ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ກຸມພາ ໒໐໒໕

ຢ່າງ​ໜ້ອຍ 10 ຄົນ​ເສຍ​ຊີ​ວິດ ຈາກ​ລະ​ເບີດ​ແຕກ ຢູ່​ໃນ​ນະ​ຄອນ​ຫຼວງ ໂມ​ກາ​ດິ​ສ​ຊູ


ພວກ​ເຈົ້າ​ໜ້າ​ທີ່ຢ​ືນ​ຢູ່​ໃກ້​ກັບ​ບ່ອນ​ເກີດ​ເຫດ ລົດ​ຖື​ກວາງ​ລະ​ເບີດ ຢູ່​ໃນນະ​ຄອນ​ຫຼວງ​ ໂມກາ​ດິ​ສ​ຊູ ​ປະ​ເທດ​ ໂຊມ​າ​ເລຍ, ວັນ​ທີ 15 ມິ​ຖຸ​ນາ 2019.
ພວກ​ເຈົ້າ​ໜ້າ​ທີ່ຢ​ືນ​ຢູ່​ໃກ້​ກັບ​ບ່ອນ​ເກີດ​ເຫດ ລົດ​ຖື​ກວາງ​ລະ​ເບີດ ຢູ່​ໃນນະ​ຄອນ​ຫຼວງ​ ໂມກາ​ດິ​ສ​ຊູ ​ປະ​ເທດ​ ໂຊມ​າ​ເລຍ, ວັນ​ທີ 15 ມິ​ຖຸ​ນາ 2019.

ຢ່າງ​ໜ້ອຍ 10 ຄົນ​ໄດ້​ເສຍ​ຊີ​ວິດ ແລະ 23 ຄົນ​ໄດ້​ຮັບ​ບາດ​ເຈັບ ເວ​ລາ​ລົດ​ລະ​ເບີດ​ໄດ້
ແຕກໃນ​ວັນ​ເສົາ​ວານ​ນີ້ ຢູ່​ຖະ​ໜົນ​ທີ່​ແອ​ອັດ​ໃນ​ນະ​ຄອນຫຼວງ ​ໂມ​ກາ​ດິ​ສ​ຊູ ອີງ​ຕາມການ​
ກ່າວ​ຂອງ​ຜູ້​ເຫັນ​ເຫດ​ການ ແລະ ​ໜ່ວຍບໍ​ລິ​ການ ​ການ​ແພດ.

ລະ​ເບີດ​ລົດ​ໄດ້​ແຕກ​ຂຶ້ນ​ຢູ່​ຖະ​ໜົນ ມາ​ກາ ອາ​ລ-ມູ​ກາ​ຣາ​ມາ ໃກ້​ກັບ​ສະ​ພາແຫ່ງ​ຊາດ
ໃນ​ຂະ​ນະ​ທີ່​ກຳ​ລັງ​ຮັ​ກ​ສາ​ຄວາມ​ປອດ​ໄພ​ໄດ້ພະ​ຍາ​ຍາມ​ຢຸດ ແລະກ​ວດ​ເບິ່ງ​ມັນ. ກຸ່ມ​
ຫົວ​ຮຸນ​ແຮງ​ ອາລ-ຊາ​ບັບ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນທັນ​ທີ.

ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ ທ່ານ ​ເອ​ເດັນ ໂມ​ຮຳ​ເມັດ ໄດ້ກ່າວ​ຫຼັງ​ຈາກ​ການ​ໂຈມ​
ຕີ​ວ່າ “ລົດ​ຄັນ​ດັ່ງ​ກ່າວບໍ່​ໄດ້​ສົນ​ໃຈ​ກັບການ​ຍິງເຕືອນ ແລະ ແລ່ນ​ຜ່ານ​ດ່ານກວດ​ກາ​ທີ່​
ມີ​ການ​ຄຸ້ມ​ກັນ​ໜາ​ແໜ້ນ ໂດຍ​ໜ່ວຍ​ອາ​ລັກ​ຂາ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ ກ່ອນ​ລະ​
ເບີດ​ແຕກ​ຂຶ້ນ ​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ໄດ້ລະ​ດົມ​ຍິງລູກປືນ​ໃສ່.”

ນັກ​ຂ່າວ ວີ​ໂອ​ເອ ໄດ້​ເຫັນ​ຊາກສົບ​ຄົນ​ຕາຍ​ຢ່າງ​ໜ້ອຍ​ເຈັດ​ຄົນ ແລະ​ໄດ້​ເຫັນ​ຜູ້​ ບ​າດ​
ເຈັ​ບ​ຫຼາຍ​ຄົນ​ທີ່ຖືກ​ນຳ​ສົ່ງ​ໂດຍ​ລົດ​ໂຮງໝໍ. ບັນ​ດາ​ໂຮງ​ໝໍ​ຢືນ​ຢັນ​ວ່າ​ ຢ່າງ​ໜ້ອຍ​ສາມ​
ຄົນ​ໄດ້​ເສຍ​ຊີ​ວິດ​ຈາກ​ບາດ​ເຈັບ.

ທ່ານ​ກ່າວ​ວ່າ ​ຕຶກ​ອາ​ຄານ​ທີ່ຢູ່​ອ້ອມ​ແອ້ມ​ໄດ້ເພເສຍ​ຫາຍ​ຢ່າງ​ໜັກ ຈາກ​ລະ​ເບີດ ທີ່​
ໄດ້​ສົ່ງ​ຄວັນ​ໄຟ​ໃຫ​ຍ່​ພູ່ງ​ຂຶ້ນ​ສູ່​ອາ​ກາດ.

ຢູ່​ໃນ​ເຫດ​ການ​ຕ່າງ​ກັນ ລະ​ເບີດ​ລົງ​ໄດ້​ແຕກ​ຂຶ້ນ​ຢູ່​ໃກ້​ກັບ​ສະ​ໜາມ​ບິນ​ ໂມ​ກາ​ດິ​ສ​ຊູ.
ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສ​າ​ຄວາມ​ປ​ອດ​ໄພ​ຢູ່​ສະ​ໜາມ​ບິນ​ກ່າວ​ວ່າ ລົດ​ໄດ້ຖືກ​ຢຸດ ໂດຍ
ທະ​ຫານ​ທີ່​ກຳ​ກັບ​ການກວດ​ຢູ່​ດ່ານ​ເດີ່ນ​ເຮືອ​ບິນ ແລະ​ໄດ້​ນຳ​ເອົາ​ຄົນ​ຂັບ​ລົດ​ອອກ​ມາ
​ກ່ອນ​ລະ​ເບີດ​ໄດ້ແຕກຂຶ້ນ.

ໂຄ​ສົກ​ຕຳ​ຫຼວດ ​ໂຊ​ມາ​ລີ ນາຍ​ພົນ ​ຊາ​ກີ​ໂຍ ກ່າວ​ວ່າ “ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ
​ປອດ​ໄພ​ຂອງ​ພວກ​ເຮົາ ​ໄດ້​ກວດ​ພົບ​ເຫັນລົດລະ​ເບີດ​ສອ​ງ​ຄັນ ແລະ​ໄດ້​ປະ​ຕິ​ເສດ​ບໍ່​
ໃຫ້​ພວກ​ຫົວ​ຮຸນ​ແຮງ​ເຂົ້າ​ໄປ​ເຖິງຈຸດ​ທີ່​ອາດ​ເປັນເປົ້າ​ໝາຍ. ພວກ​ເຮົາ​ໄດ້ຄວບ​ຄຸມ​
ຕົວ ​ຄົນ​ຂັບ​ລົດ​ທີ່ໄດ້ລະ​ເບີດ​ຢູ່​ໃກ້​ກັບ​ສະ​ໜາມ​ບິນ​ນັ້ນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG