ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 25 ຄົນ ເສຍຊີວິດ ຫຼັງຈາກເຮືອຂ້າມຟາກຫຼົ້ມ ໃນບັງກລາແດັສ


ເຮືອຂ້າມຟາກສອງຊັ້ນ ບັນທຸກຜູ້ໂດຍສານຫຼາຍກວ່າ 50 ຄົນ ທີ່ ຖືກກໍາປັ່ນຂົນສົ່ງຕຳ ໃກ້ກັບນະຄອນຫຼວງດາກາ ປະເທດຍັງກລາແດັສ ເມື່ອວັນອາທີດ ວັນທີ 5 ເມສາ 2021
ເຮືອຂ້າມຟາກສອງຊັ້ນ ບັນທຸກຜູ້ໂດຍສານຫຼາຍກວ່າ 50 ຄົນ ທີ່ ຖືກກໍາປັ່ນຂົນສົ່ງຕຳ ໃກ້ກັບນະຄອນຫຼວງດາກາ ປະເທດຍັງກລາແດັສ ເມື່ອວັນອາທີດ ວັນທີ 5 ເມສາ 2021

ພວກພະນັກງານຮັບມືກັບເຫດການສຸກເສີນ ໄດ້ກູ້ເອົາຊາກສົບຢ່າງໜ້ອຍ 25 ຄົນ ໃນວັນຈັນວານນີ້ ຫຼັງຈາກເຮືອໂດຍສານຂ້າມຟາກຫຼົ້ມ ໃນບັງກລາແດັສ.

ທ່ານມັສແຕງ ບິລລາ ຜູ້ປົກຄອງເຂດນາຣາຢານການ ກ່າວວ່າ “ສ່ວນໃຫ່ຍ ຂອງຊາກສົບ
ໄດ້ພົບເຫັນຢູ່ໃນເຮືອທີ່ຫຼົ້ມ ຫຼັງຈາກໄດ້ແກ່ເຂົ້າມາຕະຝັ່ງ.”

ເຮືອຂ້າມຟາກສອງຊັ້ນ ບັນທຸກຜູ້ໂດຍສານຫຼາຍກວ່າ 50 ຄົນ ໄດ້ຖືກກໍາປັ່ນຂົນສົ່ງຕຳ ແລະຫຼົ້ມລົງທັນທີຢູ່ແມ່ນໍ້າຊີຕາລັກຊີຢາ ໃກ້ກັບນະຄອນຫຼວງດາກາ.

ເຮືອເຕັມໄປດ້ວຍຄົນຟ້າວອອກເດີນທາງຈາກເມືອງດັ່ງກ່າວ ຫຼັງຈາກໄດ້ມີການປະກາດວ່າ
ຈະເລີ້ມປິເມືອງ ເປັນເວລາດົນເຖິງນຶ່ງອາທິດ ໃນວັນຈັນວານນີ້ ເພື່ອຮັບມືກັບການເພີ້ມຂຶ້ນ
ຂອງກໍລະນີໂຄວິດ-19 ຫວ່າງມໍ່ໆມານີ້. ໃນວັນອາທິດທີ່ຜ່ານມານີ້ ບັງກລາແດັສໄດ້ລາຍ
ງານການຕິດເຊື້ອໄວຣັສປະຈຳ ວັນທີ່ໂດດຂຶ້ນສູງເຖິງ 7,087 ຄົນ ຊຶ່ງພາໃຫ້ມີຜູ້ຕິດເຊື້ອ
ໄວຣັສໂຄໂຣນາ ທັງ ໝົດເປັນ 644,439 ຄົນ ພ້ອມການເສຍຊີວິດ9,318 ຄົນ ອີງຕາມ
ມະຫາວິ ທະຍາໄລຈອນສ໌ ຮັອຟກິນສ໌.

ຜູ້ຄົນແມ່ນກາງຕໍ່ເຮືອຂ້າມນໍ້າ ເປັນພາຫານະ ຢູ່ໃນບັງກລາແດັສ ຊຶ່ງເປັນປະ ເທດທີ່ເຕັມ
ໄປດ້ວຍແມ່ນໍ້າຫຼາຍຮ້ອຍສາຍ. ອຸປະຕິເຫດມັກເກີດຂຶ້ນ ຍ້ອນເຮືອ ບັນຈຸຄົນແອອັດເກີນ
ຂອບເຂດ ການຮັກສາເຮືອກໍບໍ່ດີ ແລະມາດຕະການຮັກສາຄວາມປອດໄພກໍບໍ່ມີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG