ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕົວເລກ ຜູ້ເສຍຊີວິດ ແລະ ບາດເຈັບ ເພີ່ມຂຶ້ນ ໃນເຫດແຜ່ນດິນໄຫວ ທີ່ເກາະໄຕ້ຫວັນ


ພະນັກງານກູ້ໄພ ເຂົ້າໄປໃນຕຶກທີ່ງ່ຽງລົງທາງຂ້າງ ຈາກເຫດແຜ່ນດິນໄຫວທີ່ໄດ້ເກີດຂຶ້ນໃນຕອນເຊົ້າດ້ວຍຄວາມແຮງ 6.4 ໃນເມືອງ ຮົ່ວລຽນ, ພາກຕາເວັນອອກຂອງເກາະ ໄຕ້ຫວັນ. 7 ກຸມພາ 2018.
ພະນັກງານກູ້ໄພ ເຂົ້າໄປໃນຕຶກທີ່ງ່ຽງລົງທາງຂ້າງ ຈາກເຫດແຜ່ນດິນໄຫວທີ່ໄດ້ເກີດຂຶ້ນໃນຕອນເຊົ້າດ້ວຍຄວາມແຮງ 6.4 ໃນເມືອງ ຮົ່ວລຽນ, ພາກຕາເວັນອອກຂອງເກາະ ໄຕ້ຫວັນ. 7 ກຸມພາ 2018.

ໜ່ວຍກູ້ໄພໃນ ໄຕ້ຫວັນ ໄດ້ພາກັນຂຸດຄົ້ນຢູ່ຕາມຊາກຫັກພັງຂອງຕຶກຫຼາຍຫຼັງ ທີ່ໄດ້
ຫັກພັງລົງມາ ໃນພາລະກິດການຄົ້ນຫາຜູ້ລອດຊີວິດມາໄດ້ ຈາກເຫດແຜ່ນດິນໄຫ
ວຮຸນແຮງທີ່ໄດ້ເກີດຂຶ້ນໃນວັນອັງຄານວານນີ້.

ມີຜູ້ເສຍຊີວິດແລ້ວ 4 ຄົນ ແລະຢ່າງໜ້ອຍ 225 ຄົນໄດ້ຮັບບາດເຈັບ ເມື່ອແຜ່ນດິນ
ໄຫວ ທີ່ມີຄວາມແຮງ 6.4 ໄດ້ເກີດຂຶ້ນ ໃນຕອນທ່ຽງຄືນຕາມເວລາໃນທ້ອງຖິ່ນ ໃກ້
ກັບເມືອງ ຮົ່ວລຽນ ທີ່ຕັ້ງຢູ່ຕາມຊາຍຝັ່ງທະ ເລ ເຊິ່ງເປັນເມືອງທີ່ໄດ້ຮັບຄວາມນິຍົມ
ຈາກບັນດານັກທ່ອງທ່ຽວ ທີ່ມີປະຊາຊົນອາໄສຢູ່ 100,000 ຄົນ ທາງຊາຍຝັ່ງກໍ້າຕາ
ເວັນອອກຂອງເກາະ ໄຕ້ຫວັນ. ແຮງສັ່ນສະເທືອນໄດ້ເຮັດໃຫ້ຖະໜົນແຕກອອກເປັນ
ເຄິ່ງ ແລະ ເປ່ເພເສຍຫາຍ, ເຮືອນຫຼາຍກວ່າ 40,000 ຫຼັງບໍ່ມີນໍ້າໃຊ້ ແລະ ເກືອບອີກ
2,000 ຫຼັງບໍ່ມີໄຟຟ້າໃຊ້.

ໜ່ວຍກູ້ໄພໄດ້ຊອກຫາຄົນຢ່າງໜ້ອຍ 145 ຄົນທີ່ໄດ້ຫາຍສາບສູນໄປ ຈາກອາຄານທີ່
ພັກ ທີ່ໄດ້ພັງລົງມາສ່ວນນຶ່ງ ແລະ ໄດ້ອຽງໄປໃນທິດ ທາງທີ່ເປັນອັນຕະລາຍ. ລົດຍົກ
ຫຼາຍຄັນ ໄດ້ຖືກສົ່ງໄປສະຖານທີ່ເກີດເຫດ ເພື່ອຊ່ວຍຄໍ້າຊູໂຄງສ້າງຂອງຕຶກອາຄານ
ດັ່ງກ່າວ.

ປະທານາທິບໍດີ ໄສ່ ອິ້ງ-ເຫວິນ ໄດ້ເດີນທາງໄປເມືອງ ຮົ່ວລຽນ ເພື່ອກວດສອບການ
ປະຕິບັດການກູ້ໄພຕ່າງໆ, ອີງຕາມຂໍ້ຄວາມ ທີ່ຖືກເປີດ ເຜີຍໃນໜ້າເຟສບຸກທາງການ
ຂອງທ່ານນາງ.

ເກາະໄຕ້ຫວັນ ຕັ້ງຢູ່ລະຫວ່າງກາງຂອງແຜ່ນເປືອກໂລກ 2 ແຜ່ນ ແລະ ມັກຈະເກີດ
ແຜ່ນດິນໄຫວຢູ່ເປັນປະຈຳ.

ເຫດແຜ່ນດິນໄຫວ ໃນວັນອັງຄານວານນີ້ ໄດ້ເກີດຂຶ້ນໃນວັນຄົບຮອບ ສອງປີ ຂອງ
ເຫດແຜ່ນດິນໄຫວທີ່ມີຄວາມແຮງ 6.4 ທີ່ໄດ້ເຮັດໃຫ້ປະ ຊາຊົນເສຍຊີວິດ 117 ຄົນ.
ປະຊາຊົນຫຼາຍກວ່າ 2000 ຄົນໄດ້ເສຍຊີວິດໃນເຫດແຜ່ນດິນໄຫວທີ່ມີຄວາມແຮງ
7.6 ເຊິ່ງເກີດຂຶ້ນໃນໃຈກາງ ເກາະ ໄຕ້ຫວັນ ໃນປີ 1999.

ອ່ານຂ່າວຄວາມຄືບໜ້າຕື່ມເປັນພາສາອັງກິດ

XS
SM
MD
LG