ບັນດາທ່ານ ອາດຈະໄດ້ຍິນຂ່າວເລື້ອຍໆເນາະວ່າ ຢູ່ສະຫະລັດ ມີການຕິດເຊື້ອ ໄວຣັສໂຄໂຣນາເພີ້ມຂຶ້ນທຸກໆລະມື້ໃນໄລຍະຫລາຍເດືອນຜ່ານມານີ້. ສໍາລັບຄົນໃນປະຊາຄົມລາວໃນລັດເວຈີ ເນຍທີ່ມີປະມານ 4.500 ຄົນນັ້ນ ກໍຫລີກລ້ຽງການ ຕິດເຊື້ອພະຍາດນີ້ບໍ່ໄດ້ເຊັ່ນກັນ ຢູ່ໃນໄລຍະສອງເດືອນມານີ້ ກໍມີ ຜູ້ຕິດເຊື້ອທີ່ໄດ້ ຮັບການຢືນຢັນ 10 ກວ່າຄົນ ແລະເສຍຊີວິດໄປຢ່າງໜ້ອຍ 3 ຄົນແລ້ວຍ້ອນພະ ຍາດນີ້, ອີງຕາມທ່ານ ສົມພອນ, ຢູ່ເມືອງສປຣິງຟຽວ, ໃນເຂດພາກເໜືອ ຂອງລັດ ເວີຈີເນຍທີ່ຢູ່ໃກ້ກັບຊາຍແດນ ທີ່ຕິດກັບນະຄອນຫລວງວໍຊິງຕັນ. ທ່ານສົມພອນທີ່ ເປັນຊ່າງປູພົມ ມາໄດ້ຫລາຍທົດສະວັດແລ້ວ ແລະໄດ້ມີການພົວພັນກັບຄົນ ໃນ ປະຊາຄົມລາວ ເລື້ອຍໆມານັ້ນ ເປີດເຜີຍສູ່ວີໂອເອຟັງວ່າ:
ມາຮອດວັນທີ 25 ພະຈິກ ຜ່ານມາ ເກືອບຮອດ 12 ລ້ານ 690 ພັນຄົນແລ້ວ ຕິດພະຍາດໂຄວິດ-19 ຢູ່ໃນສະຫະລັດ ແລະເສຍຊີວິດຫລາຍກວ່າ 261 ພັນຄົນແລ້ວ, ອີງຕາມສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ. ສໍາລັບລັດເວີຈີເນຍ ນັ້ນການລະບາດຂອງພະຍາດນີ້ ໄດເສູງເຖິງຂີດແດງແລ້ວ ຢູ່ຫລາຍເຂດ ແລະມີຄົນເປັນພະຍາດນີ້ລວມທັງໝົດຫລາຍກວ່າ 228 ພັນ 900 ຄົນ ແລະກໍ ມີຄົນເສຍຊີວິດໄປແລ້ວເກືອບຮອດ 4,030 ຄົນ ຊຶ່ງເພີ້ມຂຶ້ນ 21 ເປີ ເຊັນ ເມື່ອທຽບໃສ່ 7 ມື້ກ່ອນໜ້ານີ້ ຊຶ່ງເຮັດໃຫ້ລັດດັ່ງກ່າວ ກາຍເປັນອັນດັບທີ 39 ຂອງຈໍານວນ ທັງໝົດ 50 ລັດທີ່ຄົນເສຍຊີວິດຍ້ອນພະຍາດນີ້.