ຕຶກດັ່ງກ່າວ ທີ່ສູງຫຼາຍກວ່າ 12 ຊັ້ນ ກໍາລັງຢູ່ໃນຂັ້ນກໍ່ສ້າງບັ້ນສຸດທ້າຍ ເວລາຕຶກພັງລົງເມື່ອວັນສຸກຕອນເຊົ້າ ຢູ່ໃກ້ເດີນຫຼິ້ນແຫ່ງນຶ່ງ.
ໂຄສົກລັດຖະບານທ່ານນຶ່ງເວົ້າວ່າ ຢ່າງໜ້ອຍ 18 ຄົນ ຖືກຊ່ວຍຊີວິດອອກມາຈາກຊາກຫັກເພພັງ ແລະຂະນະນີ້ ກໍາລັງມີການສືບສວນສອບສວນ ຫາສາເຫດທີ່ເຮັດໃຫ້ຕຶກດັ່ງກ່າວພັງລົງມານັ້ນຢູ່.
ຕຶກພັງ ແມ່ນເປັນເລຶ່ອງທີ່ຂ້ອນຂ້າງປົກກະຕິຢູ່ໃນບາງປະເທດໃນຂົງເຂດອາຟຣິກາ ຊຶ່ງ
ສາເຫດສ່ວນໃຫຍ່ ແມ່ນຍ້ອນມາດຕະຖານການກໍ່ສ້າງຕໍ່າ.
(ເບິ່ງວີດີໂອ)