ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີຜູ້ເສຍຊີວິດ ເພີ້ມຂື້ນ ໃນການພັດຖະຫລົ່ມ ເກາະຟີຈິ ຂອງໄຊໂຄລນ Winston


ຮູບພາບທີ່ບໍ່ໄດ້ບອກວັນເວລາ ເຜີຍແຜ່ໂດຍ ລັດຖະບານຟີຈີ ສະແດງໃຫ້ເຫັນຕົ້ນໄມ້ໂຄ່ນ ຢູ່ຕາມຖະໜົນຫົນທາງ.
ຮູບພາບທີ່ບໍ່ໄດ້ບອກວັນເວລາ ເຜີຍແຜ່ໂດຍ ລັດຖະບານຟີຈີ ສະແດງໃຫ້ເຫັນຕົ້ນໄມ້ໂຄ່ນ ຢູ່ຕາມຖະໜົນຫົນທາງ.

ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນພາຍຸ​ Cyclone ຮ້າຍແຮງ ທີ່​ພັດ​ເຂົ້າ​
ຖະຫລົ່ມ​ປ​ະ​ເທດ​ເກາະດອນ Fiji ​ໃນ​ເຂດ​ມະຫາ​ສະມຸດປາຊິ​ຟິກ
ຕອນ​ໃຕ້ ​ໃນ​ມື້ວັນ​ເສົາ​ຜ່ານ​ມານີ້ ໄດ້​ເພີ້​ມຂື້ນ​ເຖິງ 29 ຄົນ ​ໃນ​
ຂະນະ​ທີ່​ພວກເຈົ້າ​ໜ້າ​ທີ່​ ຈັດ​ສົ່ງ​ການ​ຊ່ວຍ​ເຫລືອ ຢ່າງ​ຮີບ​ຮ້ອນ
​ໄປ​ໃຫ້​ບັນດາ​ຜູ້​ລອດ​ຊີວິດມາ​ໄດ້.

ພາບ​ຖ່າຍ​ທາງ​ອາກາດຂອງ​ເກາະ Fiji ຫລັງ​ຈາກການພັດ​ເຂົ້າ
​ຖະຫລົ່ມ ​ຂອງ​ພາຍຸ Cyclone Winston ສະ​ແດງໃຫ້​ເຫັນຮູບ​
ພາບ​ຄວາມ​ເສຍ​ຫາຍ​ທີ່​ຮ້າຍ​ແຮງ ຄື​ສະຖານ​ທີ່ແຫ່ງ​ໜຶ່ງທີ່​ເຕັ​ມ​
ໄປ​ດ້ວຍ​ເຮືອນ​ຊານ ຫຼັງຈາກ​ພາຍຸ​ພັດ​ຖະຫຼົ່ມ ​ແລ້ວ ​ໄດ້​ເຫັນ​ແຕ່
​ຊາກເພພັງ ນໍ້າ​ຖ້ວມຖະໜົນ​ຫົນທາງ ຕົ້ນ​ໄມ້​ໂຄ່ນ​ແລະ​ຊາກ​ຫັກ​
ພັງຢັ່ງຢາຍ​ກັນ​ຢູ່​ຢ່າງກະ​ຈັດກະ​ຈາ​ຍ. ພາຍຸ​ຍັງໄດ້​ເຮັດໃຫ້ເສົາ​ໄຟຟ້າຫັກ​ຢູ່ ທົ່ວ​ເກ​າະດອນ
ດັ່ງ​ກ່າວ​ ​ປ່ອຍ​ໃຫ້​ພວກ​ຊາວບ້ານ ໃນບ່ອນ​ໂດດດ່ຽວຂອງ​ເກາະ Fiji ຖືກຕັດຂາດ​ຈາກ​ທາງ​ດ້ານ​ໂທລະຄົມມະນາຄົມ.​

​ໂຄສົກ​ລັດຖະບານ ທ່ານ Ewan Perrin ກ່າວ​ວ່າ ​ເກາະ Koro ​ໄດ້​ຢູ່​ໃນ​ສະພາບທີ່​ໄດ້
​ຮັບ​ຄວາມ​ເສຍ​ຫາຍ “ຮາບເປັນ​ໜ້າ​ກອງ.”

ພາຍຸ​ທີ່​ມີ​ຄວາມ​ແຮ​ງປະ​ເພດ​ຫ້າ ​ໄດ້ພັດຂຶ້ນຝັ່ງ​ທີ່ Viti Levu ຂອງເກາະ​ໃຫຍ່ Fiji ​ໂດຍ
ນຳ​ເອົາ​ລົມ​ແຮງ​ເຖິງ 300 ກິ​ໂລ​ແມັດຕໍ່​ຊົວ​ໂມງມາ​ພ້ອມ ​ເຮັດ​ໃຫ້​ພາ ຍຸ​ດັ່ງກ່າວ ເປັນ​ພາຍຸ
Cyclone ​ໃຫຍ່​ສຸດ ​ເທົ່າທີ່ເຄີຍ​ບັນທຶກໄວ້ ຢູ່ໃນຊິກ​ໂລກໃຕ້.

Fiji Assesses Damage From Cyclone Winston
please wait

No media source currently available

0:00 0:01:31 0:00

ພວກ​ເຈົ້າ​ໜ໊າທີ່​ໄດ້​ຍົກ​ເລີກ ການ​ຫ້າມອອກ​ນອກເຮືອນ ​ໃນ​ວັນ​ຈັນ​ວານ​ນີ້ ​ແຕ່​ວ່າ ​ເກາະ
Fiji ຍັງສືບ​ຕໍ່​ຢູ່​ພາຍ​ໃຕ້​ ​ພາວະ​ສຸກ​ເສີນ​ຍ້ອນໄພ​ທຳ​ມະ​ຊາດ​ເປັນ​ເວ ລາ​ນຶ່ງ​ເດືອນ ​ແລະ
​ບັນດາ​ໂຮງຮຽນ​ຈະ​ປິດ​ຈົນ​ຮອດ​ວັນ​ຈັນ​ໜ້າ. ປະຊາຊົນ​ຫຼາ​ຍ ພັນ​ຄົນ ຍັງ​ພາກັນ​ອາ​ໄສ​ຢູ່
​ຕາມ​ສູນ​ຫລົບ​ໄພຕ່າງ​ໆ ທີ່​ໄດ້​ຈັດ​ຕັ້ງ​ຢູ່​ທົ່ວ 300 ໝູ່​ເກາະ.

ພາຍຸ Cyclone ​ໄດ້​ເປັນ​ຜົນ​ກະທົບຢ່າງ​ໜັກ ​ໃຫ້​ແ​ກ່ບ່ອນ​ທ່ອງ​ທ່ຽວທີ່​ຜູ້​ຄົນນິ ຍົມ ​ໃນ​
ເຂດ Viti Levu ​ຕາ​ເວັນ​ຕົກຕັ້ງ​ຢູ່​ໃກ້​ກັບ​ຈຸດໃຈກາງທີ່​ພາຍຸ Cyclone ພັດ​ຖະຫຼົ່ມ. ສາຍ​ການບິນ​ທ້ອງ​ຖິ່ນ ​ແລະ​ສາກົນ ທີ່​ໄດ້​ຍົກ​ເລີກ​ກ່ອນ​ໜ້າ​ພາຍຸ ​ໄປ​ເຖິງ​ນັ້ນ ໄດ້​ເລິ້ມໃຫ້​ບໍລິ
ການ​ຄືນ​ແລ້ວ ​ໂດຍ​ນຳ​ເອົາ​ບັນດາ​ນັກ​ທ່ອງ​ທ່ຽວ​ອອກໄປຈາກເກາະ​ດອນ​ທີ່ໄດ້​ຮັບ​ຄວາມ
​ເສຍ​ຫາຍ.

New Zealand ​ໄດ້​ສົ່ງ​ເຮືອບິນ​ທະຫານ ​ໄປ Fiji ​ເພື່ອ​ສັ່ງ​ຊາ​ເບິ່ງ​ຄວາ​ມ​ເສຍ​ຫາຍ ​ໃນ​ເຂດ
ປະຊາ​ຄົມ ທີ່​ຫ່າງ​ໄກ​ສອກຫລີກ ​ແລະ​ນຳເອົາ​ປັດ​ໄຈ​ບັນ​ເທົາ​ທຸກ​ຕ່າງໆ​ໄປ​ໃຫ້.

XS
SM
MD
LG