ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົບພະຍົບ ຢ່າງນ້ອຍ 200 ຄົນ ເສຍຊີວິດ ໃນຂະນະພະຍາຍາມ ຈະຂ້າມ ທະເລເມດີເຕີເຣນຽນ


ສົບຂອງພວກອົບພະຍົບ ກອງກັນຢູ່ທ່າເຮືອເມືອງ Lampedusa, ອີຕາລີ. ວັນທີ 9 ກຸມພາ 2015.
ສົບຂອງພວກອົບພະຍົບ ກອງກັນຢູ່ທ່າເຮືອເມືອງ Lampedusa, ອີຕາລີ. ວັນທີ 9 ກຸມພາ 2015.

ອົງການ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ ກ່າວ​ ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ມີ​ຢ່າງ​ນ້ອຍ 200 ຄົນ​ເສຍ​ຊີວິດ ​ແລະອີກ 100 ຄົນ​ຫາຍ​ສາບ​ສູນ ຫລັງ​ຈາກ​ພະຍາຍາມ​ຈະ​ຂ້າມ​ທະ​ເລ Mediterranean ​ໃນ​ເຮືອ​ຢາງ ​ໄປ​ຍັງ​ຢູ​ໂຣບ.

​ເຮືອ​ຢາງ 4 ລຳ ທີ່ບັນທຸກ​ພວກ​ອົບ​ພະຍົບ​ເຫລົ່າ​ນີ້ ມາຈາກອາ​ຟຣິກາ ​ໄດ້​ອອກ​ຈາກ​ຝັ່ງ​ປະ​ເທດ​ລີ​ເບຍມາ ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ເພື່ອ​ພະຍາຍາມ​ຈະ​ໄປ​ຍັງ​ອີ​ຕາ​ລີ. ມາ​ຮອດ​ປັດຈຸບັນ​ ​ໄດ້​ພົບ​ເຫັນ​ແຕ່​ເຮືອ 3 ລຳ​ເທົ່າ​ນັ້ນ.

italyafricamigrants11february15
please wait

No media source currently available

0:00 0:00:42 0:00

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີ​ລາຍ​ງານ​ວ່າ 29 ຄົນ​ຈາກ​ເຮືອ​ລຳ​ໜຶ່ງ ​ເສຍ​ຊີວິດ​ໃນ​ວັນ​ອາທິດ​ຜ່ານ​ມາ ແລະ​ໜ່ວຍ​ຍາມ​ຝັ່ງ​ຂອງ​ອີ​ຕາ​ລີ​ໄດ້​ຊ່ວຍ​ຊີວິດ 110 ໄວ້​ໄດ້ ​ແລະ​ໄດ້​ໄປ​ຮອດ​ເກາະ Lampedusa​ແຕ່​ວ່າ​ ​ໃນ​ຈຳນວນ 116 ຄົນ​ຢູ່​ໃນ​ເຮືອ​ອີກ​ສອງ​ລຳ​ນັ້ນ ​ມີ​ແຕ່ 9 ຄົນ​ເທົ່າ​ນັ້ນ ທີ່​ລອດ​ຊີວິດ​ມາ​ໄດ້.

ຢູໂຣບຕົກຢູ່ໃຕ້ຄວາມກົດດັນ ໃຫ້ລາດຕະເວນຫລາຍຂຶ້ນ ໃນທະເລເມດີເຕີເຣນຽນ:

EU Pressured to Increase Patrols as Migrants Freeze to Death Crossing Mediterranean
please wait

No media source currently available

0:00 0:03:12 0:00

XS
SM
MD
LG