ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຢ່າງໜ້ອຍ 3 ຄົນເສຍຊີວິດ ໃນເຫດຍິງສັງຫານ ຢູ່ມະຫາວິທະຍາໄລ ລັດມິຊິແກນ ຂອງສະຫະລັດ


ຕຳຫຼວດສືບສວນສອບສວນ ສະຖານທີ່ເກີດເຫດຍິງສັງຫານ ຢູ່ທີ່ ຕຶກ Berkey Hall ໃນວິທະຍາເຂດຂອງມະຫາວິທະຍາໄລ ລັດມິຊິແກນ, ເມື່ອຕອນແລງ ວັນທ່ີ 13 ກຸມພາ 2023, ໃນເມືອງ ແລນຊິງຕາເວັນອອກ ຂອງລັດມິຊິແກນ.
ຕຳຫຼວດສືບສວນສອບສວນ ສະຖານທີ່ເກີດເຫດຍິງສັງຫານ ຢູ່ທີ່ ຕຶກ Berkey Hall ໃນວິທະຍາເຂດຂອງມະຫາວິທະຍາໄລ ລັດມິຊິແກນ, ເມື່ອຕອນແລງ ວັນທ່ີ 13 ກຸມພາ 2023, ໃນເມືອງ ແລນຊິງຕາເວັນອອກ ຂອງລັດມິຊິແກນ.

ມີເຫດການຍິງສັງຫານເກີດຂຶ້ນຫຼາຍຄັ້ງ ເມື່ອຕອນແລງວັນຈັນວານນີ້ ຢູ່ທີ່ມະຫາ ວິທະຍາໄລລັດມິຊິແກນ ທີ່ໄດ້ເຮັດໃຫ້ຢ່າງໜ້ອຍ 3 ຄົນເສຍຊີວິດ ແລະອີກ 5 ຄົນໄດ້ຮັບບາດເຈັບ.

ທ່ານຄຣິສ ໂຣສແມນ ຮັກສາການຮອງຫົວໜ້າກົມຕຳຫຼວດຂອງວິທະຍາເຂດ ໄດ້ກ່າວຕໍ່ບັນດານັກຂ່າວ ໃນຕອນເຊົ້າວັນອັງຄານມື້ນີ້ວ່າ ພວກທີ່ໄດ້ຮັບບາດ ເຈັບທັງໝົດ ໄດ້ຖືກສົ່ງໄປຮັກສາຢູ່ໂຮງໝໍ ທີ່ຢູ່ໃນອາການສາຫັດ.

ທ່ານໂຣສແມນ ໄດ້ກ່າວອີກວ່າ ຜູ້ຕ້ອງສົງໄສເປັນມືປືນ ແມ່ນຊາຍອາຍຸ 43 ປີ ຜູ້ທີ່ໃນເວລາຕໍ່ມາ ໄດ້ຖືກພົບເຫັນວ່າ ເສຍຊີວິດແລ້ວ ຢູ່ນອກບໍລິເວນວິທະຍາເຂດ ດ້ວຍບາດແຜຈາກການຍິງຕົວເອງ ແລະວ່າ ເມື່ອລາວ “ປະເຊີນໜ້າໂດຍເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ.”

ທ່ານໂຣສແມ່ນ ໄດ້ກ່າວຕໍ່ໄປວ່າ ຜູ້ຕ້ອງສົງໄສ ບໍ່ມີສ່ວນກ່ຽວຂ້ອງໃດໆເລີຍກັບມະຫາວິທະຍາໄລດັ່ງກ່າວ.

ທ່ານເວົ້າວ່າ “ພວກເຮົາບໍ່ຮູ້ເລີຍວ່າ ເປັນຫຍັງລາວ ມາທີ່ມະຫາວິທະຍາໄລເພື່ອ ເຮັດເຊັ່ນນີ້ ໃນຄ່ຳຄືນນີ້. ອັນນັ້ນ ເປັນພາກສ່ວນນຶ່ງຂອງການສືບສວນສອບສວນຂອງພວກເຮົາ ທີ່ກຳລັງດຳເນີນຢູ່ຕໍ່ໄປ.”

ການຍິງສັງຫານດັ່ງກ່າວ ໄດ້ເລີ້ມຂຶ້ນຢູ່ທີ່ຕຶກການສຶກສາແຫ່ງນຶ່ງ ແລະສືບຕໍ່ໄປໃນເວລາຕໍ່ມາ ດ້ວຍສຽງຍິງປືນຕື່ມອີກຫຼາຍລູກ ຢູ່ໃກ້ໆຕຶກບ່ອນທີ່ພວກນັກສຶກສາພາກັນປະຕິບັດກິດຈະກຳຕ່າງໆ ຈຶ່ງໄດ້ກະຕຸ້ນໃຫ້ບັນດາເຈົ້າໜ້າທີ່ ອອກຄຳສັ່ງໃຫ້ພວກຄົນທີ່ຢູ່ໃນວິທະຍາເຂດ ໄປຫລົບລີ້ຢູ່ພາຍໃນສະຖານທີ່ໄດ້ຖືກກຳນົດໄວ້.

“ມະຫາວິທະຍາໄລຂອງພວກເຮົາເສົ້າສະ​ຫລົດໃຈ” ນັ້ນແມ່ນຄຳເວົ້າຂອງທ່ານນາງເທີຣີຊາ ວູດດຣັບ (Teresa Woodruff) ຮັກສາການປະທານ ຂອງມະ ຫາວິທະຍາໄລ ທີ່ໄດ້ກ່າວຕໍ່ບັນດານັກຂ່າວ. ທ່ານນາງກ່າວອີກວ່າ “ພວກເຮົາທັງໝົດຈະໂສກເສົ້າເສຍໃຈ ແລະພວກເຮົາຈະປ່ຽນໄປຕາມການເວລາ. ພວກເຮົາບໍ່ສາມາດອະນຸຍາດໃຫ້ອັນນີ້ ເກີດຂຶ້ນໄດ້ອີກຕໍ່ໄປ.”

ມະຫາວິທະຍາໄລດັ່ງກ່າວ ໄດ້ຍົກເລີກກິດຈະກຳທັງໝົດຢູ່ໃນວິທະຍາເຂດ ເປັນເວລາ 48 ຊົ່ວໂມງ.

ມະ​ຫາ​ວິ​ທະ​ຍາ​ໄລລັດມິຊິແກນ ມີນັກສຶກສາປະມານ 50,000 ຄົນຢູ່ໃນວິທະຍາເຂດຂອງຕົນ ເຊິ່ງ ຢູ່ໃນເມືອງແລນຊິງ ຕາເວັນອອກ ຕັ້ງຢູ່ຫ່າງຈາກນະຄອນດີທຣອຍ ໄປທາງກ້ຳຕາເວັນຕົກສຽງເໜືອ 145 ກິໂລແມັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG