ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີງຕາມ ເຈົ້າໜ້າທີ່ ລັດອາລາບາມາ ຢ່າງໜ້ອຍ 23 ຄົນ ເສຍຊີວິດ ຫຼັງຈາກ ໂທ​ຣ​ເນ​ໂດ ພັດ​ຖະ​ຫຼົ່ມ


ພາບນີ້ ສະແດງໃຫ້ເຫັນ ຊິ້ນສ່ວນຕ່າງໆ ກະຈາຍໄປທົ່ວ ໃນເມືອງ ລີ ຂອງລັດອາລາບາມາ, ຫຼັງຈາກ ອັນທີ່ປາກົດວ່າ ເກີດຈາກພາຍຸໂທຣເນໂດ ທີ່ໄດ້ພັດຖະຫລົ່ມ ພື້ນທີ່ດັ່ງກ່າວ ໃນວັນອາທິດມື້ກ່ອນນີ້, ວັນທີ 3 ມີນາ 2019.
ພາບນີ້ ສະແດງໃຫ້ເຫັນ ຊິ້ນສ່ວນຕ່າງໆ ກະຈາຍໄປທົ່ວ ໃນເມືອງ ລີ ຂອງລັດອາລາບາມາ, ຫຼັງຈາກ ອັນທີ່ປາກົດວ່າ ເກີດຈາກພາຍຸໂທຣເນໂດ ທີ່ໄດ້ພັດຖະຫລົ່ມ ພື້ນທີ່ດັ່ງກ່າວ ໃນວັນອາທິດມື້ກ່ອນນີ້, ວັນທີ 3 ມີນາ 2019.

ບັນດາເຈົ້າໜ້າທີ່ໃນລັດອາລາບາມາ ກຳລັງຊອກຫາພວກທີ່ອາດລອດຊີວິດ​ມາ​ໄດ້
ຫຼັງຈາກລົມຫົວກຸດຂະ​ໜາດ​ໃຫຍ່ ຫຼືໂທຣນາໂດ ທີ່ຮ້າຍແຮງຫຼາຍຫົວ ໄດ້ພັດຖະຫຼົ່ມ
ລັດຕ່າງໆ ຢູ່ພາກໃຕ້ຂອງສະຫະລັດ ໃນວັນອາທິດມື້ກ່ອນນີ້ ໂດຍໄດ້ສັງຫານ ຢ່າງ
ໜ້ອຍ 23 ຄົນ.

ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ໄດ້ກ່າວວ່າ ຢ່າງໜ້ອຍມີພາຍຸໂທຣນາໂດ ສອງຫົວ ໄດ້
ພັດໝຸນລົງເຖິງພື້ນດິນ ໃນລະຫວ່າງ ການເກີດສະພາບອາກາດທີ່ຮ້າຍແຮງ ໃນທົ່ວ
ພາກຕາເວັນອອກສຽງໃຕ້ ຂອງປະເທດ. ຈຳນວນຂອງຜູ້ທີ່ໄດ້ສູນເສຍຊີວິດ ອາດ
ເພີ້ມສູງຂຶ້ນ ໃນຂະນະທີ່ພວກທີມກູ້ໄພຊອກຄົ້ນຫາຜູ້ລອດຊີວິດມາ​ໄດ້ ພາຍໃນຊາກ
ຫັກຟັງທັງຫຼາຍ.

ພົນລະເມືອງສອງຄົນ ຍ່າງຢູ່ທ່າມກາງ ຊາກຫັກພັງ ຂອງເຮືອນຊານ ຢູ່ໃນເມືອງ ລີ ຂອງລັດອາລາບາມາ, ຫຼັງຈາກອັນທີ່ປາກົດວ່າ ເກີດຈາກພາຍຸໂທຣເນໂດ ທີ່ໄດ້ພັດຖະຫລົ່ມ ພື້ນທີ່ດັ່ງກ່າວ ໃນວັນອາທິດມື້ກ່ອນນີ້, ວັນທີ 3 ມີນາ 2019.
ພົນລະເມືອງສອງຄົນ ຍ່າງຢູ່ທ່າມກາງ ຊາກຫັກພັງ ຂອງເຮືອນຊານ ຢູ່ໃນເມືອງ ລີ ຂອງລັດອາລາບາມາ, ຫຼັງຈາກອັນທີ່ປາກົດວ່າ ເກີດຈາກພາຍຸໂທຣເນໂດ ທີ່ໄດ້ພັດຖະຫລົ່ມ ພື້ນທີ່ດັ່ງກ່າວ ໃນວັນອາທິດມື້ກ່ອນນີ້, ວັນທີ 3 ມີນາ 2019.

ທ່ານ ເຈ ໂຈນສ໌ ຜູ້ບັນຊາການຕຳຫຼວດ ໃນເມືອງ ລີ ໄດ້ກ່າວໃນວັນຈັນວານນີ້ ວ່າ
ຫຼາຍກວ່າ 20 ຄົນ ແມ່ນຍັງຫາຍສາບສູນຢູ່. ທ່ານ ໄດ້ກ່າວວ່າ ພວກທີມງານ ໄດ້
ຊອກຄົ້ນຫາໃນບໍລິເວນຕ່າງໆ ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ໄປແລ້ວ ແຕ່ກໍໄດ້ກ່າວ
ໄປອີກວ່າ ການຊອກຄົ້ນຫາ ແມ່ນຈະດຳ​ເນີນຕໍ່ໄປ.

ທ່ານ ບີລ ແຮຣິສ ຜູ້ສັນນະສູດສົບ ຂອງເມືອງ ລີ ໄດ້ກ່າວວ່າ ພວກທີ່ເສຍຊີວິດນັ້ນ
ປະກອບດ້ວຍ ສະມາຊິກຄອບຄົວເກືອບໝົດທຸກຄົນ ແລະຢ່າງໜ້ອຍມີ ເດັກນ້ອຍ
3 ຄົນ ອາຍຸ 6 ປີ 9 ປີ ແລະ 10 ປີ.

ພາບຕ່າງໆຈາກໂທລະພາບ ສະແດງໃຫ້ເຫັນ ພວກເຮືອນເຄື່ອນທີ່ ຫຼື mobile home
ໄດ້ຖືກພັດລົ້ມອ່ຽງຂ້າງ ແລະຊິ້ນສ່ວນຕ່າງໆຂອງພວກເຮືອນນັ້ນ ແມ່ນຫ້ອຍຢູ່ຕາມ
ງ່າຕົ້ນໄມ້ທັງຫຼາຍ.

ພວກໜ່ວຍກູ້ໄພສຸກເສີນ ກຳລັງປະຕິບັດໜ້າທີ່ ໃນຈຸດເກີດເຫດ ທີ່ເກີດຈາກພາຍຸໂທຣເນໂດ ທີ່ໄດ້ພັດຖະຫລົ່ມ ພື້ນທີ່ດັ່ງກ່າວ ໃນວັນອາທິດມື້ກ່ອນນີ້, ວັນທີ 3 ມີນາ 2019.
ພວກໜ່ວຍກູ້ໄພສຸກເສີນ ກຳລັງປະຕິບັດໜ້າທີ່ ໃນຈຸດເກີດເຫດ ທີ່ເກີດຈາກພາຍຸໂທຣເນໂດ ທີ່ໄດ້ພັດຖະຫລົ່ມ ພື້ນທີ່ດັ່ງກ່າວ ໃນວັນອາທິດມື້ກ່ອນນີ້, ວັນທີ 3 ມີນາ 2019.

ທ່ານນາງ ຣີຕາ ສມິຕ ໂຄສົກ ອົງການຄວບຄຸມພາວະສຸກເສີນ ຂອງເມືອງລີ ໄດ້ກ່າວ
ກ່ຽວກັບ ພວກກູ້ໄພໜ່ວຍທຳອິດ 150 ຄົນ ທີ່ໄດ້ມີສ່ວນກ່ຽວຂ້ອງໃນ ການຊອກຄົ້ນຫາ
ຕາມຊາກຫັກພັງ ຫຼັງຈາກພາຍຸດັ່ງກ່າວ ໄດ້ພັດຖະຫລົ່ມ.

ທ່ານນາງໄດ້ກ່າວວ່າ ເຮືອນຊານຈຳນວນນຶ່ງ ໄດ້ຖືກທຳລາຍ ຫຼື ໄດ້ຮັບຄວາມເສຍ
ຫາຍ ໃນເມືອງ ໂບເຣີກາຣດ໌ ຕັ້ງຢູ່ຫ່າງ ປະມານ 95 ກິໂລແມັດ ທາງທິດຕາເວັນອອກ
ຈາກເມືອງ ມອນກອມໂມຣີ ທີ່ເປັນເມືອງເອກຂອງລັດອາລາບາມາ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຕໍ່ ບັນດານັກຂ່າວ ຢູ່ທີ່ທຳນຽບຂາວ ໃນ ວັນຈັນ
ວານນີ້ ວ່າ ອາເມຣິກາ ໄວ້ອາໄລ ໃຫ້ແກ່ພວກຜູ້ເຄາະຮ້າຍ ທີ່ໄດ້ສູນເສຍຊີວິດ ຈາກ
ພາຍຸໂທຣເນໂດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG