ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ ຢ່າງ​ໜ້ອຍ 12 ຄົນ ເສຍ​ຊີ​ວິດ ໃນ​ອຸ​ບັດຕິ​ເຫດ ເຮືອ​ຫຼົ້ມ ຢູ່ນອກ​ຝັ່ງ ຂອງ​ບັງ​ກ​ລາ​ແດັ​ສ


ພວກ​ອົບ​ພະ​ຍົບຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ ລໍ​ຖ້າຫຼັງ​ຈາກ​ເຮືອ​ຂອງ​ພວກ​ເຂົາ​ເຈົ້າຫຼົ້ມ ຢູ່​ໃກ້ໆ ເກາ​ະ​ຂອງ ​ເຊັງ ມາ​ຣ​ຕິນ ໃນ​ອ່າວເ​ບັງ​ກາລ, ທີ່​ເຂດ​ເທັກ​ນາ​ຟ Teknaf ຢູ່​ໃກ້​ກັບ ເມືອງ Cox's Bazar ຂອງ​ບັງ​ກ​ລາ​ແດັ​ສ, ວັນ​ທີ 11 ກຸມ​ພາ 2020. REUTERS/Stringer
ພວກ​ອົບ​ພະ​ຍົບຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ ລໍ​ຖ້າຫຼັງ​ຈາກ​ເຮືອ​ຂອງ​ພວກ​ເຂົາ​ເຈົ້າຫຼົ້ມ ຢູ່​ໃກ້ໆ ເກາ​ະ​ຂອງ ​ເຊັງ ມາ​ຣ​ຕິນ ໃນ​ອ່າວເ​ບັງ​ກາລ, ທີ່​ເຂດ​ເທັກ​ນາ​ຟ Teknaf ຢູ່​ໃກ້​ກັບ ເມືອງ Cox's Bazar ຂອງ​ບັງ​ກ​ລາ​ແດັ​ສ, ວັນ​ທີ 11 ກຸມ​ພາ 2020. REUTERS/Stringer

ມີຢ່າງ​ໜ້ອຍ 12 ຄົນ​ໄດ້​ຈົມ​ນ້ຳ​ຕາຍຫຼັງ​ຈາກ​ເຮືອ​ທີ່​ຂົນ​ພວກ​ອົບ​ພະ​ຍົບ​ຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ​ຫຼາຍ​ເກີນ​ກຳ​ນົດ​ໄດ້​ປິ້ນ​ຂວ້ຳ​ແລະ​ຫຼົ້ມຢູ່ນອກ​ແຄມ​ຝັ່ງ​ບັງ​ກ​ລາ​ແດັ​ສ​ໃນວັນ​ອັງ​ຄານມື້ນີ້.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ພວກ​ອົບ​ພະ​ຍົບ 120 ກວ່າ​ຄົນ​ຢູ່​ເທິງ​ເຮືອ​ລຳ​ດັ່ງ​ກ່າວ ເວ​ລາ​ເຮືອ ​ທີ່​ພວມ​ຂົນ​ເຂົາ​ເຈົ້າ​ຂ້າມ​ອ່າວ​ເບັງ​ກາ​ລ​ໄປ​ປະ​ເທດ​ມາ​ເລ​ເຊຍໄດ້​ປະ​ສົບອຸ​ບັດ​ຕິ​ເຫດ​ຫຼົ້ມ​. ມີ​ຜູ້​ໂດ​ຍສານ​ຢ່າງ​ໜ້ອຍ 60 ຄົນ​ຖືກ​ຊ່ອຍ​ຊີ​ວິດ​ໄວ້​ໄດ້ ແລະ​ການ​ຊອກ​ຄົ້ນ​ຫາ ​ພວກ​ທີ່​ລອດ​ຊີ​ວິດ​ມາ​ໄດ້ ກໍ​ເລີ້ມ​ຂຶ້ນແລ້ວ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ອົບ​ພະ​ຍົບ​ໄດ້​ຖືກ​ຫຼອກ​ໂດຍ​ພວກ​ຄ້າ​ມະ​ນຸດ.

ມີ​ຊາວ​ໂຣ​ຮິງ​ຢາ​ຫຼາຍກວ່າ 700,000 ຄົນ​ໄດ້​ພາ​ກັນ​ອາ​ໄສ​ຢູ່​ໃນ​ສູນ​ອົບ​ພະ​ຍົບໃນ​ເຂດ​ເມືອງ Cox’s Bazar ນັບ​ແຕ່​ເດືອນ​ສິງ​ຫາ​ປີ 2017 ເປັນ​ຕົ້ນ​ມາ ເວລາ​ພວກ​ເຂົາ​ເຈົ້າ​ຫຼົບ​ໜີຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ໃນລັດ​ຣາ​ໄຄ​ນ໌​ທ່າມ​ກາງ​ທີ່​ມີ​ການ​ປາບ​ປາມ​ຢ່າງ​ໂຫດ​ຮ້າຍ​ຂອງ​ພວກ​ທະ​ຫານ​ໃນມຽນ​ມາ. ພວກ​ອົບພະ​ຍົບ​ຫຼາຍໆ​ຄົນ ໄດ້​ພະ​ຍາ​ຍາມ​ຈະ​ເດີນ​ທາງ​ທີ່​ເປັນ​ອັນ​ຕະ​ລາຍ​ໄປ​ຍັງ​ປະ​ເທດມ​າ​ເລ​ເຊຍ ແຕ່​ໄດ້​ຖືກ​ພວກ​ເຈົ້າ​ໜ້າ​ທີ່​ຍາມຝັ່ງ​ຂອງ​ບັງ​ກ​ລາ​ແດັ​ສ​ຢຸດ​ໄວ້.

ອ່ານ​ຂ່າວນີ້ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG