ຕຳຫລວດໃນອິນເດຍ ໄດ້ຈັບກຸມ ຢ່າງນ້ອຍ 22 ຄົນ ຫຼັງຈາກຝຸງ
ຄົນໂມໂຫຮ້າຍກຸ່ມໜຶ່ງ ໄດ້ບຸກເຂົ້າໄປໃນຄຸກ ແລ້ວທຸບຕີຜູ້ຕ້ອງ
ສົງໄສໃນຖານທຳການຂົ່ມຂືນສຳເລົາ ຄົນໜຶ່ງຈົນຕາຍ ຢູ່ລັດ
Nagaland ທາງພາກຕາເວັນອອກສຽງເໜືອຂອງປະເທດ.
ຄວາມເຄັ່ງຕຶງຍັງຢູ່ໃນລະດັບສູງ ໃນວັນອາທິດວານນີ້ ຫຼັງຈາກ
ຫຼາຍພັນຄົນ ໄດ້ບຸກເຂົ້າໄປໃນຄຸກແຫ່ງໜຶ່ງ ໃນເມືອງ Dimapur
ເພື່ອລາກເອົາຕົວຜູ້ຕ້ອງສົງໄສທຳການຂົ່ມຂືນອອກມາ ແລ້ວທຸບ
ຕີຜູ້ກ່ຽວຈົນຕາຍ ແລະ ມັດສົບຂອງຜູ້ກ່ຽວໃສ່ກັບຫໍນາລິກາ ເມື່ອ
ວັນພະຫັດຜ່ານມາ.
ຕຳຫລວດກ່າວວ່າ ພວກທີ່ຖືກຈັບກຸມ ໄດ້ຖືກຕັ້ງຂໍ້ຫາ ກໍ່ຄວາມວຸ້ນວາຍ. ບໍ່ມີຄວາມຈະແຈ້ງ
ວ່າ ພວກເຂົາເຈົ້າມີສ່ວນກ່ຽວຂ້ອງກັບການຕາຍຂອງທ້າວ Syed Farid Khan ໄວ 35 ປີ ຫຼືບໍ່ ຊຶ່ງຜູ້ກ່ຽວໄດ້ຖືກກ່າວຫາວ່າ ທຳການຂົ່ມຂືນ ຜູ້ຍິງເຜົ່າ Naga ໄວ 19 ປີ ຄົນໜຶ່ງ ຊ້ຳແລ້ວຊ້ຳອີກຫຼາຍຄັ້ງ.
ທ້າວ Khan ເປັນຊາວມຸສລິມທີ່ປາກເວົ້າພາສາ Bengali ແລະ ຄອບຄົວຂອງລາວ ໄດ້ກ່າວຫາຕຳຫລວດ ວ່າ ບົ່ງໂຕລາວຢ່າງຜິດພາດ ໃນການຂົ່ມຂືນດັ່ງກ່າວ ເພື່ອພະຍາຍາມທີ່ຈະຂັບໄລ່ຊາວມຸສລິມ ອອກໄປຈາກລັດ Nagaland.
ບັນດາຊົນເຜົ່າພື້ນເມືອງຂອງລັດ Nagaland ໄດ້ກ່າວຫາ ເປັນເວລາ ຫຼາຍໆປີມາແລ້ວ ພົນລະເມືອງຊາວມຸສລິມ ທີ່ເວົ້າພາສາ Bengali ທີ່ມີຈຳນວນເພີ້ມຂຶ້ນນັບມື້ ມາຈາກລັດໃກ້ຄຽງ Assam ແລະຈາກບັງກລາແດັສ ວ່າເຂົ້າໄປຕັ້ງ ຖິ່ນຖານໃນດິນແດນຂອງພວກເຂົາເຈົ້າ ຢ່າງຜິດກົດໝາຍ ແລະສວາຍໃຊ້ຊັບພະຍາກອນທຳມະຊາດຕ່າງໆ.
ການທຸບຕີຈົນເສຍຊີວິດດັ່ງກ່າວ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກລັດຖະບານອິນເດຍ ໄດ້ຫ້າມນຳສາຍ ສາລະຄະດີຮູບເງົາ ຂອງ BBC ກ່ຽວກັບການຂົ່ມຂືນນັກສຶກສາສາວ ຈົນເຖິງແກ່ຊີວິດ ເມື່ອເດືອນທັນວາ ປີ 2012 ໃນນະຄອນຫລວງ New Delhi ທີ່ໄດ້ສ້າງຄວາມຕື່ນຕົກໃຈ ຢູ່ພາຍໃນອິນເດຍ ແລະ ທົ່ວໂລກ.