ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 20 ຄົນເສຍຊີວິດ ແລະອີກ 600 ຄົນບາດເຈັບ ໃນເຫດລະເບີດແຕກ ຢູ່ທີ່ກີນີ ເອກົວເຕີຣີລ


ຮູບນີ້ໄດ້ມາຈາກພາບວີດີໂອ ລາຍງານຂ່າວຂອງ TVGE ທີ່ສະແດງໃຫ້ເຫັນຄວັນດຳພຸ່ງຂຶ້ນ ເໜືອຈຸດລະເບີດແຕກ ຢູ່ທີ່ຄ້າຍທະຫານ ໃນເມືອງບາຕາ ຂອງປະເທດກີນີ ເອກົວເຕີຣີລ ໃນທະວີບອາຟຣິກາ, ວັນທີ 7 ມີນາ 2021.
ຮູບນີ້ໄດ້ມາຈາກພາບວີດີໂອ ລາຍງານຂ່າວຂອງ TVGE ທີ່ສະແດງໃຫ້ເຫັນຄວັນດຳພຸ່ງຂຶ້ນ ເໜືອຈຸດລະເບີດແຕກ ຢູ່ທີ່ຄ້າຍທະຫານ ໃນເມືອງບາຕາ ຂອງປະເທດກີນີ ເອກົວເຕີຣີລ ໃນທະວີບອາຟຣິກາ, ວັນທີ 7 ມີນາ 2021.

ອົງການຂ່າວເອພີລາຍງານວ່າ ເກີດເຫດລະເບີດແຕກຫຼາຍຄັ້ງຕິດຕໍ່ກັນ ຢູ່ທີ່ຄ້າຍທະຫານໃນປະເທດກີນີ ເອກົວເຕີຣີລ ທີ່ໄດ້ສັງຫານຢ່າງໜ້ອຍ 20 ຄົນ ແລະອີກຫຼາຍກວ່າ 600 ຄົນ ໄດ້ຮັບບາດເຈັບໃນວັນອາທິດວານນີ້ ອີງຕາມການຖະແຫຼງຂອງທາງການ.

ປະທານາທິບໍດີ ທີໂອດໍໂຣ ໂອບຽງ ເອັນກູມາ ໄດ້ກ່າວວ່າ ເຫດລະເບີດແຕກໃນເວລາບ່າຍ 4 ໂມງຕາມເວລາໃນທ້ອງຖິ່ນ ເປັນຜົນມາຈາກ “ການປະໝາດໃນການກຳກັບນຳວັດຖຸລະເບີດ” ໃນຄ້າຍທະຫານ ຢູ່ທີ່ຄຸ້ມມົງດົງ ເອັນຄວນໂຕມາ ຂອງເມືອງທ່າເຮືອບາຕາ.

ຖະແຫລງການຂອງປະທານາທິບໍດີ ຊຶ່ງເປັນພາສາສະເປນ ໄດ້ກ່າວວ່າ “ຜົນກະທົບຂອງແຮງລະເບີດໄດ້ເຮັດໃຫ້ເຮືອນຊານແລະຕຶກອາຄານທັງຫຼາຍເກືອບທັງໝົດຢູ່ໃນເມືອງບາຕາ ໄດ້ຮັບຄວາມເສຍຫາຍ.”

ກະຊວງປ້ອງກັນປະເທດ ໄດ້ເປີດເຜີຍຖະແຫລງການສະບັບນຶ່ງໃນຕອນແລງວັນອາທິດວານນີ້ໂດຍກ່າວວ່າ ໄຟໄໝ້ຢູ່ທີ່ສາງເກັບອາວຸດໃນຄ້າຍເປັນສາເຫດເຮັດໃຫ້ລູກລະເບີດຄວາມແຮງສູງແຕກ. ຖະແຫລງການໄດ້ກ່າວອີກວ່າ ຈຳ ນວນຄົນເສຍຊີວິດໃນເບື້ອງຕົ້ນ ແມ່ນ 20 ຄົນແລະ 600 ຄົນບາດເຈັບ ແລະໄດ້ກ່າວຕື່ມວ່າ ສາເຫດຂອງລະເບີດແຕກນັ້ນຈະໄດ້ຖືກສືບສວນສອບສວນຢ່າງລະອຽດ.

ປະທານາທິບໍດີຂອງປະເທດດັ່ງກ່າວ ໄດ້ກ່າວວ່າ ໄຟໄໝ້ນັ້ນອາດເກີດຈາກຊາວບ້ານພາກັນເຜົາທົ່ງຫຍ້າຢູ່ອ້ອມຮອບບໍລິເວນຄ້າຍທະຫານນັ້ນ ກໍເປັນໄດ້.

ລາຍງານໂທລະພາບຂອງທາງການ ໄດ້ສະແດງໃຫ້ເຫັນ ຄວັນຂະໜາດໃຫຍ່ ພຸ່ງຂຶ້ນຢູ່ເທິງຈຸດທີ່ລະເບີດແຕກໃນຂະນະທີ່ພວກຝຸງຄົນພາກັນຫລົບໜີ ໂດຍມີຫຼາຍໆຄົນຮ້ອງອອກມາວ່າ “ພວກເຮົາບໍ່ຮູ້ວ່າແມ່ນຫຍັງເກີດຂຶ້ນ ແຕ່ມັນໄດ້ຖືກທຳລາຍທັງໝົດເລີຍ.”

ພາບຖ່າຍຕ່າງໆ ຢູ່ໃນສື່ມວນຊົນຂອງທ້ອງຖິ່ນ ທີ່ອົງການຂ່າວເອພີໄດ້ເຫັນນັ້ນ ສະແດງໃຫ້ເຫັນພວກຄົນພາກັນຮ້ອງແລະຮ້ອງໄຫ້ ໃນຂະນະທີ່ພາກັນແລ່ນໄປຕາມຖະໜົນສາຍຕ່າງໆ ທ່າມກາງຊິ້ນສ່ວນຕ່າງໆແລະຄວັນຈາກລະເບີດ. ຫຼັງ ຄາເຮືອນຫຼາຍຫຼັງໄດ້ຖືກແຮງລະເບດຮື້ຖອນອອກແລະພວກຄົນບາດເຈັບໄດ້ຖືກນຳສົ່ງໄປໂຮງໝໍ.

ປະເທດກີນີ ເອກົວເຕີຣີລ ເປັນປະເທດນຶ່ງຂອງອາຟຣິກາ ທີມີປະຊາກອນ 1 ລ້ານ 3 ແສນຄົນ ຕັ້ງຢູ່ທາງພາກໃຕ້ຂອງກາເມຣູນ ຊຶ່ງເປັນເມືອງຂຶ້ນຂອງສະເປນ ຈົນກວ່າໄດ້ຮັບເອກະລາດໃນປີ 1968. ເມືອງທ່າບາຕາ ມີຄົນອາໄສຢູ່ປະມານ 175,000 ຄົນ.

ກ່ອນໜ້ານີ້ ກະຊວງສາທາລະນະສຸກ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີ ວ່າ 17 ຄົນໄດ້ເສຍຊີວິດ ແລະຖະແຫລງການຂອງປະທານາທິບໍດີ ໄດ້ກ່າວອ້າງວ່າ 15 ຄົນເສຍຊີວິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG