ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງ​ໜ້ອຍ 18 ຄົນ ​ເສຍ​ຊີ​ວິດ​ ໃນ​ເຫດ​ເຮ​ລິ​ຄັອບ​ເຕີ​ຕົກ, ລວມ​ທັງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຢູ​ເຄ​ຣນ


ທະ​ຫານ ແລະ ປະ​ຊາ​ຊົນ​ຢືນ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ​ເຮ​ລິ​ຄັອບ​ເຕີ​ຕົກ ໃກ້​ກັບ​ໂຮງ​ຮຽນ​ອະ​ນຸ​ບານ​ແຫ່ງ​ນຶ່ງ​ຢູ່ນອກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 18 ມັງ​ກອນ 2023.
ທະ​ຫານ ແລະ ປະ​ຊາ​ຊົນ​ຢືນ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ​ເຮ​ລິ​ຄັອບ​ເຕີ​ຕົກ ໃກ້​ກັບ​ໂຮງ​ຮຽນ​ອະ​ນຸ​ບານ​ແຫ່ງ​ນຶ່ງ​ຢູ່ນອກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 18 ມັງ​ກອນ 2023.

ເຮ​ລິ​ຄັອບ​ເຕີ​ລຳ​ນຶ່ງ ​ໄດ້​ຕົກ​ຢູ່ນອກ​ນະ​ຄອນຫຼວງ ກີ​ຢິບ ໃນ​ວັນ​ພຸດ​ມື້ນີ້ ເຮັດ​ໃຫ້​ຢ່າງ​ໜ້ອຍ 18 ຄົນ​ເສຍ​ຊີ​ວິດ ລວມ​ທັງ​ລັດ​ຖະ​ມົນ​ຕີພາຍ​ໃນ ທ່ານ ເດ​ນີ​ສ ໂມ​ນາ​ສ​ເຕຍ​ສ​ກີ ແລະ ເຈົ້າ​ໜ້າ​ທີ່ອະວຸ​ໂສ​ຂອງ​ກະ​ຊວງຫຼາຍ​ຄົນ.

ທ່ານ ອີ​ຮໍ ຄ​ລີ​ເມັນ​ໂກ, ຫົວ​ໜ້າ​ຕຳຫຼວດ​ແຫ່ງ​ຊາດ​ຂອງ​ຢູ​ເຄ​ຣນ, ຜູ້​ທີ່​ຖືກ​ກ່າວ​ວ່າ​ເປັນ​ພໍ່​ຂອງ​ລູກ​ສອງ​ຄົນ​ກໍ​ລວມ​ຢູ່​ໃນ​ຜູ້​ເສຍ​ຊີ​ວິດ​ຈາກ​ອຸ​ບັດ​ຕິ​ເຫດ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ໂບ​ຣ​ວາ​ຣີ, ເຂດ​ຊານ​ເມືອງ​ທາງ​ພາກ​ຕາ​ເວັນ​ອອກ​ຂອງນະ​ຄອນຫຼວງ ກີ​ຢິບ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ​ເຮ​ລິ​ຄັອບ​ເຕີ​ບໍ​ລິ​ການ​ສຸກ​ເສີນ​ໄດ້​ຕົກ​ຢູ່​ໃກ້​ໂຮງ​ຮຽນ​ອະ​ນຸ​ບານແຫ່ງ​ນຶ່ງ.

ມັນ​ບໍ່​ທັນ​ຈະ​ແຈ້ງ​ໃນ​ທັນ​ທີ​ວ່າ​ແມ່ນ​ຫຍັງ​ທີ່ເປັນ​ສາ​ເຫດ​ເຮັດ​ໃຫ້​ເຮ​ລິ​ຄັອບ​ເຕີ​ລຳ​ດັ່ງ​ກ່າວ​ຕົກ.

ປະ​ທານ​ສະ​ພາ​ຢູ​ໂຣບ ທ່ານ ຊາ​ລ​ສ໌ ມິ​ແຊ​ລ ໄດ້​ສະ​ແດ​ງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ປະ​ຊາ​ຊົນ ຢູ​ເຄ​ຣນ, ໂດຍ​ເອີ້ນ​ທ່ານ​ ໂມ​ນາ​ສ​ເຕຍ​ສ​ກີ ວ່າ “ເປັນ​ເພື່ອ​ນ​ທີ່​ດີຫຼາຍ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ.”

ທ່ານ ມິ​ແຊ​ລ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ພວກ​ເຮົາ​ຂໍ​ຮ່ວມ​ກັບ​ຢູ​ເຄ​ຣນ ໃນ​ການ​ສະ​ແດງ​ຄວາມ​ເສຍ​ໃຈ ​ລຸນຫຼັງ​ອຸ​ບັດ​ຕິ​ເຫດ​ເຮ​ລິ​ຄັອບ​ເຕີ​ປະ​ສົບ​ໄພ​ຫະ​ຍະ​ນະ​ໃນ​ເມືອງ ໂບ​ຣ​ວາ​ຣີ.”

ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ອື່ນໆ​ຂອງ ຢູ​ເຄ​ຣນ ແມ່ນ​ໄດ້​ສະ​ໜອງ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ເພີ່ມ​ເຕີມ​ໃຫ້ ຢູ​ເຄ​ຣນ ແລະ ການ​ຝຶ​ກ​ຊ້ອມ​ໃນ​ການ​ໃຊ້​ລະ​ບົບ​ຕ່າງໆ​ນັ້ນ, ແລະ ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ ແມ່ນ​ເປັນ​ໄປ​ໄດ້​ວ່າ​ຈະ​ຖືກ​ປະ​ກາດ​ໃນ​ວັນ​ສຸກ​ນີ້ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງຫຼ້າ​ສຸດ​ຂອງ​ກຸ່ມ​ຕິດ​ຕໍ່​ການ​ປ້ອງ​ກັນ​ປະ​ເທດ​ຢູ​ເຄ​ຣນ ທີ່​ນຳ​ໜ້າ​ໂດຍ ສະ​ຫະ​ລັດ ຢູ່​ຖານ​ທັບ​ອາ​ກາດ ແຣມ​ສ​ໄຕ​ນ໌ ໃນ​ປະ​ເທດ ເຢຍ​ຣະ​ມັນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ຈະ​ນຳ​ໜ້າ​ການ​ເຈ​ລະ​ຈາ​ຕ່າງໆ, ເຊິ່ງ​ຈະ​ຖືກ​ເຂົ້າ​ຮ່ວມ​ໂດຍ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດຫຼາຍ​ສິບ​ຄົນ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຢູ​ເຄ​ຣນ ທ່ານ ໂອ​ເລັກ​ຊີ ເຣັ​ສ​ນິ​ກອ​ຟ.

ໃນ​ວັນ​ພະ​ຫັດ, ທ່ານ ອອ​ສ​ຕິນ ຈະ​ຢຸດ​ແວ່​ໃນ​ນະ​ຄອນຫຼວງ ເບີ​ລິນ ເພື່ອ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​ຂອງ ເຢຍ​ຣະ​ມັນ ທ່ານ ບໍ​ຣິ​ສ ປິ​ສ​ໂຕ​ຣຽ​ສ ໃນ​ຂະ​ນະ​ທີ່ ເຢຍ​ຣະ​ມັນ ຈະ​ພິ​ຈາ​ລະ​ນາ​ການ​ອະ​ນຸ​ມັດ​ລັດ​ຖັງ​ຕໍ່​ສູ້ຊື່​ວ່າ ເລ​ປາດ ສອງ​ຄັນ​ ສຳ​ລັບ​ກອງ​ກຳ​ລັງ ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ​ທ່ານ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ຣະ​ມັນ ທ່ານ ແຟ​ຣັ້ງ ວອ​ລ​ເທີ ສ​ໄຕ​ນ​ມາຍ​ເອີ ກ່ອນ​ກ​ການປະ​ຊຸມ​ ແຣມ​ສ​ໄຕ​ນ໌. ທ່ານ ເຊ​ເລັນ​ສ​ກີ ບໍ່​ໄດ້​ກ່າວ​ເຖິງ​ລົດ​ຖັງ​ຂອງ ເຢຍ​ຣ​ະ​ມັນ​ ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ເມື່ອ​ວັນ​ອັງ​ຄານ​ວານນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG