ານຄອມພິວເຕີ, ໄວ 40 ປີ ຢູ່ເມືອງໂພຣວີເດັນສ໌, ລັດໂຣດໄອແລນ ພ້ອມກັບອີກສອງຄອບຄົວ ທີ່ໄປຮ່ວມສະຫລອງບຸນປະເພນີອັນນີ້ ຢູ່ເຮືອນຂອງທ່ານ ກໍລ້ວນແຕ່ຕິດພະຍາດນີ້ ເຊັ່ນກັນ ດັ່ງທ່ານທ່ານອາລຸນເລົ່າສູ່ຟັງວ່າ:

ຫລັງຈາກງານບຸນແລ້ວ ທ່ານມີອາການເຈັບຄໍແລະໄຂ້ສູງ ແລະໄປກວດກໍພົບວ່າ ມີໄວຣັສໂຄໂຣນາ. ພັນລະຍາ ແລະແມ່ເຖົ້າທີ່ເປັນພະຍາດຊໍາເຮື້ອຫລາຍ ຢ່າງທີ່ຍັງບໍ່ມີອາການຫລາຍນັ້ນ ໄປກວດກໍພົບວ່າ ຕິດພະຍາດນີ້ເຊັ່ນກັນ ຊຶ່ງທ່ານເລົ່າເຖິງອາການຂອງທ່ານແລະຄວາມເປັນຫ່ວງຕໍ່ສຸຂະພາບແມ່ເຖົ້າທ່ານ ສູ່ຟັງວ່າ:

ແຕ່ທ່ານກໍບອກວ່າ ທຸກຄົນໃນຄອບຄົວຂອງທ່ານແລະຄອບຄົວພີ່ນ້ອງ ແລະ ນ້ອງສາວຂອງທ່ານ ທີ່ເປັນພະຍາດນີ້ ແມ່ນມີອາການທີ່ແຕກຕ່າງກັນ ແລະ ທຸກຄົນ ລວມທັງແມ່ເຖົ້າ ທີ່ເປັນພະຍາດຊໍາເຮື້ອຢູ່ນັ້ນ ກັບບໍ່ມີໃຜທີ່ມີອາການ ໜັກຫລືມີອາການໄຂ້ສູງ ແລະແກ່ຍາວເປັນອາທິດກວ່າຄືກັນກັບທ່ານ. ທ່ານອາລຸນບອກວ່າ ຫລັງຈາກ 14​ ມື້ ຜ່ານໄປອາການຂອງທ່ານແມ່ນຫາຍດີ ແລະຜົນກວດກໍບໍ່ມີໄວຣັສນີ້ແລ້ວ. ແຕ່ກົງການຂ້າມພັນລະຍາຂອງທ່ານທີ່ ມີອາການແບບເບົາ ແລະຫາຍດີພາຍໃນວາລາພຽງ 3 ຫລື 4 ມື້ນັ້ນກັບ ສືບ ຕໍ່ມີຜົນກວດເປັນບວກ ເປັນເວລານານກວ່າທ່ານຫລາຍ. ສ່ວນແມ່ເຖົ້າຂອງທ່ານນັ້ນຫລັງຈາກເຊົາມີອາການແລ້ວກໍບໍ່ໄດ້ໄປກວດ ເພາະ ອີງຕາມຄໍາແນະນໍາເຈົ້າໜ້າ ທີ່ພະແນກສາທາລະນະສຸກຂອງລັດໂຣດໄອແລນ ທີ່ໂທລະສັບມາຫາທ່ານນັ້ນ ບອກວ່າຫລັງຈາກມີການຕິດເຊື້ອພະຍາດນີ້ ໄດ້ປະ ມານ 10 ວັນແລະບໍ່ມີອາການຫຍັງແລ້ວ ຄົນປ່ວຍຈະບໍ່ສາມາດນໍາເຊື້ອໄປຕິດ ໃສ່ຜູ້ອື່ນໄດ້ເຖິງພາຍໃນ 90 ວັນ ເຖິງແມ່ນຜົນກວດຈະຍັງເປັນບວກຢູ່ກໍຕາມ.

ນັບແຕ່ທ້າຍເດືອນພະຈິກຜ່ານມານີ້ລັດໂຣດໄອແລນມີຈໍານວນຜູ້ຕິດເຊື້ອພຸ້ງສູງ ຂຶ້ນຫລາຍເປັນອັນດັບທີ 9 ຂອງປະເທດ. ມາຮອດວັນທີ 4 ມັງກອນຜ່ານມາ ລັດດັ່ງກ່າວ ມີຈໍານວນຜູ້ເປັນພະຍາດນີ້ ເກືອບຮອດ 92,710 ຄົນ ໂດຍມີອັດ ຕາການຕິດເຊື້ອເພີ້ມຂຶ້ນ ສະເລ່ຍ 7.3 ເປີເຊັ ນໃນແຕ່ລະວັນ ແລະເສຍຊີວິດ 1,855 ຄົນຊຶ່ງເພີ້ມຂຶ້ນໃນອັດຕາສະເລ່ຍມື້ລະ 16 ຄົນ, ອີງຕາມເວັບໄຊຂອງພະແນກສາທາລະນະສຸກຂອງລັດດັ່ງກ່າວ. ໃນນັ້ນມີຄົນລາວສິບກວ່າຄົນທີ່ຕິດ ພະຍາດນີ້ ແລະຢ່າງໜ້ອຍສາມຄົນແລ້ວທີ່ເສຍຊີວິດໄປ, ອີງຕາມທ່ານນາງບຸນ ປັນ, ນັກທຸລະກິດຜູ້ນຶ່ງໃນລັດດັ່ງກ່າວ.

XS
SM
MD
LG