ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດ ສັງຫານຜູ້​ຄົນ​ຈຳ​ນວນ​ຫຼວງຫລາຍ ໃນ ເຂດ​ນາ​ກໍ​ໂນ-ກາ​ຣາ​ບາກ


ໜ່ວຍກູ້ໄພກຳລັງປະຕິບັດງານຫລັງຈາກເກີດລະບີດແຕກ ຢູ່ສາງນໍ້າມັນ ໃກ້ກັບເມືອງສະຕີປານາເກີດ ຖະໜົນຮາຍເວ ອັສເກີຣາ ໃນເບິກກາດຊໍ ນາກໍໂນ-ກາຣາບາກ ວັນທີ 25 ກັນຍາ 2023
ໜ່ວຍກູ້ໄພກຳລັງປະຕິບັດງານຫລັງຈາກເກີດລະບີດແຕກ ຢູ່ສາງນໍ້າມັນ ໃກ້ກັບເມືອງສະຕີປານາເກີດ ຖະໜົນຮາຍເວ ອັສເກີຣາ ໃນເບິກກາດຊໍ ນາກໍໂນ-ກາຣາບາກ ວັນທີ 25 ກັນຍາ 2023

ພວກເຈົ້າໜ້າທີ່ແບ່ງແຍກດິນແດນ ຢູ່ໃນເຂດ​ນາ​ກໍ​ໂນ-ກາ​ຣາ​ບາກ​ ກ່າວວ່າຢ່າງໜ້ອຍ 68 ຄົນເສຍຊີວິດ ຫລັງຈາກເກີດລະເບີດ​ຂະ​ໜາດ​ແຮງ​ໄດ້​ສັ່ນ​ສະ​ເທືອນ​ຢູ່ສາງນໍ້າມັນ ໃນຂະນະທີ່ຫລາຍພັນຄົນ ໄດ້ຫລົບໜີຈາກຂົງເຂດ ແລະມຸ້ງໜ້າສູ່ອາເມເນຍ.

ລະເບີດແຕກໄດ້ເກີດຂຶ້ນໃນຕອນແລງວັນຈັນໃນເຂດນະຄອນຫລວງ ທີ່ຮູ້ກັນໃນຊື່ ສະເຕີປານາເກີດ ໂດຍອາເມເນຍ ແລະຄານເຄັນດີ ໂດຍອາເຈີບາຍຈານ. ພວກເຈົ້າໜ້າທີ່ກ່າວວ່າ ຢ່າງໜ້ອຍ 290 ຄົນ ໄດ້ເຂົ້າໂຮງໝໍ.

ຫ້ອງການອົບພະຍົບສະຫະປະຊາຊາດ ໄດ້ກ່າວໃນວັນອັງຄານວ່າ ລັດຖະບານອາເມເນຍລາຍງານວ່າ 19,000 ຄົນ ໄດ້ຫລົບໜີໄປອາເມເນຍ ຈາກ​ເຂດນາ​ກໍ​ໂນ-ກາ​ຣາ​ບາກ​ ນັບແຕ່ ວັນທີ 23 ເດືອນກັນຍາ ​ເປັນ​ຕົ້ນ​ມາ ຫລັງຈາກອາເຈີບາຍຈານ ໄດ້ເລີ້ມປະຕິບັດງານ ເຂົ້າຄວບຄຸມເອົາຂົງເຂດ.

“ການຂັດແຍ້ງ ມາເປັນເວລາຫລາຍທົດສະວັດ ຊຶ່ງໄດ້ເກີດຂຶ້ນອີກ ໄດ້ເຮັດໃຫ້ຫລາຍພັນຄົນບໍ່ມີທີ່ຢູ່ອາໄສ” ທີ່ທ່ານຟິລິບໂປ ແກຣນດີ ຈາກຫ້ອງການ​ຂ້າ​ຫລວງ​ໃຫຍ່ອົພພະຍົບສະຫະປະຊາຊາດ ໄດ້ກ່າວຢູ່ໃນຖະແຫລງການອົງ​ການ UNHCR. “ທີມຂອງພວກເຮົາຢູ່ພາກພື້ນດິນ ພະຍາມໃຫ້ການຊ່ວຍເຫລືອທັນ ທີ. ພວກເຮົາຕ້ອງການໃຫ້ເປັນທີ່ແນ່ນອນວ່າ ພົນລະເຮືອນຖືກປ້ອງກັນ ແລະໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ ສາມາດເຂົ້າໄປເຖິງພວກທີ່ມີຄວາມຕ້ອງ ການ.”

ສະຫະລັດຍັງຈະສົ່ງການຊ່ວຍເຫລືອໄປຍັງເຂດນາ​ກໍ​ໂນ-ກາ​ຣາ​ບາກ ໃນຂະນະທີ່ທຳນຽບຂາວໄດ້ໃຫ້ຂໍ້ສັງເກດຢູ່ໃນຖະແຫລງການເຜີຍແຜ່ໃນວັນອັງຄານວານນີ້.

“ສະຫະລັດກຳລັງປະກາດການຊ່ວຍເຫລືອດ້ານມະນຸດສະທຳເພີ້ມເຕີມ ເພື່ອ​ແກ້​ໄຂການປິ່ນປົວສຸຂະພາບ ແລະຄວາມຕ້ອງການສຸກເສີນອື່ນໆ ຊ່ວຍບັນດາປະ ຊາຄົມທ້ອງຖິ່ນ ບໍລິການທີ່ຢູ່ອາໄສ ແລະເຄື່ອງ​ໃຊທີ່ສຳຄັນ ເຊັ່ນວ່າ ເຄື່ອງທຳຄວາມສະອາດຮ່າງກາຍ ຜ້າຫົ່ມ ແລະເຄື່ອງນຸ່ງ ເພື່ອແກ້​ໄຂຄວາມຕ້ອງການຂອງພວກທີ່ຖືກກະທົບໂດຍຄວາມຮຸນແຮງໃນເຂດນາ​ກໍ​ໂນ-ກາ​ຣາ​ບາກ” ທ່ານນາງເອດຣຽນ ວັດສັນ ໂຄສົກສະພາຄວາມ​ໝັ້ນ​ຄົງແຫ່ງຊາດ ໄດ້ກ່າວຢູ່ໃນຖະ ແຫລງການທຳນຽບຂາວ.

ຂົງເຂດນາ​ກໍ​ໂນ-ກາ​ຣາ​ບາກ ທັງໝົດຢູ່ພາຍໃນອາເຈີບາຍຈານ ແຕ່ວ່າໄດ້ຢູ່ພາຍໃຕ້ການຄວບຄຸມຊົນເຜົ່າອາເມເນຍ ນັັບແຕ່ປີ 1994 ຈົນ​ເທົ່າ​ບາງສ່ວນ
ຂອງ​ເຂດ​ດັ່ງ​ກ່າວ ໄດ້ຖືກ​ຢຶດເອົາຄືນໂດຍອາເຈີບາຍຈານ ລະຫວ່າງສົງຄາມໃນປີ 2020.

ອາເຈີບາຍຈານໄດ້ປະກາດໃຫ້ຄວາມເຄົາລົບ​ດ້ານສິດທິມະນຸດຂອງຊົນເຜົ່າອາເມເນຍຢູ່ໃນຂົງເຂດ ແຕ່ຄວາມ​ຢ້ານ​ກົວ​ທີ່​ຈະ​ມີການແກ້ແຄ້ນ ທີ່ໄດ້ຊຸກຍູ້ຫລາຍຄົນເຂົ້າແຖວລໍຖ້າລົດຢ່າງ​ຍືດຍາວ ເພື່ອ​ເດີນ​ທາງໄປຫາອາເມເນຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG