ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

9 ຄົນ​ຖື​ກ​ຈັບ ຫຼັງ​ຈາກ​ຂົວ​ ໃນ ອິນ​ເດຍ ຂາດ, 134 ຄົນ​ເສຍ​ຊີ​ວິດ


ປະ​ຊ​າ​ຊົນ​ເຕົ້າ​ໂຮມ​ກັນ​ໃນ​ຂະ​ນະ​ທີ່​ໜ່ວຍ​ກູ້​ໄພ​ຊອກ​ຫາ​ຜູ້​ລອດ​ຊີ​ວິດ ຫຼັງ​ຈາກ​ຂົວ​ແຂວນ​ໄດ້​ຂາດ​ໃນ​ເມືອງ ມໍ​ບີ, ໃນ​ລັດ ກູ​ຈາ​ຣັດ, ອິນ​ເດຍ, 31 ຕຸ​ລາ 2022.
ປະ​ຊ​າ​ຊົນ​ເຕົ້າ​ໂຮມ​ກັນ​ໃນ​ຂະ​ນະ​ທີ່​ໜ່ວຍ​ກູ້​ໄພ​ຊອກ​ຫາ​ຜູ້​ລອດ​ຊີ​ວິດ ຫຼັງ​ຈາກ​ຂົວ​ແຂວນ​ໄດ້​ຂາດ​ໃນ​ເມືອງ ມໍ​ບີ, ໃນ​ລັດ ກູ​ຈາ​ຣັດ, ອິນ​ເດຍ, 31 ຕຸ​ລາ 2022.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ ອິນ​ເດຍ ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ຈັບກຸມ 9 ຄົນ​ທີ່​ເຊື່ອມ​ໂຍງ​ກັບເຫດ​ການ​ຂົວ​ແຂວນຂາດ, ໃນ​ລັດ ກູ​ຈ​ະຣາດ ທາງ​ພາກ​ຕາ​ເວັນ​ຕົ​ກ​ຂອງ​ປະ​ເທດ, ທີ່​ໄດ້​ເຮັດ​ໃຫ້ຢ່າງ​ໜ້ອຍ 134 ຄົນ​ເສຍ​ຊີ​ວິດ.

ອີງ​ຕາມ​ຕຳຫຼວດ​ນັ້ນ, ຜູ້​ທີ່​ຖືກ​ຈັບ​ລວມ​ມີ​ພະ​ນັກ​ງານ​ກາ​ນ​ຈັດ​ການ​ຢູ່​ບໍ​ລິ​ສັດ​ທີ່​ກຳ​ກັບ​ນຳຂົວ​ດັ່ງ​ກ່າວ, ເຊິ່ງ​ເມື່ອ​ບໍ່​ດົນ​ມານີ້​ໄດ້​ທຳ​ການ​ສ້ອມ​ແປ​ງ​ປັບ​ປຸງ. ຕຳຫຼວດ​ເວົ້າ​ວ່າ​ອາດ​ເປັນ​ໄປ​ໄດ້​ວ່າ​ຈະ​ມີ​ຄົນ​ຖືກ​ຈັບ​ຕື່ມ​ອີກ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ​ ເຂົາ​ເຈົ້າ​ໄດ້​ເປີດ​ຄະ​ດີ​ຕໍ່​ຜູ້​ກຳ​ກັບນຳ​ຂົວ​ດັ່ງ​ກ່າວ, ເຊິ່ງ​ແມ່ນ​ກຸ່ມ ໂອ​ເຣ​ວາ, ສຳ​ລັບ​ຄວາມ​ສົງ​ໄສ​ການ​ຂ້າ​ຄົນ​ດ້ວຍ​ຄວາມ​ປະ​ໝາດ.

ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ໄດ້​ລາຍ​ງານ​ໃນ​ວັນ​ຈັນ​ວານນີ້​ວ່າ ຂົວ​ເກົ່າ​ເກືອບ 150 ປີ​ຢູ່​ເທິງ​ແມ່​ນ້ຳ ມັກ​ຈູ ໄດ້​ເປີດ​ໃຊ້​ຄືນ​ເມື່ອ 5 ວັນ​ທີ່​ຜ່ານ​ມາຫຼັງ​ຈາກ​ໄດ້​ທຳ​ການ​ສ້ອມ​ແປງ 7 ເດືອນ​ໂດ​ຍ​ບໍ​ລິ​ສັດ​ເອ​ກະ​ຊົນ. ລາຍ​ງານ​ໄດ້​ກ່າວ​ວ່າຂົວ​ເມືອງ ມໍ​ບີ ທີ່​ວ່າ​ນັ້ນ, ແນວ​ໃດ​ກໍ່​ຕາມບໍ່​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ຄວາມ​ເໝາະ​ສົມ ຫຼື ຄວາມ​ປອດ​ໄພຈາກ​ລັດ​ຖະ​ບານ​ໃນ​ທ້ອງ​ຖິ່ນ.

ຫຼາຍ​ຄົນ​ໄດ້​ຖືກ​ນຳ​ເຂົ້າ​ໂຮງ​ໝໍ​ລຸນ​ລັງ​ຂົວ​ໄດ້​ຂາດ, ເຊິ່ງ​ເຮັດ​ໃຫ້ຫຼາຍ​ຮ້ອຍ​ຄົນ​ຕົກ​ລົງ​ໄປ​ໃນ​ນ້ຳ, ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ຢ້ານ​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ເພີ່ມ​ຂຶ້ນ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ​ ໄບ​ເດັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ຈັນ​ວານນີ້​ວ່າ ທ່ານ ແລະ ພັນ​ລະ​ຍາ, ທ່ານ​ນາງ ຈິ​ລ, “ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ຢ່າງ​ຍິ່ງ ​ຕໍ່​ບັນ​ດາ​ຄອບ​ຄົວ​ຜູ້​ທີ່​ໄດ້​ສູນ​ເສຍ​ຄົນ​ຮັກ​ຂອງ​ເຂົາ​ເຈົ້າ​ ໃນ​ລະ​ຫວ່າງ​ເຫດ​ການ​ຂົວ​ຂາດ​ດັ່ງ​ກ່າວ ແລະ ໄດ້​ເຂົາ​ຮ່ວມ​ກັບ​ປະ​ຊາ​ຊົນ​ຂອງ​ລັດ ກູ​ຈະຣາດ ໃນ​ການ​ໄວ້​ອາ​ໄລ​ຕໍ່​ການ​ສູນ​ເສຍ​ຊີ​ວິດ​ຢ່າງຫຼວງຫຼາຍ.”

ທ່ານ​ໄດ້​ກ່າວ​ວ່າ “ມື້ນີ້, ຫົວ​ໃຈ​ຂອງ​ພວກ​ເຮົາ​ແມ່ນ​ຢູ່​ກັບ ອິນ​ເດຍ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ “ປະ​ຊາ​ຊົນຫຼາຍ​ຮ້ອຍ​ຄົນ​ໄດ້​ອັດ​ກັນ​ຢູ່​ເທິງ​ຂົວ​ໃນ​ລະ​ຫວ່າງ​ການ​ສະ​ເຫຼີມ​ສະຫຼອງ​ບຸນ ດີ​ວາ​ລີ ຂອງສາ​ສະ​ໜາ ຮິນ​ດູ.

ພາບ​ກ້ອງວົງ​ຈອນ​ປິດ​ຈາກ​ຈຸດ​ເກີດ​ເຫດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜູ້​ຊາຍ​ໄວ​ໜຸ່ມ​ກຸ່ມ​ນຶ່ງໄດ້ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ຂົວ​ແຂວນ​ດັ່ງ​ກ່າວ​ໄກວຈາກ​ຊ້າຍ​ຫາ​ຂວາ ​ກ່ອນ​ທີ່​ສາຍ​ເຄ​ເບິ​ລ​ຈະ​ຂາດ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ ຣອຍ​ເຕີ.

ພະ​ນັກ​ງານ​ສຸກ​ເສີນ ແລະ ກຸ່ມ​ຂອງ​ເຈົ້າ​ໜ້າ​ທີ່ກອງ​ທັບ​ ໄດ້​ຖືກ​ສົ່ງ​ໄປ​ເພື່ອ​ຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ການ​ກູ້​ໄພ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG