ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

25 ຄົນ ເສຍ​ຊີ​ວິດ ຍ້ອນໄຕ້ຝຸ່ນ Usagi ພັດ​ຖະ​ຫຼົ່ມ ພາກ​ໃຕ້ຈີນ (ວິ​ດີ​ໂອ/ສະໄລດ໌)


ສື່​ມວນ​ຊົນ​ລັດ​ຂອງ​ຈີນ​ເວົ້າ​ວ່າ ມີ​ຜູ້​ເສຍ​ຊີວິດ 25 ຄົນ ​ໂດຍ​ລົມ​ໄຕ້​ຝຸ່ນ Usagi ທີ່​ໄດ້​ປະ​ທະ​ແຂວງ​ Guangdong ທາງ​ພາກ​ໃຕ້​ຂອງ​ຈີນ ​ເມື່ອ ຕອນ​ບ່າຍ​ວັນ​ທິດ​ວານນີ້.

ພາຍຸ​ໄດ້​ພັດ​ເຂົ້າຝັ່ງ ​ໂດຍ​ຄວາມ​ແຮງ 165 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຫຼັງ ຈາກ​ພັດ​ຜ່ານ​ຮ່ອງ​ກົງ ທີ່​ໄດ້​ທໍາລາຍ​ສ້າງ​ຄວາມ​ເສຍ​ຫາຍ​ແກ່ການ ບໍລິການ​ຂົນ​ສົ່ງ​ຢູ່​ທົ່ວ​ຂົງ​ເຂດ ຕະຫຼອດ ວັນ. ຄື​ຢູ່​ທີ່​ຮ່ອງ​ກົງ ກໍ​ໄດ້​ຍົກ​ເລີກ ຫຼາຍກວ່າ 300 ຖ້ຽວບິນ ທີ່​ອອກ ​ແລະ​ເຂົ້າມາ​ຮ່ອງ​ກົ​ງ ທີ່​ຍັງຜົນ​ໃຫ້​ຜູ້ ​ໂດຍສານຫຼາຍສິບ​ພັນ​ຄົນ​ຕ້ອງ​ຕົກ​ຄ້າງ​ຢູ່​ທີ່​ສະໜາມ​ບິນ.

ການ​ບໍລິການ​ຂົນ​ສົ່ງ​ດ້ານ​ເຮືອ​ຂ້າມ​ຟາກ ​ແລະ​ລົດ​ໄຟ​ຄວາມ​ໄວ​ສູງ ຢູ່​ທົ່ວຂົງ​ເຂດ​ກໍ​ປິດ​ລົງ​ເຊັ່ນ​ກັນ ​ແລະ​ເຮືອ​ຫາ​ປາຫຼາຍ​ພັນ​ລໍາ​ ກໍໄດ້​ມີ​ຄໍາ​ສັ່ງ​ໃຫ້ ນໍາ​ເຮືອ​ກັບ​ເຂົ້າສູ່​ຝັ່ງ.

ເບິ່ງວີດີໂອ:

At Least 25 Killed as Typhoon Usagi Strikes China
please wait

No media source currently available

0:00 0:00:57 0:00
ລິງໂດຍກົງ
XS
SM
MD
LG