ຕຳຫລວດໃນສາທາລະນະລັດຄອງໂກ ກ່າວວ່າ ຢ່າງໜ້ອຍສິບສອງຄົນໄດ້ເສຍຊີວິດ
ລະຫວ່າງການປະທະກັນກັບຕຳຫຼວດ ແລະສະມາຊິກກຸ່ມສາສະໜາແບ່ງແຍກດິນແດນ
Bundu dia Mayala ໃນນະຄອນຫລວງ Kinshasa.
ໂຄສົກຕຳຫລວດ ພັນເອກ Pierrot Mwanamputu ກ່າວວ່າ ສະມາຊິກກຸ່ມ ສາສະ
ໜາສີ່ຄົນ ແລະບຸກຄົນອື່ນໆອີກແປດຄົນ ໄດ້ເສຍຊີວິດຍ້ອນຖືກລູກຫລົງ.
ບັນດາຜູ້ເຫັນເຫດການກ່າວວ່າ ການປະທະກັນເກີດຂຶ້ນ ຫລັງຈາກສະມາຊິກກຸ່ມ
Bundu dia Mayala ໂຈມຕີຄຸກໃຫຍ່ ໃນນະຄອນຫຼວງ Kinshasa. ກຸ່ມດັ່ງ ກ່າວໄດ້
ບຸກເຂົ້າໄປໃນຄຸກບ່ອນດຽວກັນນີ້ ໃນເດືອນພຶດສະພາຜ່ານມາເພື່ອປ່ອຍຜູ້ນຳເຂົາເຈົ້າ
ແລະຄົນອື່ນໆອີກຫລາຍຄົນ.
ພວກເຫັນເຫດການກ່າວວ່າ ເທື່ອນີ້ພວກໂຈມຕີບໍ່ສາມາດຜ່ານປະຕູໃຫຍ່ຂອງຄຸກເຂົ້າ
ໄປໄດ້ເລີຍ.
ມີລາຍງານວ່າ ໄດ້ຍິນສຽງປືນດັງຂຶ້ນ ຢູ່ໃນຫຼາຍໆຄຸ້ມຂອງນະຄອນ Kinshasa ໃນ
ຕອນເຊົ້າວັນຈັນວານນີ້.
ມີອີກສອງຄົນໄດ້ເສຍຊີວິດທີ່ພົວພັນກັບຄວາມຮຸນແຮງນີ້ ຢູ່ໃນເມືອງ Maladi ທາງ
ພາກຕາເວັນຕົກສຽງໃຕ້ຂອງຄອງໂກ.
ໃນອາທິດແລ້ວນີ້ເຈົ້າໜ້າທີ່ສືບສວນດ້ານສິດທິມະນຸດສະຫະປະຊາຊາດໄດ້ອອກລາຍ
ງານສະບັບນຶ່ງ ກ່ຽວກັບການສັງຫານຫລາຍກວ່າ 250 ຄົນ ຮວມທັງເດັກ ນ້ອຍ 62 ຄົນ
ໃນຄວາມຮຸນແຮງ ຢູ່ທີ່ພາກກາງຂອງຄອງໂກ ໃນໄລຍະສາມເດືອນຜ່ານມານີ້. ຫົວໜ້າຫ້ອງການສິດທິມະນຸດສະຫະປະຊາຊາດ ທ່ານ Zeid Ra’ad al-Hussein ກ່າວວ່າ |
ຄວາມຮຸນແຮງນີ້ ອາດຈະນຳໄປສູ່ “ການກວດລ້າງຊົນກຸ່ມນ້ອຍໃນຂອບເຂດທີ່ກວ້າງ
ຂວາງຕື່ມຂຶ້ນ.”
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley
ກ່າວໃນວັນຈັນວານນີ້ວ່າ ບັນດາຜູ້ສືບສວນສະຫະປະຊສາຊາດ ໄດ້ພົບເຫັນວ່່າ “ກຳ
ລັງຮັກສາຄວາມປອດໄພຄອງໂກໃຫ້ການສະໜັບສະໜູນແລະບາງຄັ້ງ ແມ່ນເປັນຜູ້ນຳ
ພາການໂຈມຕີນຳດ້ວຍ” ຢູ່ທີ່ແຂວງ Kasai ທາງພາກກາງ ຂອງຄອງໂກ.
ທ່ານນາງກ່າວວ່າ “ລາຍງານເທື່ອຫລ້າສຸດ ຂອງສະຫະປະຊາຊາດ ແມ່ນເປັນທີ່ໜ້າ
ເສົ້າໃຈ ໄດ້ບັນທຶກໃນສິ່ງທີ່ພວກເຮົາ ຮູ້ມາກ່ອນແລ້ວ ນັ້ນກໍຄື ພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ ທີ່ໄຮ້ດຽງສາ ໄດ້ຖືກສັງຫານຢ່າງທາລຸນ ຢູ່ໃນເມືອງ Kasai ແລະພວກເຈົ້າ
ໜ້າທີ່ຄອງໂກ ບໍ່ໄດ້ພາກັນເຮັດຫຍັງໝົດເພື່ອຢຸດຢັ້ງເຫດ ການດັ່ງກ່າວ.”